spot_img
Homeຂ່າວພາຍ​ໃນເປີດຫ້ອງການສົ່ງເສີມການຄ້າຍີ່ປຸ່ນປະຈຳນະຄອນຫລວງວຽງຈັນ

ເປີດຫ້ອງການສົ່ງເສີມການຄ້າຍີ່ປຸ່ນປະຈຳນະຄອນຫລວງວຽງຈັນ

Published on

open product from jp

 

  ພິທີເປີດຫ້ອງການອົງການ ສົ່ງເສີມການຄ້າຍີ່ປຸ່ນປະຈຳນະ ຄອນຫລວງວຽງຈັນ (JETRO VIENTIANE) ໄດ້ມີຂຶ້ນໃນ ວັນທີ 28 ເມສານີ້ຢູ່ນະຄອນ ຫລວງ ວຽງຈັນ,ໂດຍການເຂົ້າ ຮ່ວມຂອງ ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ແຜນການ ແລະ ການລົງທຶນ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕຊິມິດສຸ ໂມຕີກິ (Toshimitsu TMTEGI) ລັດຖະມົນຕີວ່າການກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ແຫ່ງປະເທດຍີ່ປຸ່ນພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
      ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການ ລົງທຶນ ກ່າວວ່າ: ການເປີດຫ້ອງການອົງການສົ່ງເສີມການຄ້າ ຍີ່ປຸ່ນປະຈຳນະຄອນຫລວງວຽງ ຈັນນີ້ເປັນການເສີມຂະຫຍາຍ ການພົວພັນຮ່ວມມືລາວ ແລະ ຍີ່ປຸ່ນ, ໂດຍສະເພາະແມ່ນ

ການດຶງດູດເອົານັກລົງທຶນຈາກຍີ່ປຸ່ນເຂົ້າມາລົງທຶນຢູ່ລາວໃຫ້ນັບມື້ຫລາຍຂຶ້ນຊຶ່ງເປັນຂີດໝາຍສຳຄັນໃນການປະກອບສ່ວນເຂົ້າໃນ ການສົ່ງເສີມການລົງທຶນ, ທັງ ເປັນການຮອງຮັບການດຳເນີນ ທຸລະກິດ, ການຄ້າ-ການລົງທຶນ ແລະ ການບໍລິການຈາກປະ ເທດຍີ່ປຸ່ນຢູ່ລາວ ຊຶ່ງຈະເປັນຜົນປະ ໂຫຍດອັນສູງສຸດໃນການສົ່ງ ເສີມການລົງທຶນຢູ່ລາວ. ໃນປັດ ຈຸບັນໂຄງການລົງທຶນຂອງ ຍີ່ປຸ່ນຢູ່ໃນລາວມີ 88 ໂຄງການ, ມີມູນ ຄ່າຫລາຍກວ່າ 548 ລ້ານໂດລາ ສະຫະລັດ ຫລື ປະມານ 4.384 ຕື້ກີບຊຶ່ງກວມ ເອົາບັນດາຂະແໜງການທີ່ສຳຄັນຄື: ຂະແໜງ ໄຟຟ້າ, ອຸດສາຫະກຳ, ກະສິກຳ, ຫັດຖະກຳ, ການບໍລິການ, ການ ກໍ່ສ້າງ ແລະ ຂະ ແໜງການອື່ນໆ.

       ທ່ານ ຮິໂຣຢູກິ ອິດຊີກິ (Hiroyuki Ishige) ປະທານຜູ້ບໍລິ ຫານອົງການສົ່ງເສີມການຄ້າຍີ່ປຸ່ນ ໃຫ້ຮູ້ວ່າ:ອົງການສົ່ງ ເສີມ ການຄ້າຍີ່ປຸ່ນໄດ້ເປີດຫ້ອງການຜູ້ຕາງໜ້າຢູ່ລາວເປັນປະເທດທີ 56 ແລະ ເປັນຫ້ອງການທີ 74 ຊຶ່ງອົງການດັ່ງກ່າວຈະ ໃຫ້ການຮ່ວມມືຢູ່ໃນ ສປປ ລາວ ເພື່ອດຶງດູດການລົງທຶນເຂົ້າມາໃນລາວ, ຈະສະໜັບສະໜູນຊ່ວຍເຫລືອການສ້າງສະພາບ ແວດລ້ອມຂອງການດຳເນີນທຸລະກິດໂດຍຮ່ວມກັບລັດຖະບານລາວ ແລະ ສະຖານທູດຍີ່ປຸ່ນປະຈຳລາວ, ພ້ອມນີ້ ຍັງຈະໃຫ້ ການຊ່ວຍເຫລືອກໍ່ສ້າງອຸດສາຫະກຳທ້ອງຖິ່ນຂອງລາວ ແລະ ອື່ນໆ.
ທີ່ມາ http://laophatthananews.blogspot.com/2014/04/blog-post_2102.html

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...