ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ສະຖາບັນປັດສະເຕີລາວ ໄດ້ເປີດເຜີຍຜົນການສຶກສາແຕ່ປີ 2012-2015, ຊຶ່ງໄດ້ກວດຕົວຢ່າງເລືອດ ທີ່ເກັບຈາກຄົນເຈັບທີ່ມີອາການຄ້າຍຄືກັບພະຍາດໄຂ້ຍຸງລາຍຫຼາຍກ່ວາ 1,300 ຕົວຢ່າງ, ໃນນັ້ນ ໄດ້ກວດເພີ່ມເຕີມຫາເຊື້ອຈຸລະໂລກອື່ນໆ ແລະ ພົບ 19 ຄົນ ທີ່ຕິດເຊື້ອຈຸລະໂລກຊິກາ ຢູ່ນະຄອນຫຼວງວຽງຈັນ ແລະ ໃນຕົ້ນປີ 2016 ໄດ້ສືບຕໍ່ກວດ ແຕ່ບໍ່ພົບເຊື້ອຈຸລະໂລກດັ່ງກ່າວ, ຈຶ່ງໄດ້ມີການປະເມີນຄວາມສ່ຽງ ແລະ ເຫັນວ່າ ສປປ ລາວ ມີໂອກາດຕ່ຳ ທີ່ຈະມີການແຜ່ກະຈາຍຂອງເຊື້ອຈຸລະໂລກຊີກາ.
ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ດຣ ບຸນຫຼາຍ ພົມມະສັກ ກ່າວວ່າ: ເຖິ່ງວ່າຜົນການປະເມີນຄວາມສ່ຽງຮ່ວມກັນລະຫວ່າງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ເຫັນວ່າມີຄວາມສ່ຽງຕ່ຳກໍ່ຕາມ, ລັດຖະບານໄດ້ມີຄວາມຕື່ນຕົວສູງ ແລະ ໄດ້ເຊີນຄູ່ຮ່ວມງານດ້ານວິຊາການທຸກພາກສ່ວນທີ່ເຮັດວຽກໃນ ລາວ ເພື່ອຕິດຕາມສະພາບການ ແລະ ສະກັດກັ້ນ, ວາງມາດຕະການຕອບໂຕ້.
ຕາງໜ້າອົງການອະນາໄມໂລກປະຈຳລາວ ກ່າວວ່າ: ອົງການອະນາໄມໂລກ ໄດ້ເຮັດວຽກຮ່ວມກັບ ກະຊວງສາທາລະນະສຸກ ເພື່ອເພີ່ມທະວີການເຝົ້າລະວັງ, ຄົ້ນຫາພະຍາດ, ປັບປຸງຄວາມສາມາດທາງຫ້ອງວິເຄາະ ເພື່ອກວດຫາເຊື້ອຈຸລະໂລກໄດ້ໄວຂື້ນ, ໃຫ້ຄຳແນະນຳໃນການປິ່ນປົວ, ສ້າງຂໍ້ຄວາມເພື່ອສື່ສານ ແລະ ວຽກງານຄວບຄຸມຍຸງລາຍທີ່ເປັນພາຫະນຳເຊື້ອພະຍາດ ແລະ ຂະບວນການອະນາໄມຊຸມຊົນ.
ເຊື້ອຈຸລະໂລກຊີກາ ແມ່ນຕິດເຊື້ອໄດ້ໂດຍການກັດຂອງຍຸງລາຍ (Aedes) ເຊິ່ງເປັນຍຸງຊະນິດດຽວກັນ ທີ່ແຜ່ເຊື້ອພະຍາດໄຂ້ຍຸງລາຍ ແລະ ຊີກຸນຄຸນຢາ (chikun gunya), ເຊື້ອຈຸລະໂລກຊີກາ ແມ່ນເຮັດໃຫ້ມີອາການເຈັບປ່ວຍແບບເບົາບາງ ໂດຍມີອາການໄຂ້ເລັກນ້ອຍ, ມີຜື່ນຕາມຜິວໜັງ, ຕາແດງ, ເຈັບຫົວ ແລະ ເຈັບຂໍ່. ມີພຽງ 1 ໃນ 4 ຄົນ ຂອງຄົນເຈັບທີ່ຕິດເຊື້ອຈຸລະໂລກຊີກາ ຈະມີອາການສະແດງອອກ ການເຈັບປ່ວຍແມ່ນປະມານ 4-7 ມື້ ແລະ ເປັນທີ່ຮູ້ກັນດີແລ້ວວ່າ ເຊື້ອຈຸລະໂລກຊີກາ ແມ່ນຈໍລະຈອນໃນຂົງເຂດອາຊີ, ອາຟຣິກາ, ອາເມລິກາ ແລະ ປາຊີຟິກ.
