spot_img
Homeຂ່າວພາຍ​ໃນການກໍ່ສ້າງເຂື່ອນ 20 ໂຄງການ ໃນລາວ ຈະແລ້ວສຳເລັດ ໃນປີ 2015-2016

ການກໍ່ສ້າງເຂື່ອນ 20 ໂຄງການ ໃນລາວ ຈະແລ້ວສຳເລັດ ໃນປີ 2015-2016

Published on

ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳງື່ມ 2 ຢູ່ເຂດນະຄອນ ວຽງຈັນ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳງື່ມ 2 ຢູ່ເຂດນະຄອນ ວຽງຈັນ.

ທາງການລາວຄາດວ່າການກໍ່ສ້າງເຂື່ອນ 20 ໂຄງການຈະແລ້ວສຳເລັດໃນປີ 2015-2016 ໂດຍຈະເຮັດໃຫ້ລາວມີພະລັງງານ
ໄຟຟ້າ ເພີ້ມຂຶ້ນ ຈາກ 3,000 ກວ່າ​ເມກາວັດ ເປັນຫລາຍກວ່າ 7,000 ເມກາວັດ.

ກະຊວງພະລັງງານແລະບໍ່ແຮ່ ລາຍງານວ່າບັນດາໂຄງການເຂື່ອນ ແລະໂຮງງານ ຜະລິດກະແສໄຟຟ້າ ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນປັດຈຸບັນນີ້ມີຢູ່ 20 ໂຄງການດ້ວຍກັນ ໂດຍໃນນີ້ກໍເປັນການກໍ່ສ້າງເຂື່ອນ19 ໂຄງການ ແລະໂຮງ ງານຜະລິດກະແສໄຟຟ້າຈາກຖ່ານລິກໄນຕ໌ 1 ໂຄງການ ຊຶ່ງຄາດວ່າຈະກໍ່ສ້າງແລ້ວສຳເລັດ ໃນສົກປີ 2015-2016 ແລະກໍຈະເຮັດໃຫ້ຄວາມອາດສາມາດ ໃນການຜະລິດກະ ແສໄຟຟ້າຂອງລາວເພີ້ມຂຶ້ນຈາກ 3,000 ກວ່າ ເມ​ກາ​ວັດ ໃນປັດຈຸບັນເປັນຫລາຍກວ່າ 7,000 ​ເມ​ກາ​ວັດ.

ໂດຍໂຄງການທີ່ຄາດໝາຍວ່າຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2014-201 ກໍປະກອບ ດ້ວຍເຂື່ອນຫ້ວຍລຳພັນ ຂະໜາດ 88 ​ເມ​ກາ​ວັດ ໃນແຂວງຫຼວງນ້ຳທາ ເຂື່ອນນ້ຳຄານ 2 ຂະໜາດ 130 ​ເມ​ກາ​ວັດ ໃນແຂວງຫຼວງພະບາງ ເຂື່ອນເຊນ້ຳນ້ອຍ 1 ຂະໜາດ 15 ​ເມ​ກາ​ວັດ ເຂື່ອນນ້ຳງ້ຽບ 3A ຂະໜາດ 44 ​ເມ​ກາ​ວັດ ເຂື່ອນນ້ຳກົງ 2 ແລະໂຮງຜະລິດກະແສໄຟຟ້າຫົງສາລິກໄນຕ໌ຂະໜາດ 1,800 ​ເມ​ກາ​ວັດ ໃນແຂວງໄຊຍະບູລີ.

ສ່ວນທີ່ຈະກໍ່ສ້າງແລ້ວສຳເລັດພາຍໃນປີ 2016 ນັ້ນ ກໍປະກອບດ້ວຍເຂື່ອນນ້ຳອູ 5 ຂະໜາດ 240 ​ເມ​ກາ​ວັດ ເຂື່ອນນ້ຳອູ 6 ຂະໜາດ 180 ​ເມ​ກາ​ວັດ ໃນແຂວງຫຼວງພະບາງ ແລະເຂື່ອນ ນ້ຳງ້ຽບ 1 ຂະໜາດ 180 ​ເມ​ກາ​ວັດ ໃນແຂວງວຽງຈັນ.

ນອກຈາກນັ້ນ ກໍມີເຂື່ອນເຊຂະໝານ 1 ຂະໜາດ 322 ​ເມ​ກາ​ວັດ ເຂື່ອນນ້ຳອູ 2 ຂະໜາດ 120 ​ເມ​ກາ​ວັດ ເຂື່ອນນ້ຳຄານ 3 ຂະນາດ
60 ເມ​ກາ​ວັດ ຢູ່ໃນແຂວງຫຼວງພະບາງ ກໍຈະກໍ່ສ້າງແລ້ວສຳເລັດໃນປີ 2016-2017 ແລະໂຄງການເຂື່ອນໄຊຍະບູລີເທິງແນວແມ່ ນ້ຳຂອງໃນເຂດແຂວງໄຊຍະບູລີ ຊຶ່ງຈະສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 1,280 ​ເມ​ກາ​ວັດ ນັ້ນກໍມີກຳນົດການກໍ່ສ້າງໃຫ້ແລ້ວ
ສຳເລັດໃນປີ 2019.

