Homeຂ່າວພາຍ​ໃນ " ຜີແດງ " ຍື່ນສັນຍາ 3 ປີ ໃຫ້ Louis Van Hal ພິດຈາລະນາ

” ຜີແດງ ” ຍື່ນສັນຍາ 3 ປີ ໃຫ້ Louis Van Hal ພິດຈາລະນາ

Published on

 aaa

ກະແສຂ່າວຂອງ ” ຜີແດງ ” ແມນເຊັສເຕີ ຢູໄນເຕັດ ທີ່ມາແຮງຍິງກວ່າຫຍັງ ໂດຍກ່ອນໜ້ານີ້ ຕົກເປັນຂ່າວຕຽມດຶງຄູຝຶກສອນ
Louis Van Hal ຄູຝຶກຂອງ ຮໍແລນ ແຕ່ບາງກະແສກໍ່ປັດຂ່າວ ວ່າບໍ່ແມ່ນຄວາມຈິງ ແຕ່ຢ່າງໃດກໍ່ຕາມຕ້ອງລໍ້ຖ້າເວລາເທົ່ານັ້ນ ທີ່ຈະເປັນເລື່ອງພິສູດຄວາມຈິງທຸກເລື່ອງ .

ແຕ່ ບໍ່ດົນມານີ້ ສື່ມວນຊົນ ຍັກໃຫຍ່ ຂອງ ອັງກິດ ລາຍງານຂ່າວວ່າ ແມນຢູໄນເຕັດ ຫຼັກຍື່ນຂໍ້ສະເໜີ ເປັນສັນຍາໄລຍະເວລາ 3 ປີໃ ຫ້ Louis Van Hal  ທີ່ຄ່າແຮງຫຼາຍກວ່າ 25 ລ້ານປອນ,  ໂດຍລາຍງານວ່າຫາກໃດ້ໂຕ Louis Van Hal ມາເປັນຄູຝຶກ ກໍ່ຍັງຄົງໃຫ້ Ryan Giggs ຄູຝຶກປັດຈຸບັນ ໃຫ້ເຮັດໜ້າທີ່ຕໍ່ໄປ ທັ້ງນີ້ຍັງບໍ່ມີລາຍງານເຖິງບົດສະຫຼຸບວ່າ Louis Van Hal ຈະມີຫົວໃຈໃຫ້ທັບ ” ຜີແດງ ” ຫຼື ບໍ່ .

 

ກຸ້ງຄຳ ແສນມະນີ

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...