spot_img
Homeມູມໄອທີລາວຈະເປັນແນວໃດເມື່ອ Galaxy S7 ໃຊ້ໂຟກັສແບບດຽວກັບ EOS 70 D

ຈະເປັນແນວໃດເມື່ອ Galaxy S7 ໃຊ້ໂຟກັສແບບດຽວກັບ EOS 70 D

Published on

Dual Pixel ຮຽກ​ໄດ້​ວ່າມີ​ຊື່​ສຽງ​ໂດ່ງ​ດັງ​ມາ​ຈາກ​ກ້ອງ DSLR ຂອງ​ແຄນ​ນອນ​ໃນ​ຮຸ່ນ EOS 70D ທີ່​ຂຶ້ນ​ຊື່​ເລື່ອງ​ລະ­ບົບ ໂຟກ​ັສ​ອັດ­ຕະ­ໂນ­ມັດ​ທີ່​ວ່ອງ­ໄວ, ນິ່ມ​ນວນແລະ​ແມ້ນ​ຢຳ

ໂດຍ​ປະ ຈຸ​ບັນ  Dual Pixel ເລີ່ມ​ກະ­ຈາຍຕົວ​ໄປ​ຢູ່​ໃນ​ອຸ­ປະ­ກອນ​ກ້ອງ​ຫຼາກຫຼາຍ​ບໍ່​ວ່າ​ຈະ​ເປັນ​ກ້ອງ­ຖ່າຍ­ຮູບ ເງົາ C100 Cinema ໄປ​ເຖິງ​ວົງ ການ​ກ້ອງ​ຖ່າຍ​ພາບ​ໃນ​ສະ­ມາດໂຟນ​ນຳ​ໂດຍ Samsung Galaxy S7/S7 edge.

ໂດຍ​ຕາມ​ປົກ­ກະ­ຕິ​ແລ້ວ​ລະ ບົບ​ໂຟກ​ັສ​ອັດ­ຕະ­ໂນ­ມັດ​ໃນ​ສະ ມາດ​ໂຟນ​ຈະ​ມີ 2 ຮູບ​ແບບ​ເລີ່ມຈາກ Contrast Detection Auto Focus (CDAF)ຫຼືໂຟກ​ັສ​ອັດ­ຕະ­ໂນ­ມັດ​ໂດຍ​ການ ເຊັນ​ເຊີ​ຮັບ​ພາບ​ກວດ​ຈັບແລະປຽບ­ທຽບ​ຈຸດ​ທີ່​ຄອນ​ທຣາ​ສ​ສູງ ສຸດ (ພາບ​ຄົມ​ຊັດ​ທີ່​ສຸດ) ຫຼື ອະ­ທິ ບາຍ​ໃຫ້​ເຫັນ​ພາບ​ກໍ​ຄື ເວ­ລາ​ເຮົາ ໃຊ້​ນິ້ວ​ສຳ­ຜັດ​ໜ້າ​ຈໍ​ສະ­ມາດ​ໂຟນ ເພື່ອ​ຈັບ​ໂຟກ​ັ​ສວັດ​ຖຸ​ລະ­ບົບ​ຈະ​ໝຸນ ຫາ​ຄ່າ​ຄອນ​ທຣາ​ສ​ໄປ​ເລື້ອຍໆ​ຈົນ ພົບ​ຊ່ວງ​ທີ່​ຄ່າ​ຄອນ​ທຣາ​ສ​ສູງ​ສຸດ ໂດຍ​ລະ­ບົບ​ຈະ​ຄຳ­ນວນ​ປຽບ­ທຽບຈົນ​ໄດ້​ຄ່າ​ທີ່​ຖືກ­ຕ້ອງ​ໂຟກ​ັສ​ອັດ­ຕະ­ໂນ­ມັດ​ຈະ​ຢຸດ​ເພາະ​ລະ­ບົບ​ເຂົ້າ­ໃຈ​ວ່າ​ສະ­ພາບ​ບ່ອນ​ນັ້ນ​ຄົມ​ຊັດ​ແລ້ວ.

