ລະ​ເບີດ​ຕົກ​ຄ້າ​ງ​ແຕກ​ຢູ່​ເມືອງ​ໄຊ​ບູລີ ​ແຂວງ​ສະຫວັນ​ນະ​ເຂດສົ່ງ​ຜົນ​ໃຫ້​ມີ​ເດັກນ້ອຍ​ເສຍ​ຊີວິດ 2 ຄົນ

0
2096

bombi

 

ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ລະ​ເບີດ​ຕົກ​ຄ້າງ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 24 ເມ ສາ​ຜ່ານ​ມາ, ​ໄດ້​ເກີດ​ເຫດ​ລູກ​ລະ​ເບີດ​ຕົກ​ຄ້າງ​ແຕກ​ຢູ່​ປ່າ​ເຂດ​ບ້ານ​ນາ​ເຮືອງ ​ເມືອງ​ໄຊ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ເດັກນ້ອຍ​ເສຍ​ຊີວິດ​ຄາ​ທີ່ 2 ຄົນ ຄື​ທ້າວ ​ເຕີ້ ອາຍຸ 11 ປີ ​ແລະ ທ້າວ ຕູ່ ອາຍຸ 9 ປີ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ​ອີກ 2 ຄົນ ຄື​ທ້າວ ຕ້ອມ ອາຍຸ 6 ປີ ແລະ ທ້າວ ກວນ ອາຍຸ 6 ປີ ​ໂດຍ​ຄະນະ​ກຳມະການ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ຜ່ານ​ການ​ສືບ ສວນ​ເບື້ອງຕົ້ນ ​ເດັກນ້ອຍ​ທັງ 4 ຄົນ​ແມ່ນ​ໄດ້​ເຂົ້າ​ໄປ​ຫລິ້ນ​ໃນ​ປ່າ​ໃກ້​ບ້ານ ​ແລະ ​ໄດ້​ພົບ​ເຫັນ​ລູກປືນ​ຄົກ​ປະ​ເພດ MOTAR60 ຈຶ່ງ​ພາ​ກັນ​ເອົາ​ມາ​ຫລິ້ນຈຶ່ງ​ໄດ້​ເກີດ​ລະ​ເບີດ ອັນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ສູນ​ເສຍ​ຄື​ດັ່ງກ່າວ.

ທີ່ມາ http://laophatthananews.blogspot.com/2014/04/2_29.html