spot_img
Homeຂ່າວທ້ອງຖິ່ນລັດຖະບານລາວ ຈະສົ່ງເສີມນັກລົງທຶນຕ່າງປະເທດ ເພື່ອກໍ່ສ້າງເຂື່ອນໃຫ້ໄດ້ 19 ແຫ່ງພາຍໃນປີ 2020

ລັດຖະບານລາວ ຈະສົ່ງເສີມນັກລົງທຶນຕ່າງປະເທດ ເພື່ອກໍ່ສ້າງເຂື່ອນໃຫ້ໄດ້ 19 ແຫ່ງພາຍໃນປີ 2020

Published on

ລັດຖະບານ ລາວ ວາງແຜນໃຫ້ການສົ່ງເສີມກຸ່ມທຸລະກິດຈາກຕ່າງ ປະ ເທດໃຫ້ເຂົ້າມາລົງ ທຶນສ້າງເຂື່ອນໃນ ລາວ ໃຫ້ໄດ້ 19 ໂຄງ ການຊຶ່ງຈະເຮັດໃຫ້ສາມາດຜະລິດໄຟຟ້າໄດ້ເພີ່ມ ຂຶ້ນອີກ 30,000 Gwh ໃນປີ 2020.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍໃນການພັດທະນາດ້ານພະລັງງານນັບແຕ່ປີ 2016-2020 ໄວ້ວ່າຈະຊຸກຍູ້ ແລະ ສົ່ງເສີມໃຫ້ກຸ່ມບໍລິສັດຕ່າງຊາດເຂົ້າມາລົງທຶນສ້າງເຂື່ອນໃນລາວ ໃຫ້ໄດ້ 19 ໂຄງການ ເພື່ອເຮັດໃຫ້ຄວາມອາດສາມາດໃນການຜະລິດພະລັງງານໄຟຟ້າຂອງລາວ ເພີ່ມຂຶ້ນອີກເຖິງ 30,000 ລ້ານກິໂລວັດ/ໂມງ ໃນປີ 2020.

ໂດຍໃນປະຈຸບັນປະເທດລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນ້ຳ 37 ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖານລິກໄນທ໌ 1 ແຫ່ງ ມີກຳລັງຕິດຕັ້ງ ວມ 6,264.8 ເມກະວັດ ທີ່ສາມາດຜະລິດພະລັງງານໄຟຟ້າໄດ້ 33,315 ລ້ານກິໂລວັດ/ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າທຽບໃສ່ປີ 1975 ແລະ ຖ້າຫາກວ່າສາມາດບັນລຸເປົ້າໝາຍ ດັ່ງກ່າວ ໄດ້ແທ້ ກໍຈະເຮັດໃຫ້ ລາວ ມີແຫຼ່ງຜະລິດໄຟຟ້າເພີ່ມຂຶ້ນເປັນ 57 ແຫ່ງ ມີກຳລັງຕິດ ຕັ້ງລວມ 9,764.8 ເມກະວັດທີ່ຜະລິດໄຟຟ້າໄດ້ເຖິງ 63,315 ລ້ານກິໂລວັດ/ໂມງຕໍ່ປີ.

ທ່ານ ຄຳມະນີ ຢືນຢັນດ້ວຍວ່າ ພະລັງງານໄຟຟ້າທີ່ຜະລິດໄດ້ໃນປະຈຸບັນແບ່ງເປັນ 79.6 ເປີເຊັນ ທີ່ສົ່ງອອກໄປຕ່າງປະເທດ ແລະ 20.4 ເປີເຊັນສຳລັບຕອບສະໜຶງການຊົມໃຊ້ພາຍ ໃນປະເທດ ໂດຍລະບົບຕາໜ່າງສາຍສົ່ງກະແສໄຟຟ້າໄດ້ໄປເຖິງປະຊາຊົນໃນ ລາວ ແລ້ວ 1,010,100 ຄົວເຮືອນຄິດເປັນ 90 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນລາວ ຈຶ່ງຍັງເຫຼືອອີກ 122,800 ກວ່າຄົວເຮືອນທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າໄປ ໃຫ້ເຖິງທັງໝົດພາຍໃນປີ 2020 ຕໍ່ໄປ.

ໂດຍປະຈຸບັນ ລັດຖະບານລາວ ໄດ້ລົງນາມໃນບັນທຶກຄວາມເຂົ້າ ໃຈ (MOU) ຮ່ວມກັບເອກະຊົນລາວ ແລະ ຕ່າງຊາດ ກ່ຽວກັບ ການພັດທະນາແຫຼ່ງພະລັງງານໄຟຟ້າໄປແລ້ວເຖິງ 357 ໂຄງການມີກຳລັງຕິດຕັ້ງລວມເຖິງ 26,147 ເມກະວັດ ຄິດເປັນກຳລັງຜະລິດກະແສໄຟຟ້າລວມເຖິງ 115,118 ລ້ານກິໂລວັດ/ໂມງ ແລະ ຈາກການລົງນາມໃນ MOU ດັ່ງກ່າວນີ້ ລັດຖະບານລາວ ກໍ່ໄດ້ ວາງເປົ້າໝາຍໄວ້ວ່າຈົນເຖິງທ້າຍປີ 2019 ຈະມີເຂື່ອນທີ່ສ້າງສຳເລັດເພີ່ມຂຶ້ນອີກ 45 ໂຄງງານ ເຊິ່ງຈະເຮັດໃຫ້ລາວມີເຂື່ອນເຖິງ 80 ໂຄງການມີກຳລັງຕິດຕັ້ງ ລວມ 10,000 ເມກະວັດ ຊຶ່ງຜະລິດພະລັງງານໄຟຟ້າໄດ້ເກືອບ 50,000 ລ້ານກິໂລວັດ/ໂມງ ໃນປີ 2019 ຈຶ່ງຖືເປັນບາດກ້າວສຳຄັນຂອງການພັດທະນາລາວໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງ ເອເຊຍໃນໄລຍະຕໍ່ໄປ.

ທາງດ້ານທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນການພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າລັດຖະມົນຕີພະລັງງານຈາກ ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ມີກຳນົດທີ່ຈະຮ່ວມລົງນາມໃນ MOU ວ່າດ້ວຍການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງກັນໃນໝໍ່ໆນີ້ ເຊິ່ງກ່ອນໜ້ານີ້ ທາງການຂອງທັງ 4 ປະເທດກໍໄດ້ເຮັດຂໍ້ຕົກລົງຮ່ວມກັນສຳເລັດແລ້ວ ໂດຍປະກອບມີເນື້ອໃນສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານ ເທັກນິກ, ດ້ານພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານການບໍລິຫານທີ່ຈະຖືເປັນຫຼັກຖານປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະຖືເປັນຕົ້ນແບບຂອງການປະຕິບັດແຜນການຮ່ວມມືດ້ານພະລັງງານຂອງ ອາຊຽນ ຫຼື ASEAN Power Grid ອີກດ້ວຍ.

ທັງນີ້ໂດຍຈາກການສຶກສາໃນໄລຍະທີ່ຜ່ານມາພົບວ່າ ການກໍ່ສ້າງເຂື່ອນໃນລາວຢ່າງເຕັມ ກຳລັງນັ້ນຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າທີ່ໄດ້ລວມກັນລະຫວ່າງ 28,000 ເຖິງ 30,000 ເມກະວັດ ທັງກໍຍັງຂະສົ່ງຜົນດີຕໍ່ການພັດທະນາ ເພື່ອລົງລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວ ບັນດາເຜົ່າທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ.

“ເວລາເຮົາພັດທະນາໄຟຟ້ານ້ຳຕົກມັນຊ່ວຍໃນການພັດທະນາເຂດຊົນນະບົດ ເພາະວ່າໂຄງການໄຟຟ້ານ້ຳຕົກນີ້ຈະໄປຕັ້ງຢູ່ແຖບຊົນນະບົດຫ່າງໄກຊອກຫຼີກ ສະນັ້ນ ຄັນມີໂຄງ ການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າ ເຮົາບໍ່ໄດ້ແຕ່ ໄຟຟ້າ ເຮົາສິໄດ້ອື່ນໆໄປນຳ ເຊັ່ນວ່າ ຖະຫນົນຫົນຫາງ, ຮັກສາແຫຼ່ງນ້ຳໄວ້ໃຊ້ໃນລະດູແລ້ງ, ສາມາດລ້ຽງປາໄດ້ ເປັນແຫຼ່ງອາຫານ ຫຼື ວ່າເປັນເຂດທ່ອງທ່ຽວໄດ້.”

ທັງນີ້ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການຈະຜະລິດພະລັງງານໄຟຟ້າໃຫ້ເພີ່ມຂຶ້ນຈາກ 6,264.8 ເມກະວັດ ໃນປະຈຸບັນເປັນບໍ່ນ້ອຍກວ່າ 12,500 ເມກະວັດພາຍໃນປີ 2020 ຕໍ່ໄປ.

ແຫລ່ງຂ່າວຈາກ: ຂ່າວວີໂອເອລາວ.

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...