ແຕ່​ທັງ​ນີ້​ຖ້າ​ພົບ​ສະ­ພາບ​ແສງໜ້ອຍ ແລະ​ເກີດ Noise ເພີ່ມ​ຫຼາຍ ຂຶ້ນ​ອາ­ກາດ​ຄອນ​ທຣາ​ສ​ຕ່ຳ​ຈະເກີດ​ຂຶ້ນ​ເຮັດ​ໃຫ້​ລະ­ບົບ​ຈະ​ຈັບ​ໂຟ ກັສ​ຍາກ​ຂຶ້ນ (ອາ​ລົບ​ປະ­ມານ​ນິ້ວ​ແຕະ​ໜ້າ​ຈໍ​ເພື່ອ​ໂຟກ​ັສ​ແຕ່​ພາບ​ເກີດ​ອາ­ການ​ບຶດ­ດຽວ​ມົວ​ບຶດ­ດຽວ​ເຫັນ​ດີ​ໄປ​ມາ).

Phase Detection Auto Focus (PDAF)ເປັນ​ເຕັກ​ໂນ ໂລ​ຊີ​ໂຟກ​ັສ​ທີ່​ເຮົາ​ຈະ​ພົບ​ໄດ້​ຈາກ​ໄຮ​ເອັນ​ສະ­ມາດ​ໂຟນ​ຮຸ່ນ​ໃໝ່​ຫຼາຍ​ຮຸ່ນ ໂດຍ​ລະ­ບົບ​ໂຟກ​ັສ​ອັດ​ຕະ​ໂນ ມັດ​ນີ້​ຈະ​ມີ​ການ​ຕິດ​ຕັ້ງ​ເຊັນ​ເຊີ ກວດ​ໂຟກ​ັສ​ແຊກ​ໄວ້​ເປັນ​ຄູ່​ຊ້າຍ ຂາວ ໂດຍ​ແສງ​ຈະ​ແລ່ນ​ເຂົ້າ​ເຊັນ ເຊີ​ໂຟນ​ກັສ​ເປັນ​ສອງ​ເສັ້ນ​ຈາກ​ນັ້ນກໍ​ທຳ​ການ​ຫາ​ສົມ​ດຸນ​ຂອງ​ແສງ ແລະ​ດຶງ​ໂຟກ​ັສ​ໂດຍ​ໃຫ້​ເສັ້ນ​ແສງ​ທັງ​ສອງ​ທັບ​ກັນ​ກໍ​ສະ­ແດງ​ວ່າ​ໂຟ ກັສ​ເຂົ້າ​ເປົ້າ​ແລ້ວ.

ແຕ່​ທັງ​ນີ້​ໃນ​ສະ­ມາດ​ໂຟນ​ປະຈຸ​ບັນ Phase Detection ຈະຖືກ​ຕິດ​ຕັ້ງ​ແຊກ​ຢູ່​ໃນ​ເຊັນ​ເຊີ​ຮັບ ພາບ​ພຽງ​ແຕ່ 5% ຂອງ​ພື້ນ​ທີ່​ທັງ ໝົດ​ເທົ່າ​ນັ້ນ.

ເຖິງ​ວ່າ​ສິ່ງ​ທີ່​ໄດ້​ຈາກ​ລະ­ບົບ Phase Detection AF ຈະຊ່ວຍ​ໃຫ້­ການ​ຫາ​ໂຟກ​ັສ​ເຮັດ​ໄດ້​ໄວຂຶ້ນ​ກວ່າ Contrast Detection ເພາະ​ມີ​ເຊັນ​ເຊີ​ແຍກ​ມາ​ເຮັດ​ວຽກ ແຕ່​ດ້ວຍ​ຕຳ­ແໜ່ງ​ຕິດ​ຕັ້ງ​ເຊັນ​ເຊີ​ໂຟກ​ັສ​ທັງ 2 ຕົວ​ທີ່​ບໍ່​ໄດ້​ຢູ່​ຕິດ​ກັນ​ເຮັດ ໃຫ້­ການ​ສົ່ງ​ຂໍ້​ມູນ​ຍັງ​ເຮັດ​ໄດ້​ບໍ່  ວ່ອງ­ໄວ​ພໍ ໂດຍ​ສະ­ເພາະ​ການ​ຖ່າຍ ວິ​ດີ​ໂອ​ທີ່​ວັດ­ຖຸ​ຕ້ອງ​ເຄື່ອນ​ໄຫວ ຍ່າງ​ໃກ້​ໄກ​ໄປ​ມາ ໂຟກ​ັສ​ອັດ​ຕະ ໂນ​ມັດ​ມັກ​ຈັບ​ພາບ​ບໍ່​ທັນ​ຈົນ​ເກີດ ອາ­ການ​ພາບ​ມົວ.

