spot_img
Homeມູມໄອທີລາວເຜີຍສະເປັກແລະລາຄາຂອງ Huawei P9, P9 Max ແລະ P9 Lite

ເຜີຍສະເປັກແລະລາຄາຂອງ Huawei P9, P9 Max ແລະ P9 Lite

Published on

ສຳລັບຂ່າວຫຼ້າສຸດຂອງສະມາດຊີຣີ P ຈາກຫົວເຫວ່ຍ ທີ່ກຳລັງເປັນຂ່າວມາແຮງໃນຕອນນີ້ ເຊິ່ງທາງເວັບໄຊ Oppomart ໄດ້ເຜີຍແຜ່ຂໍ້ມູນກ່ຽວກັບລາຍລະອຽດສະເປັກ ແລະລາຄາຂອງ P9, P9Max ແລະ P9 Lite ມາດັ່ງນີ້:

Huawei P9

ສຳລັບລຸ້ນເຮືອທຸງ Huawei P9 ນັ້ນມີໜ້າຈໍຂະໜາດ 5.2 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (Full HD). ໃຊ້ງານຊິບປະມວນຜົນ Hisilicon Kirin 950 octa core, ROM 32GB, RAM 3GB (LPDDR4 1866MHz). ໃຊ້ງານລະບົບປະຕິບັດການ Android 6.0 Marshmallow ແລະຄອບດ້ວຍ EMUI

ໃນດ້ານຂອງກ້ອງນັ້ນເປັນກ້ອງຄູ່ຄວາມລະອຽດ 12 ລ້ານພິກເຊວ ມາພ້ອມກັບເທັກໂນໂລຢີ Optical Image Stabilization ແລະເລເຊີໂຟກັດ. ກ້ອງໜ້າມີຄວາມລະອຽດ 5 ລ້ານພິກເຊວ

image

ສຳລັບໂຕເຄື່ອງນັ້ນຂ່ອນຂ້າງບາງເພາະບາງພຽງ 6.4 ມມ ຖ້າທຽບກັບຂະໜາດແບັດເຕີຣີທີ່ໃຫ້ມາ 3,000mAh. ຮອງຮັບ 2 ຊິມ ແລະຮອງຮັບ 4G FDD LTE ທົ່ວໂລກ. ລາຄາຂອງ P9 ແມ່ນ $499 (4.502.000 ກີບ)

Huawei P9 Max

ໃນສ່ວນຂອງເຮືອທຸງແບບ Huawei P9 Max ນັ້ນມາພ້ອມກັບໜ້າຈໍຂະໜາດ 6.2 ນິ້ວ , ຄວາມລະອຽດ 1440 x 2560 ພິກເຊວ (QHD). ໃຊ້ງານຊິບປະມວນຜົນ Hisilicon Kirin 955 octa core, ROM 64GB, RAM 4GB. ໃຊ້ງານລະບົບປະຕິບັດການ Android 6.0 Marshmallow ແລະຄອບດ້ວຍ EMUI

ໃນດ້ານຂອງກ້ອງນັ້ນເປັນກ້ອງຄູ່ຄວາມລະອຽດ 12 ລ້ານພິກເຊວ ມາພ້ອມກັບເທັກໂນໂລຢີ Optical Image Stabilization ແລະເລເຊີໂຟກັດ. ກ້ອງໜ້າມີຄວາມລະອຽດ 8 ລ້ານພິກເຊວ.

ແບັດເຕີຣີ 3,000 mAh, ໂຕເຄື່ອງໜາ 6.4 ມມ, ຮອງຮັບ 2 ຊິມ ແລະ 4G FDD LTE .P9 Max ມີລາຄາຢູ່ທີ່ $699 (5.675.000 ກີບ)

Huawei P9 Lite

ໃນດ້ານຂອງສະມາດໂຟນລຸ້ນນ້ອຍສຸດຂອງຊີຣີ Huawei P9 Lite ແມ່ນມີໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (Full HD). ໃຊ້ງານຊິບປະມວນຜົນ Snapdragon 650 ມີ 6 ຄໍ (ແອບເສຍດາຍຖ້າຫາກໃຊ້ 652 ໂຕ 8 ຄໍຄົງຈະດີກວ່ານີ້ ຂໍໃຫ້ບໍ່ເປັນຈິງ!!! ^^)

ໃນສ່ວນຂອງກ້ອງຫຼັງແມ່ນມີຄວາມລະອຽດ 12 ລ້ານພິກເຊວເປັນກ້ອງຄູ່ ແລະກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ. ROM 16 GB ແລະ RAM 2GB. ແບັດເຕີຣີ 2,500mAh. ຮອງຮັບ 2 ຊິມ ແລະຮອງຮັບ 4G FDD LTE ທົ່ວໂລກ

ຄາດວ່າໃຊ້ງານລະບົບປະຕິບັດການ Android 6.0 Marshmallow ແລະຄອບດ້ວຍ EMUI. ໃນດ້ານລາຄາຂອງ P9 Lite ແມ່ນຢູ່ທີ່ $299 (2.430.000 ກີບ)

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...