ບຸນບັ້ງໄຟ (ບຸນເດືອນຫົກ).
ຄວາມໝາຍ ແລະ ຄວາມສຳຄັນ.
ບຸນບັ້ງໄຟ ຄຳວ່າ ”ບັ້ງ” ຄືໄມ້ໄຜ່ທີ່ຖືກຕັດເປັນທ່ອນຫຼືກະບອກໄມ້ໄຜ່ນັ້ນເອງ ສ່ວນ ຄຳວ່າ ”ໄຟ” ຄົງບໍ່ຕ້ອງອະທິບາຍ ເພາະມີຄວາມຊັດເຈນໃນຕົວແລ້ວ ເມື່ອ ເອົາຄຳສອງ ຄຳມາລວມກັນເປັນ ບັ້ງໄຟ ໝາຍເຖິງກະບອກໄມ້ໄຜ່ທີ່ຂ້າງໃນອັດແຫນ້ນດ້ວຍ ”ຫມື້” (ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະ ອຽດກ່ອນນຳໄປອັດໃຫ້ແໜ້ນ
ໃນກະບອກໄມ້ໄຜ່).
ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າ ເທິງຟ້າມີສິ່ງສັກສິດຫຼືມີຊາວ ພຸດເອີ້ນວ່າ ”ພະຍາແຖນ” ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ ເລົ່າໃຫ້ຟັງວ່າ: ກາລະຄັ້ງຫນຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນ ເພາະຝົນຟ້າ ບໍ່ຕົກຕາມລະດູການ ບັນດາຄົນສັດພືດຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນ ຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນສັດວິເສດປົກຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າ ຝົນຟ້າບໍ່ຕົກລົງມາ ກໍຮູ້ຄວາມຈິງວ່າ ເປັນພະຍາແຖນບໍ່ສົງຝົນລົງມາ ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບ ພະຍາແຖນ ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກ ຊະນະ ພະຍາແຖນຕ້ອງເຮັດ ໃຫ້ຝົນຕົກລົງມາໃຫ້ຄົນ ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ ຜົນປະກົດວ່າ ພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງມາໃນໂລກມະນຸດ ແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂື້ນ ເພື່ອໄປບອກດ້ວຍວ່າ ຕ້ອງການຝົນເມື່ອໃດ ເວລາໃດ ຍາມໃດ ດັ່ງນັ້ນ ເມື່ອເຖິງລະດູການເຮັດນາ ຊາວນາ ຕ້ອງການຝົນ ກໍຕ້ອງເຮັດບຸນບັ້ງໄຟ ເພື່ອຈູດບັ້ງໄຟຂື້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາ ແຖນເຮັດຝົນຕົກລົງມາ ດ້ວຍເຫດຄວາມເຊື່ອ ທີ່ກ່າວມານີ້ ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງປັດຈຸບັນນີ້ ແລະ ໃນເດືອນຫົກນີ້ ຍັງມີບຸນອີກຫຼາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພຣະ, ຫົດສົງ ພຣະເຖຣະ.
ຮີດຫນຶ່ງນັ້ນ…ເຖິງເດືອນຫົກແລ້ວ……..ນຳເອົານ້ຳວາລີສັງໂສດ
ຫົດພຣະພຸດທະຮູບ………………….ເໜືອໃຕ້ສູ່ພາຍ
ຢ່າໄດ້ລະບ່ຽງບ່າຍ…………………..ປັດເປົ່າຫາຍຫຼຸດ
ມັນຊິສູນເສຍສີ………………………ຕໍ່ໄປເມືອໜ້າ
ຈົ່ງພາກັນເຮັດແທ້……………………ແນວຄອງຮີດເກົ່າ
ເອົາບຸນໄປເລື້ອຍໆ…………………..ເມືອໜ້າຢ່າຖອຍ.