Homeຂ່າວພາຍ​ໃນໂຄງການ​ ເຂື່ອນ​​ໄຊ​ຍະ​ບູລີ ສະໜອງ ​ວຽກ​ເຮັດ​ງານ​ທຳ​ ໃຫ້ຫຼາຍກວ່າ 7,000 ຄົນ

ໂຄງການ​ ເຂື່ອນ​​ໄຊ​ຍະ​ບູລີ ສະໜອງ ​ວຽກ​ເຮັດ​ງານ​ທຳ​ ໃຫ້ຫຼາຍກວ່າ 7,000 ຄົນ

Published on

000

ໂຄງການ​ກໍ່ສ້າງ​ ເຂື່ອນໄຊ​ຍະ​ບູລີ​ ເທິງ​ແນວ​ແມ່ນ້ຳຂອງ​
ໃນ​ລາວສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ຫຼາຍກວ່າ 7,000 ຄົນ
​ໂດຍ​ໃນ​ນີ້​ເປັນ​ຄົນ​ລາວຫຼາຍກວ່າ 5,600 ຄົນຫຼື 80 ​ເປີ​ເຊັນ
ຂອງ​ແຮງ​ງານ​ທັງ​ໝົດ.

​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ພະລັງງານ​ແລະ​ບໍ່ແຮ່ ​ໄດ້​ຢືນຢັນ​ວ່າ​
ໂຄງການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວ​ແມ່ນ້ຳຂອງ ​ໄດ້​ມີ​ການ​ຈ້າງແຮງ​ງານ​ຈຳນວນ​ທັງ​ໝົດ ຫຼາຍກວ່າ 7,000 ຄົນ ​ໂດຍ​ໃນ​ນີ້​ກໍ​ເປັນ​ແຮງ​ງານ​ຄົນ​ລາວ ຫຼາຍກວ່າ 5,600 ຄົນຫຼື ຄິດ​ເປັນ 80 ​ເປີ​ເຊັນ ຂອງ​ແຮງ​ງານ​ທັງ​ໝົດ ຊຶ່ງ​ລວມ​ເຖິງ​ປະຊາຊົນ​ລາວ​ທີ່​ຖືກ​ຍົກ​ຍ້າຍ​ຈາກເຂດ​ກໍ່ສ້າງ​ເຂື່ອນ​ແລະ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃກ້​ກັບ​ໂຄງການ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຄົນ​ລາວ​ທີ່​ເປັນ​ລູກຈ້າງ​ໃນ​ໂຄງການ​ເຂື່ອນໄຊ​ຍະ​ບູລີ​ສ່ວນ​ໃຫຍ່​ກໍ​ຄືແຮ​ງງານ​ລະດັບ​ຂັ້ນຕ່ຳຫຼືຜູ້​ອອກ​ແຮງ​ງານ​ເທົ່າ​ນັ້ນ ​ເພາະ​ສ່ວນ​ໃຫຍ່​ກໍ​ຄື​ປະຊາຊົນ​
ລາວ​ທີ່​ໄດ້​ພາກັນ​ຢຸດ​ເຊົາ​ຈາກ​ການ​ເປັນ​ກະ​ເສດ​ຕະກອນ​ແລ້ວ​ມາ​ເປັນ​ແຮງ​ງານ​ໃນ​ໂຄງການ ​ເນື່ອງ​ຈາກ​ເຫັນ​ວ່າການ​ເປັນ​ແຮງ​ງານ​ໃນ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ນັ້ນມີ​ເງິນ​ເດືອນ​ທີ່​ມັ້ນຄົງ​ກວ່າ​ການ​ເຮັດ​ໄຮ່​ເຮັດ​ນານັ້ນ​ເອງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຈະ​ເຫັນ​ວ່າ​ປະ​ຊາ​ຊົນ​ ຈະ​ປະ​ໄຮ່​ປະນາ​ ໄປ​ເປັນ​ກຳມະກອນ​ຢູ່​ໂຄງການ​ ຜູ້​ໃດ​ມີ​
ເງື່ອນໄຂ​ເຮັດອັນ​ໃດ​ ກະ​ເຮັດຕັ້ງ​ແຕ່​ວຽກຂັ້ນຕ່ຳ​ໄປ​ຫາ​ສູງ ຕົວຢ່າງເພິ່ນຕ້ອງການ​
ຄົນ​ໄປ​ເປັນ​ແມ່​ບ້ານ​ ກະ​ໄປ​ເປັນແມ່​ບ້ານ​ ແລະ​ຢ່າງ​ຕ່ຳ​ກະຖື​ວ່າ​ເດືອນ​ໜຶ່ງ​ຄະ​ເຈົ້າ
ກໍ​ໄດ້​ລ້ານ​ປາຍ.”