ທາງດ້ານ ທ່ານສຸລິວົງ ດາຣາວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍຖະແຫຼງຢືນຢັນວ່າ ການພັດທະນາດ້ານພະລັງງານໃນລາວທີ່ສ່ວນໃຫຍ່ເປັນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນັ້ນ ຖືເປັນພະລັງງານທາງເລືອກ ແລະ
ພະລັງງານທົດແທນທີ່ສະອາດແລະເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ ທັງກໍຍັງຈະສົ່ງຜົນກະທົບຕໍ່ສັງຄົມໃນລະດັບທີ່ຕ່ຳຫຼາຍອີກດ້ວຍ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ກໍຍັງຈະສົ່ງຜົນດີຕໍ່ການພັດທະນາທາງເສດຖະກິດ ເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂຶ້ນເທື່ອລະກ້າວ ເນື່ອງຈາກລາວສາມາດທີ່ຈະສ້າງລາຍຮັບ ຈາກການຂາຍກະແສໄຟຟ້າແລະໃນຂະນະດຽວກັນການຕອບສະໜອງກະແສໄຟຟ້າໄປໃຫ້ປະຊາຊົນລາວໄດ້ຊົມໃຊ້
ຢ່າງກວ້າງຂວາງຫຼາຍຂຶ້ນ ນັບມື້ນັ້ນກໍຍັງໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາພາກການຜະລິດຕ່າງໆ ໄດ້ເປັນຢ່າງດີ ດັ່ງທີ່ ທ່ານສຸລິວົງໄດ້ໃຫ້ການຢືນຢັນວ່າ:
“ການພັດທະນາໄຟຟ້າຢູ່ ສປປ. ລາວ ສ່ວນໃຫຍ່ແມ່ນໄຟຟ້ານ້ຳຕົກຊຶ່ງຈັດເປັນ
ພະລັງງານໃນກຸ່ມແຫຼ່ງພະລັງງານທີ່ສະອາດ ເປັນພະລັງງານທີ່ທົດແທນໄດ້ ແລະ
ມີຜົນກະທົບນ້ອຍຕໍ່ ສິ່ງແວດລ້ອມທຳມະຊາດ ແລະສັງຄົມ ພ້ອມກັນນັ້ນຍັງໄດ້
ປະກອບສ່ວນອັນໃຫຍ່ຫຼວງຕໍ່ການພັດທະນາຊົນນະບົດເປັນການປະກອບສ່ວນ
ສ້າງລາຍຮັບແຫ່ງຊາດ ຈາກການຂາຍໄຟຟ້າ ແລະ ເປັນການຊ່ວຍໃຫ້ຂະແໜງ
ການອື່ນໆ ໄດ້ຮັບການພັດທະນາອີກດ້ວຍ.”

ທັງນີ້ໂດຍກະຊວງພະລັງງານແລະບໍ່ແຮ່ ໄດ້ວາງແຜນການທີ່ຈະເພີ້ມລະດັບຄວາມອາດ
ສາມາດໃນການຜະລິດພະລັງງານໄຟຟ້າຈາກ 3,200 ເມ​ກາ​ວັດ ໃນປັດຈຸບັນເປັນບໍ່ນ້ອຍ
ກວ່າ 12,500 ​ເມ​ກາ​ວັດ ໃນປີ 2020 ຊຶ່ງການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງດຳເນີນການກໍ່ສ້າງເຂື່ອນແລະໂຮງງານໄຟຟ້າໃຫ້ໄດ້ເຖິງ 39 ໂຄງການ.

ໃນປັດຈຸບັນ ເຂື່ອນທີ່ກໍ່ສ້າງແລ້ວສຳເລັດແລະໄດ້ຜະລິດກະແສໄຟຟ້າແລ້ວ ມີຢູ່ 23 ໂຄງການ
ທີ່ຜະລິດພະລັງງານໄຟຟ້າໄດ້ລວມກັນ 3,211 ​ເມ​ກາ​ວັດ ຫຼື 13,668.04ລ້ານກິໂລວັດ/ໂມງ ຕໍ່ປີ ແລະກໍໄດ້ສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນປະລິມານ ລວມ 11,053.8 ລ້ານກິໂລວັດຕ໌/ໂມງ ຄິດເປັນມູນຄ່າເກີນກວ່າ 480 ລ້ານໂດລາໃນປີ 2013 ທີ່ຜ່ານມາ ສ່ວນການຊົມໃຊ້ໄຟຟ້າຢູ່ໃນລາວກໍສາມາດຕອບສະໜອງໄດ້ແລ້ວ 87 ເປີເຊັນ
ຂອງຈຳນວນຄົວເຮືອນທັງໝົດໃນທົ່ວປະເທດ ແລະຄາດໝາຍວ່າຈະເພີ້ມຂຶ້ນເປັນ 90 ເປີເຊັນ ຂອງຈຳນວນຄົວເຮືອນທັງໝົດໃນປີ 2015.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...