ໄຂ່ຊີກາ ເກີດຈາກການຕິດເຊື້ອໄວຣັດຊີກາໄວຣັດທີ່ມີສານພັນທຸກຳຊະນິດ ອາເອັນເອສານດຽວ ຢູ່ໃນຕະກູນເຟລີໄວຣັດ ມີລັກສະນະຄ້າຍຄືກັບໄວຣັດໄຂ້ເຫຼືອງ, ໄວຣັດເດງກີ, ໄວຣັດເວສໄນ ແລະ ໄວຣັດໄຂ້ສະໝອງອັກເສບເຈອີ ມີຍຸງລາຍເປັນພາຫະນະນຳໂຣກ.
ໄວຣັດຊີກາ ຖືແຍກເຊື້ອຄັ້ງທຳອິດໃນປີ 2490 ຈາກນ້ຳເຫຼືອງຂອງລີງ ທີ່ໃຊ້ໃນການສຶກສາໄຂ້ເຫຼືອງໃນປ່າຊື່ ຊີກາ ປະເທດ ຢູກັນດາ ແລະ ແຍກເຊື້ອໄດ້ຈາກຄົນໃນປີ 1968 ທີ່ປະເທດ ໄນຈີເຣຍ ມີໄລຍະຟັກຕົວ 4-7 ວັນ ຈາກນັ້ນຈະມີອາການໄຂ້ປວດຫົວຮຸນແຮງ, ມີຜື່ນທີ່ບໍລິເວນລຳຕົວ, ແຂນຂາ, ວິນວຽນ, ເຫຍື່ອບຸຕາອັກເສບ, ຕາແດງ, ປວດຕາມຂໍ້, ອາດມີອາການຕ່ອມເຫຼືອງໃຫຍ່ ຫຼື ອາດເຈັບທ້ອງຢ່າງຮຸນແຮງ.
ຕັ້ງແຕ່ປີ 1952-1992 ມີການຕິດເຊື້ອໄວຣັດຊີກາ ໃນປະເທດກຸ່ມອາຟິລິກາໄດ້ແກ່ ຢູກັນດາ, ແທນຊາເນຍ, ອີຢິບ, ແອຟຟິລກາກາງ, ສາທາລະນະຣັດເຊຍລາລິໂອນ ແລະ ກາບອງ, ໃນສ່ວນຂອງເອເຊຍມີລາຍງານພົບໃນປະເທດອິນເດຍ, ມາເລເຊຍ, ຟີລິປິນ, ໄທ, ຫວຽດນາມ ແລະ ອິນໂດເນເຊຍ ແລະ ໃນປີທີ່ຜ່ານມາ 2015 ໄດ້ມີການລະບາດຢ່າງຮຸນແຮງໃນປະເທດອາເມລິກາລາຕິນ ເຊິ່ງອົງການອານາໄມໂລກກໍ່ໄດ້ອອກມາປະກາດພາວະສຸກເສີນກັບໄວຣັດດັ່ງກ່າວ.
ສຳລັບປະເທດລາວອີງຕາມລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ສະຖາບັນປັດສະເຕີ ສປປລາວ ໄດ້ແຈ້ງໃຫ້ຊາບວ່າຜົນການສຶກສາແຕ່ປີ 2012-2015 ເຊິ່ງໄດ້ກວດຕົວຢ່າງເລືອດຈາກຄົນເຈັບທີ່ມີອາການຄ້າຍຄືກັບພະຍາດໄຂ້ຍຸງລາຍຫຼາຍກ່ວາ 1,300ຕົວຢ່າງ, ໃນນັ້ນໄດ້ກວດເພີ່ມເຕີມຫາເຊື້ອຈຸລະໂຣກອື່ນໆ ແລະ ພົບ 19 ຄົນ ທີ່ຕິດເຊື້ອໄວຣັດຊີກາ ຢູ່ໃນນະຄອນຫຼວງວຽງຈັນ, ນອກຈາກນັ້ນໃນຕົ້ນປີ 2016 ກໍ່ໄດ້ສືບຕໍ່ກວດແຕ່ບໍ່ພົບເຊື້ອໄວຣັດຊີກາດັ່ງກ່າວ ອີງຕາມຂໍ້ມູນປັດຈຸບັນ (ມີນາ 2016) ຈາກການປະເມີນຂອງອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ຂອງລາວແລ້ວໄວຣັດຊີກາມີຄວາມສ່ຽງຕ່ຳທີ່ຈະແຜ່ກະຈາຍໃນສປປລາວ.
ແຕ່ເຖິງຢ່າງນັ້ນກໍ່ຕາມອົງການອານາໄມໂລກ ແລະ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ມີການຮ່ວມກັນສ້າງແຜນງານກະກຽມຄວາມພ້ອມ ແລະ ຕອບໂຕ້ຕໍ່ເຊື້ອພະຍາດຊີກາ ທ່ານ ດຣ. ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍຍາດຕິດຕໍ່ ແລະ ຜູ່ປະສານງານແຫ່ງຊາດຂອງກົດລະບຽບດ້ານສາທາລະນະສຸກກ່າວວ່າ ເຖິງແມ່ນວ່າຜົນການປະເມີນຄວາມສ່ຽງຮ່ວມກັນກັບອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກເຫັນວ່າມີຄວາມສ່ຽງຕ່ຳກໍ່ຕາມ, ລັດຖະບານເຮົາແມ່ນມີຄວາມຕື່ນຕົວສູງ ແລະ ໄດ້ເຊີນຄູ່ຮ່ວມງານດ້ານວິຊາການທຸກພາກສ່ວນທີ່ເຮັດວຽກໃນ ສປປ ລາວ ເພື່ອຕິດຕາມສະພາບການ ແລະ ສະກັດກັ້ນ ແລະ ວາງມາດຕະການຕອບໂຕ້.
ຂໍ້ມູນຈາກ http://www.idsala.com/