ການ​ກໍ່​ສ້າງ​ເຂື່ອນໄຊ​ຍະ​ບູລີ​ໄດ້​ເລີ້ມລົງ​ມື​ດຳ​ເນີນ​ການ​ນັບ​ແຕ່​ທ້າຍ​ປີ 2012 ​ເປັນຕົ້ນມາ​ໂດຍ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​ກໍປະກົດ​ວ່າ​ໄດ້​ຄື​ບໜ້າ​ໄປ​ແລ້ວ​ເກີນ​ກວ່າ 30 ​ເປີ​ເຊັນ ຂອງ​ແຜນການ​ທັ້ງໝົດ​ຫາກ​ແຕ່​ວ່າ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ ກໍ​ຍັງ​ຄົງ​ຖືກ​ຄັດຄ້ານ​ຈາກ​ພາກ​ປະຊາ​ສັງຄົມ​ໃນໄທ ກຳປູ​ເຈຍ ​ຫວຽດນາມ​ແລະ ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ລະດັບ​ສາກົນ​ມາ​ຢ່າງ​ຕໍ່​ເນື່ອງ.

​ໂດຍ​ລ້າ​ສຸດ​ເຄືອຂ່າຍປະ​ຊາ​ຊົນ​ໄທ​ເພື່ອ​ການ​ອະນຸລັກ​ແມ່ນ້ຳຂອງ ​ເຄືອ​ຂ່າຍ​ເພື່ອການ​ຮ່ວມ​ມື​ໃນ​ການ​ພັດທະນາ​ດ້ານ​ການ​ປະມົງ​ໃນ​ກຳປູ​ເຈຍ ສູນ​ສຶກສາວິໄຈ​ກົດໝາຍ ​ແລະ​ນະ​ໂຍບາຍເພື່ອ​ການ​ພັດທະນາ​ຢ່າງ​ຍືນ​ຍົງ​ໃນ​ຫວຽດນາມ ອົງການແມ່ນ້ຳສາກົນ ​ແລະ ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມໃນ​ປະ​ເທດ​ອອສ​ເຕຣຍ ກໍ​ໄດ້​ຮ່ວມ​ກັນ​ຍື່ນ​ເອກະສານ​ຮ້ອງ​ຮຽນ​ເຖິງ​ສຳນັກງານ​ກາງຂອງ​ປະ​ເທດອອສ​ເຕຣຍ
ທີ່​ນະຄອນຫຼວງວຽນ​ນາມ ຢ່າງ​ເປັນ​ທາງ​ການ​ເມື່ອບໍ່​ນານ​ມາ​ນີ້.

​ໂດຍ​ເນື້ອ​ໃນ​ທີ່​ສຳຄັນ​ຂອງ​ການ​ຮ້ອງ​ຮຽນ​ໃນ​ຄັ້ງນີ້ ກໍ​ຄື​ການ​ກ່າວ​ຫາ​ກຸ່ມບໍລິສັດ Andritz AG
​ແຫ່ງ​ອອສ​ເຕຣຍ ຊຶ່ງ​ເປັນ​ຜູ້​ຕອບ​ສະໜອງ​ດ້ານເຕັກນິກ ​ແລະ​ວິສະວະກຳ​ໃຫ້​ໂຄງການ​ເຂື່ອນໄຊ​ຍະ​ບູລີ ວ່າ​ໄດ້​ລະ​ເມີດຕໍ່​ຈັນ​ຍາ​ບັນ​ຂອງ​ອົງການ​ຮ່ວມ​ມື​ເພື່ອພັດທະນາ
ເສດຖະກິດລະຫວ່າງ​ຊາດ (OECD) ທີ່​ຢືນ​ຢູ່ບົນ​ຫຼັກການ​ສຳຄັນ​ທີ່​ວ່າການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ບໍ​ລິ​ສັດ​ຕ້ອງ​ຄຳນຶງ​ເຖິງ​ການ​ປ້ອງ​ກັນ​ຜົນ​ກະທົບ​ທີ່​ຈະ​ມີ​ຕໍ່​ສັງຄົມສິດ​
ທິມະນຸດ​ຍະ​ຊົນ​ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ໜັກ​ແໜ້ນ.

ຫາກແຕ່​ສຳລັບ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ ທີ່​ກໍ່ສ້າງ​ຢູ່​ເທິງ​ແນວ​ແມ່ນ້ຳຂອງ​ໃນລາວ
ຈະ​ບໍ່​ພຽງ​ແຕ່​ຈະ​ສົ່ງ​ຜົນ​ກະທົບ​ ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະຊາດ ແລະ​ສັດ​ນ້ຳ ສະ​ເພາະ​ຢູ່​
ໃນ​ລາວ​ເທົ່າ​ນັ້ນ ຫາກຍັງ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ເທດ ​ທີ່ຢູ່​ເ​ຂດຕອນ​ລຸ່ມ​ຂອງ​ແມ່ນ້ຳຂອງ​
ດ້ວຍ ​ເພາະສະນັ້ນ ຈຶ່ງ​ຖື​ວ່າ​ບໍລິສັດ Andritz AG ​ໄດ້​ດຳ​ເນີນ​ທຸລະ​ກິດ​ທີ່​ຂັດ​ຕໍ່ຈັນ​ຍາບັນ​ຂອງ​ອົງການ OECD ​ໂດຍ​ກົງ​ນັ້ນ​ເອງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...