ຍັງມີຫຼັກຖານຢັ້ງຢືນວ່າເຊື້ອຈຸລະໂລກຊີກາ ມີການຈໍລະຈອນໃນປະເທດກຳປູເຈຍ, ອິນໂດນິເຊຍ, ມາເລເຊຍ, ຟິລິບປີນ ແລະ ປະເທດໄທ. ໃນປັດຈຸບັນ ເຊື້ອຈຸລະໂລກດັ່ງກ່າວກຳລັງກໍ່ໃຫ້ເກີດການລະບາດຂະໜາດໃຫຍ່ ໃນພາກພື້ນອາເມລິກາ ເຊິ່ງອາດມີການພົວພັນກັບເດັກທີ່ເກີດຈາກແມ່ ທີ່ຕິດເຊື້ອໃນໄລຍະຖືພາ ເຮັດໃຫ້ເດັກເກີດໃໝ່ມີຫົວນ້ອຍຜິດປົກກະຕິ ມາແຕ່ກຳເນີດ (Microcephaly) ຊຶ່ງພົບໜ້ອຍຫຼາຍ.ສາເຫດດັ່ງກ່າວແມ່ນເນື່ອງມາຈາກ ການພັດທະນາຂອງຫົວເດັກນ້ອຍ ຜິດປົກກະຕິໃນມົດລູກ ຫຼື ພາຍຫຼັງເກີດ, ເດັກນ້ອຍທີ່ມີຫົວນ້ອຍມາແຕ່ກຳເນີດ ຈະມີບັນຫາທາງດ້ານພັດທະນາການ ເມື່ອເຂົາເຈົ້າເຕີບໃຫຍ່ຂື້ນ.
ໃນບັນດາປະເທດທີ່ມີການລະບາດຂະໜາດໃຫຍ່ ຂອງເຊື້ອຈຸລະໂລກດັ່ງກ່າວ, ອາການອື່ນທີ່ພົວພັນກັບການລະບາດຂອງເຊື້ອພະຍາດດັ່ງກ່າວແມ່ນ ອາການກ້າມຊີ້ນອ່ອນແຫຼວ (Guillain Barre Syndrome) ແມ່ນອາການທີ່ພົບໜ້ອຍ ທີ່ເຮັດໃຫ້ມີອາການຄ່ອຍໆອ່ອນແຮງຂາ, ແຂນ ແລະ ຮ່າງກາຍພາກສ່ວນເທິງ ແລະ ບາງຄັ້ງອາດພາໃຫ້ມີອາການລ່ອຍທຸກພາກສ່ວນຂອງຮ່າງກາຍ, ສ່ວນຫຼາຍແມ່ນຈະຫາຍດີ ເຖິງແມ່ນວ່າຈະມີອາການກ້າມຊີ້ນອ່ອນແຫຼວແບບຮຸນແຮງກໍຕາມ.
ທ່ານນາງ ດຣ. ຈູລຽດ ກ່າວວ່າ: ທຸກຄົນສາມາດປ້ອງກັນຕົນເອງບໍ່ໃຫ້ຍຸງກັດ ໂດຍນຳໃຊ້ຢາທາກັນຍຸງ, ໃສ່ເຄື່ອງນຸ່ງສີແຈ້ງ, ເສື້ອແຂນຍາວ-ສົ້ງຂາຍາວ ເພື່ອປົກປິດຮ່າງກາຍເທົ່າທີ່ຈະເຮັດໄດ້, ໃຊ້ຕາໜ່າງກັນຍຸງ ແລະ ນອນໃນມຸ້ງ, ໂດຍສະເພາະໃນເວລາກາງເວັນ ເຊິ່ງເປັນເວລາທີ່ຍຸງລາຍຫ້າວຫັນທີ່ສຸດ. ທຸກຄົນຄວນອະນາໄມພາຍໃນເຮືອນ ແລະ ບໍລິເວນອ້ອມຂ້າງເຮືອນ ຢ່າງໜ້ອຍອາທິດລະຄັ້ງ ໂດຍການຂວ້ຳ ຫຼື ປົກປິດພາຊະນະໃສ່ນ້ຳເຊັ່ນ: ຄຸນ້ຳ, ໂຖດອກໄມ້ ແລະ ຢາງລົດ ເຮັດໃຫ້ຍຸງບໍ່ສາມາດແຜ່ພັນໄດ້, ສ່ວນແມ່ຍິງຖືພາ ຫຼື ຜູ້ທີ່ກຳລັງວາງແຜນທີ່ຈະຖືພາ ຄວນຈະດູແລຕົນເອງເພີ່ມເຕີມ ເພື່ອປ້ອງກັນບໍ່ໃຫ້ຍຸງລາຍກັດ, ແມ່ຍິງທີ່ຖືພາ ຄວນປຶກສາແຜນການເດີນທາງກັບພະນັກງານແພດ ແລະ ພິຈາລະນາເລື່ອນການເດີນທາງ ໄປເຂດທີ່ກຳລັງມີການຕິດເຊື້ອຈຸລະໂລກຊີກາ. ເຊື້ອຈຸລະໂລກຊີກາ ແມ່ນມີການແຜ່ກະຈາຍເຊື້ອ ໂດຍຍຸງລາຍເປັນພາຫະນຳເຊື້ອ ແລະ ບໍ່ແມ່ນການສຳຜັດຈາກຄົນສູ່ຄົນ ເຖິ່ງແມ່ນວ່າມີຈຳນວນໜ້ອຍໜຶ່ງ ທີ່ມີການບັນທຶກວ່າມີການຕິດເຊື້ອທາງເພດສຳພັນ, ເຊື້ອຈຸລະໂລກຊີກາ ຍັງພົບເຫັນຢູ່ໃນນ້ຳອະສຸຈິຂອງຄົນນຳອີກ.
ແຫລ່ງຂ່າວ: