ນ້ຳລາຍໄຫຼເມື່ອເວລາທີ່ເຮົາຄິດເຫັນຂອງກິນຣົດຊາດສົ້ມໆ ນ້ຳລາຍກໍ່ຈະມີການລັ່ງກໍ່ຈະມີການລັ່ງອອກມາຫຼາຍປົກກະຕິນັ້ນເປັນອາການທີ່ໃຜຫຼາຍຄົນເປັນ ເຊິ່ງເປີດຈາກຕ່ອມຜະລິດນ້ຳລາຍອອກມາປະມານ 1 ລິດຕໍ່ວັນ ມີຄ່າ pH 6.0 – 7.4 ນຳລາຍຍັງມີເອນໄຊມ໌ ທີ່ມີການຍ່ອຍແປ້ງໃຫ້ເປັນນ້ຳຕານ ນ້ຳລາຍເປັນເມືອກນີ້ມີຄວາມສຳຄັນໃນລະບົບຍ່ອຍອາຫານເປັນຢ່າງຫຼາຍ ໂດຍນ້ຳລາຍຈະຜະລິດຈາກຕ່ອມທັງໝົດ 3 ຕ່ອມດັ່ງນີ້:
- ຕ່ອມນ້ຳລາຍຂ້າງຫູ (Parotid glands) ເປັນຕ່ອມນ້ຳລາຍທີ່ໃຫຍ່ທີ່ສຸດຢູ່ບໍລິເວນກ້ອງຫູ ດ້ານໜ້າຂອງແຕ່ລະຂ້າງ ດ້ານໜ້າຂອງແຕ່ລະຂ້າງ ສາມາດຜະລິດນ້ຳລາຍໄດ້ 25% ນ້ຳລາຍຜະລິດອອກມາຈະມີຄວາມໃສ ມີເລັກໂທຣໄລຕ໌ ແລະ ແອມິເລສທີ່ຊ່ວຍຍ່ອຍແປ້ງໃຫ້ເປັນນ້ຳຕານ ໂດຍຈະໄຫຼຜ່ານທໍ່ທີ່ມີຂະໜາດນ້ອຍໄປສູ່ຂະໜາດໃຫຍ່ ຫຼັງອອກມາໃນບໍລິເວນໃກ້ຄຽງແຂ້ວກົກ 2 ເຫຼັ້ມ ດ້ານເທິງ ຫາກເກີດການອັກເສບ ຫຼື ວ່າຕິດເຊື້ອໄວຣັສຈະເປັນຄາບປູນ.
- ຕ່ອມນ້ຳລາຍກ້ອງຄາງ (Submaxillary glands) ນ້ຳລາຍທີ່ຜະລິດຈະມີຄວາມໃສ ແລະ ເປັນເມືອກ ສ້າງນ້ຳລາຍອອກມາ 70% ຕ່ອມນ້ຳລາຍຈະຢູ່ລະຫວ່າງດ້ານໃນຂອງຄາງຈະມີທໍ່ລຳລຽງມາຍັງບໍລິເວນກ້ອງລີ້ນ ແລະ ຫລັ່ງອອກມາຈາກທີ່ນັ້ນ.
- ຕ່ອມນ້ຳລາຍກ້ອງລີ້ນ (Suldingual Gland) ຢູ່ບໍລິເວນດ້ານລຸ່ມຂອງລີ້ນມີຂະໜາດນ້ອຍສຸດຜະລິດນ້ຳລາຍໄດ້ 5% ໂດຍມີທໍ່ຂະໜາດນ້ອຍຫຼາຍທໍ່ຫລັ່ງອອກມາທີ່ກ້ອງລີ້ນດ້ານຂ້າງຊ່ວຍໃນການຫລໍ່ລື່ນອາຫານ
ໜ້າທີ່ຂອງນ້ຳລາຍ
ນ້ຳລາຍເຮັດໜ້າທີ່ເຮັດໃຫ້ອາຫານນັ້ນນຸ້ມຂຶ້ນ ເວລາເຮົາກືນ ຫຼື ຍ້ຳຈະໄດ້ງ່າຍຂຶ້ນກີນລົງໄປຈະບໍ່ຟືດຄໍ ມີເນໄຊມ໌ທີ່ປ່ຽນແປ້ງໃຫ້ເປັນນ້ຳຕານເຮົາຈະໄດ້ຮັບຣົດຫວານເມື່ອກິນແປ້ງເຂົ້າໄປ ນ້ຳລາຍຍັງມີແອນຕີບໍດີ້ທີ່ມີຊື່ວ່າ ອິມມູໂກລຊູລິນ ທຳລາຍເຊື້ອແບດທີເຣຍທີ່ຢູ່ໃນຊ່ອງປາກຊ່ວຍປ້ອງກັນແຂ້ວແມງໄດ້ ນ້ຳລາຍຈະມີສານຕ່າງໆປະສົມຢູ່ເຊັ່ນ ສານອີເລັກໂທຣໄລຕ໌ ຈະເຮັດໃຫ້ລັ່ງໂຊດຽມ ໂປເຕສຊຽມຄໍໄຣດ໌ ໄປຄາຣ໌ບໍເນດ.
ການຫລັ່ງນ້ຳລາຍນັ້ນຈະຖືກຄວບຄຸມໃນລະບົບປະສາດຊິມພາເທຕິກ ແລະ ຊິມພາເທຕິກ ເປັນສ່ວນກະຕຸ້ນການຫລັ່ງນ້ຳລາຍ ເມື່ອໄດ້ຮັບອາຫານທີ່ມີຣົດສົ້ມ ຫຼື ພຽງແຕ່ຄິດເຖິງຣົດຊາດທີ່ເຄີຍໄດ້ຮັບ ລະບົບປະສາດພາເທຕິກຈະເຮັດໃຫ້ຫລັ່ງນ້ຳລາຍອອກມາຫຼາຍກ່ວາປົກກະຕິ 8-20 ເທົ່າ ເຮັດໃຫ້ເຮົາໄດ້ຮັບຂອງສົ້ມຈະມີນ້ຳລາຍຫຼາຍ.