Homeລວມກົດຫມາຍລາວການນິນທາ ແລະ ການໃສ່ຮ້າຍແມ່ນຫຍັງ? ແລະ ມີຜົນແນວໃດທາງດ້ານກົດໝາຍ?

ການນິນທາ ແລະ ການໃສ່ຮ້າຍແມ່ນຫຍັງ? ແລະ ມີຜົນແນວໃດທາງດ້ານກົດໝາຍ?

Published on

ການ​ນິນ­ທາ​ແມ່ນ​ການ​ທີ່ບຸກ­ຄົນ​ໜຶ່ງ​ໄດ້​ເຮັດ​ໃຫ້​ບຸກ­ຄົນ​ອື່ນເສື່ອມ​ເສຍ­ຊື່​ສຽງ, ກຽດ​ສັກ​ສີ​ຢ່າງຮ້າຍ​ແຮງ ດ້ວຍ​ການ​ຂຽນ, ການເວົ້າ ຫຼື ດ້ວຍ​ຮູບ​ການ​ອື່ນໆ

ນັ້ນ​ຖືວ່າ​ແມ່ນ​ການ​ນິນ­ທາ, ການ​ນິນ­ທາ ແມ່ນ​ແຕກ​ຕ່າງ​ກັນ​ກັບ​ການ​ໃສ່ຮ້າຍ​ຄື​ການ​ນິນ­ທາ​ແມ່ນ​ການ​ທີ່ເອົາ​ຄວາມ​ຈິງ​ເລື່ອງ​ຂອງ​ບຸກ­ຄົນອື່ນ​ມາ​ເປີດ­ເຜີຍ ຫຼື ເອົາ​ໄປ​ເວົ້າ, ຂຽນ ຫຼື ດ້ວຍ​ຮູບ​ການ​ໃດໆ​ກໍ​ຕາມ, ໃນ​ທາງ​ກົດ­ໝາຍ​ແລ້ວ​ການ​ນິນ­ທາແມ່ນ​ຖື​ວ່າ​ມີ​ຄວາມ​ຜິດ​ທາງ​ອາ­ຍາເມື່ອ​ໄດ້​ຍິນ​ແນວ​ນີ້​ແລ້ວ​ຫຼາຍໆ ທ່ານ​ຜູ້​ອ່ານ​ຄົງ​ຈະ​ສົງ­ໄສ​ວ່າ​ເປັນຫຍັງ​ການ​ນິນ­ທາ ຫຼື ການ​ທີ່​ເຮົາເອົາ​ເລື່ອງ​ຄວາມ​ຈິງ​ໄປ​ເວົ້າ, ເຜີຍ ແຜ່ ຫຼື ບອກ​ຕໍ່ໆກັນ​ພຽງ​ເທົ່າ​ນີ້ ກໍ​ມີ​ຄວາມ​ຜິດ​ທາງ​ອາ­ຍາ​ບໍ່? ເພາະເລື່ອງ​ທີ່​ໄດ້​ເວົ້າ, ໄດ້​ຂຽນ​ມັນ​ກໍແມ່ນ​ເລື່ອງ​ຄວາມ​ຈິ່ງ​ທີ່​ເກີດ​ຂຶ້ນ​ແທ້, ແຕ່​ໃນ​ທາງ​ກົດ­ໝາຍ​ແລ້ວ, ການ​ທີ່​ບຸກ­ຄົນ​ໃດ​ໜຶ່ງ​ໄປ​ເວົ້າ ຫຼື ໄປຂຽນ ຫຼື ດ້ວຍ​ຮູບ​ການ​ອື່ນ​ໃດກໍ​ຕາມ ຊຶ່ງ​ເປັນ​ການ​ໄປ​ແຕະ­ຕ້ອງເຖິງ​ຊື່​ສຽງ, ກຽດ​ສັກ​ສີ​ຂອງ​ບຸກຄົນ​ອື່ນ​ແລ້ວ​ແມ່ນ​ຈະ​ຖື​ເປັນ­ຄວາມຜິດ​ທາງ​ອາ­ຍາ​ເຖິງ​ແມ່ນ​ວ່າ​ເລື່ອງທີ່​ເວົ້າ, ທີ່​ຂຽນ ຫຼື ເຜີຍ­ແຜ່​ນັ້ນ​ຈະແມ່ນ​ຄວາມ​ຈິງ​ກໍ​ຕາມ​ແຕ່​ກໍ​ບໍ່​ໄດ້ໝາຍ​ຄວາມ​ວ່າ​ບຸກ­ຄົນ​ຜູ້​ໃດ​ຜູ້​ໜຶ່ງຈະ​ມີ​ສິດ​ໄປ​ເຜີຍ­ແຜ່​ເລື່ອງ​ຂອງ​ບຸກຄົນ​ອື່ນ​ໄດ້, ຊຶ່ງ​ກົດ­ໝາຍ​ນີ້​ກໍ​ຖືກກຳ­ນົດ ໄວ້​ເພື່ອ​ມີ​ຈຸດ­ປະ­ສົງ​ໃນການປົກ​ປ້ອງ​ຄຸ້ມ​ຄອງ​ສິດ­ທິ​ຄວາມ​ເປັນ ສ່ວນ​ຕົວ​ຂອງ​ບຸກ­ຄົນ​ເພື່ອ​ບໍ່​ໃຫ້​ບຸກຄົນ​ອື່ນ​ສາ­ມາດ​ມາ​ລ່ວງ​ລະ­ເມີດ ສິດ​ດັ່ງ­ກ່າວ​ໄດ້ ດັ່ງ­ນັ້ນ ຈິ່ງ​ກຳ­ນົດໄວ້​ວ່າ​ເຖິງ​ແມ່ນ​ວ່າ​ບຸກ­ຄົນ​ຜູ້​ທີ່​ເວົ້າຂຽນ ຫຼື ເຜີຍ­ແຜ່​ເລື່ອງ ຫຼື ຂ່າວ​ຂອງບຸກ­ຄົນ​ອື່ນ​ທີ່​ເປັນ­ຄວາມ​ຈິງ​ກໍ​ຕາມ ກໍ​ຖື​ວ່າ​ມີ​ຄວາມ​ຜິດ​ທາງ​ອາ­ຍາ ແລະ​ຈະ​ໄດ້​ຮັບ​ໂທດ​ທາງ​ອາ­ຍາ.