ບັດ​ນີ້​ມາ​ເຖິງ “Dual Pixel” ຊຶ່ງ​ກໍ​ຄື​ຊື່​ຂອງ​ລະ­ບົບ​ໂຟກ​ັສ​ອັດ​ຕະ ໂນ​ມັດ​ຮຸ່ນ​ໃໝ່​ຫຼ້າ​ສຸດ​ທີ່​ເຮົາ​ເຫັນ​ຄັ້ງ​ທຳ​ອິດ​ໃນ Canon EOS 70D.

ໂດຍ​ຫຼັກ­ການ​ເຮັດ​ວຽກ​ຄື Phase Detection AF ພຽງ​ແຕ່​ຄັ້ງ​ນີ້​ເຊັນ​ເຊີ​ຈັບ​ໂຟກ​ັສ​ຈະ​ຖືກ ຕິດ​ຕັ້ງ​ຢູ່​ເທິງ​ທຸກ​ພິກ​ເຊລ​ໃນ​ເຊັນ ເຊີ​ຮັບ​ພາບ​ກວມ​ເຖິງ 100% ພ້ອມ ປັບ​ປ່ຽນ​ກັນ​ອອກ​ແບບ​ໃຫ້ 1 ພິກເຊລ​ຈະ​ມີ Photodiode (ຕົວ ແປງ​ສັນ­ຍານ​ແສງ​ເປັນ​ໄຟ­ຟ້າ) ເປັນ​ຄູ່ (Dual) ກໍ​ເທົ່າ​ກັບ​ວ່າ​ທຸກ ພິກ​ເຊລ​ສາ­ມາດ​ກວດ​ຈັບ​ໂຟກ​ັສ ແບບ Phase Detection AF ໄດ້​ທັງ​ໝົດ ເຮັດ​ໃຫ້­ການ​ຈັບ​ໂຟກ​ັສ​ຈະ​ເຮັດ​ໄດ້​ວ່ອງ­ໄວ​ກວ່າ​ເດີມ.

Dual Pixelໃນ Galaxy S7 ມີ​ຄວາມ​ສົນ­ໃຈ​ແນວ­ໃດ?

ຈຸດ­ປະ­ສົງ​ຫຼັກ​ຂອງ DualPixel ກໍ​ຄື​ທີ່​ກ່າວ​ໄປ​ແລ້ວ​ວ່າ​ຈະ ຊ່ວຍ​ໃຫ້​ຈັບ​ພາບ​ໂຟກ​ັສ​ເຮັດ​ໄດ້​ໄວ ຂຶ້ນ​ກວ່າ​ຮຸ່ນ​ເດີມ​ຫຼາຍ ໂດຍ​ສະ ເພາະ​ໃນ​ບ່ອນ​ທີ່​ມີ​ແສງ​ໜ້ອຍ ແລະ ວຽກ​ຖ່າຍ​ວິ​ດີ​ໂອ​ທີ່​ເຮັດ​ໄດ້​ລ່ຽນ ໄຫຼ​ສຸດໆ.

ນອກ­ຈາກ​ນັ້ນ​ຊຳ​ຊຸງ​ຍັງ​ໄດ້ ຂະ­ຫຍາຍ​ພິກ​ເຊລ​ໃຫ້​ໃໝ່​ກວ່າ Galaxy S6 ເຖິງ 56% ພ້ອມ​ຮູ ຮັບ​ແສງ​ທີ່​ກວ້າງ​ຂຶ້ນ​ເປັນ f1.7 ລວມ​ແລ້ວ​ກ້ອງ​ຫຼັງ Galaxy S7/S7 edge ຈະ​ຖ່າຍ​ໃນ​ບ່ອນ​ທີ່​ມີ ແສງ​ໜ້ອຍ​ໄດ້​ແຈ້ງ​ກວ່າ​ເດີມ​ເຖິງ 95% ເລີຍ.

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...