ສ່ວນ​ການ​ໃສ່​ຮ້າຍ​ນັ້ນ​ແມ່ນການ​ທີ່​ບຸກ­ຄົນ​ໃດ​ໜຶ່ງ​ໄດ້​ເວົ້າ, ໄດ້ຂຽນ, ໄດ້​ເຜີຍ­ແຜ່ ຫຼື ດ້ວຍ​ຮູບ​ການໃດ​ກໍ​ຕາມ​ທີ່​ເປັນ​ການ​ໃສ່​ຮ້າຍ ຫຼື ເຜີຍ­ແຜ່​ສິ່ງ​ທີ່​ບໍ່​ແມ່ນ​ຄວາມ​ຈິງກ່ຽວ​ກັບ​ບຸກ­ຄົນ​ອື່ນ ທີ່​ເຮັດ​ໃຫ້​ບຸກຄົນ​ດັ່ງ­ກ່າວ​ນັ້ນ ຖືກ­ເສຍ​ຫາຍ​ຢ່າງຮ້າຍ​ແຮງ, ການ​ກະ­ທຳ​ດັ່ງ­ນັ້ນ ກໍຖື​ວ່າ​ແມ່ນ​ການ​ກະ­ທຳ​ຜິດ​ໃນ​ທາງອາ­ຍາ​ເຊັ່ນ​ດຽວ​ກັນ ຊຶ່ງ​ການ​ໃສ່ຮ້າຍ ແລະ​ການ​ນິນ­ທາ​ແມ່ນ​ຖືກກຳ­ນົດ​ໄວ້​ໃນ​ມາດ­ຕາ​ດຽວ​ກັນ​ຄືມາດ­ຕາ 94 ຂອງ​ກົດ­ໝາຍ​ອາ­ຍາວ່າ​ດ້ວຍ “ບຸກ­ຄົນ​ໃດ​ຫາກ​ໄດ້​ເຮັດໃຫ້​ຜູ້​ອື່ນ​ເສື່ອມ​ເສຍ​ກຽດ​ສັກ​ສີ​ຢ່າງຮ້າຍ​ແຮງ​ດ້ວຍ​ການ​ຂຽນ, ການເວົ້າ ຫຼື ດ້ວຍ​ຮູບ​ການ​ອື່ນໆ ຈະ​ຖືກຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 3 ເດືອນ ເຖິງ 1 ປີ ຫຼື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດສະ­ຫຼະ​ພາບ ແລະ​ຈະ​ຖືກ​ປັບ​ໃໝແຕ່ 50 ພັນ​ກີບ​ເຖິງ 5 ແສນ​ກີບ.

ດັ່ງ­ນັ້ນ ເຖິງ​ວ່າ­ການ​ເວົ້າ, ການຂຽນ ຫຼື ການ​ເຜີຍ­ແຜ່ ຫຼື ດ້ວຍ​ຮູບການ​ໃດໆ​ທີ່​ເປັນ​ການ​ກະ­ທົບ​ກະເທືອນ ຫຼື ແຕະ­ຕ້ອງ​ເຖິງ​ສິດ­ທິຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບຸກ­ຄົນອື່ນ ຫຼື ເຮັດ​ໃຫ້​ບຸກ­ຄົນ​ອື່ນ​ເສື່ອມເສຍ​ກຽດ​ສັກ​ສີ​ຢ່າງ​ຮ້າຍ​ແຮງ​ແລ້ວ ເຖິງ​ຈະ​ອ້າງ​ວ່າ​ຕົນ​ເອງ​ໄດ້​ເວົ້າຄວາມ​ຈິງ, ຂຽນ​ຄວາມ​ຈິງ​ກໍ​ຕາມ ກໍ​ບໍ່​ສາ­ມາດ​ຍົກ­ເວັ້ນ​ຄວາມ​ຜິດຕາມ​ທີ່​ກົດ­ໝາຍ​ໄດ້​ລະ­ບຸ​ໄວ້.

 

ຂໍ້ມູນຈາກ: 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...