ນັບເປັນປີທີສອງ ທີ່ທີມນັກບູຮານວິທະຍາຂອງລາວ ແລະ ສາກົນໄດ້ດຳເນີນການຂຸດຄົ້ນວັດຖຸບູຮານຢູ່ ບ້ານວຽງ, ແຂວງ ຊຽງຂວາງ, ແລະໄດ້ຄົ້ນພົບຫຼັກຖານຂອງການຕັ້ງຖິ່ນຖານຂອງມະນຸດບູຮານ ເຊິ່ງມີອາຍຸເຖີງ 3,000ປີ ຫຼື ຫຼາຍກ່ວານັ້ນ.
ທີມນັກບູຮານວິທະຍາຈາກກົມມໍລະດົກແຫ່ງຊາດ, ກະຊວງຖະແຫຼງຂ່າວ, ວັນທະນະທຳ ແລະ ການທ່ອງທ່ຽວ ແລະ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ແລະ ມະຫະວິທະຍາໄລເຈັມສ໌ຄຸກ ແຫ່ງປະເທດອົດສະຕາລີໄດ້ຄົ້ນພົບວັດຖຸບູຮານພິເສດຈຳນວນ 41 ຢ່າງຈາກວັດຖຸບູຮານທັງໝົດທີ່ຄົ້ນພົບ. ວັດຖຸບູຮານເຫຼົ່ານີ້ປະກອບດ້ວຍສິ້ນສ່ວນເຄື່ອງເຄືອບລາຍຄາມແລະ ກອກຢາສູບ ຊຶ່ງເປັນຫຼັກຖານບົ່ງບອກໃຫ້ພວກເຮົາຮູ້ກ່ຽວກັບການພົວພັນທາງດ້ານການຄ້າ ແລະ ວັດທະນະທຳຂອງປະຊາຊົນແຂວງຊຽງຂວາງໃນປາງກ່ອນ. ວັດຖຸບູຮານດັ່ງກ່າວຖືກຂຸດຄົ້ນໄດ້ໃນຫຼຸມຂຸດຄົ້ນ ຂະໜາດ 2×2 ແມັດ ຈຳນວນ 9 ຫຼຸມ (ຫຼືເທົ່ກັບເນື້ອທີ່ 36 ຕາແມັດ) ໃນລະດັບຄວາມເລິກປະມານ 1.5 ແມັດ.
ທ່ານ ດຣ ໄນໂຈ ຈາງ ຈາກມະຫາວິທະຍາໄລເຈັມສ໌ຄຸກກ່າວວ່າ: “ປັດຈຸບັນ ພວກເຮົາຄິດວ່າວັດຖຸບູຮານທີ່ພົບເຫັນສ່ວນໃຫຍ່ແມ່ນຄາດວ່າເກດໃນສະໄໝລ້ານຊ້າງ ເຊິ່ງເປັນໄປໄດ້ແມ່ນໃນສັດຕະວັດທີ 17. ເຖີງຢ່າງໃດກໍ່ຕາມ, ວັດຖຸບາງຈຳນວນບົ່ງບອກເຖິງການດຳລົງຊີວິດໃນເຂດດັ່ງກ່າວທີ່ມີອາຍຸຫຼາຍກ່ວານັ້ນ ນັບທັງ ເຄື່ອງປັ້ນດິນເຜົາເຊິ່ງອາດເກີດໃນຍຸກເຫຼັກ (ປະມານ 2,000ປີຜ່ານມາ) ແລະ ຮ່ອງຮອຍຫີນຂະໜາດໃຫຍ່ເຊິ່ງອາດມີອາຍຸເຖີງ 3,000 ປີ ຫຼື ຫຼາຍກ່ວານັ້ນ.”
ວັດຖຸປະສົງຫຼັກຂອງໂຄງການແມ່ນເພື່ອຄົ້ນຫາຫຼັກຖານການດຳລົງຊີວິດຂອງຄົນບູຮານໃນຍຸກເຫຼັກເຊິ່ງຢູ່ໃນສະໄໝດຽວກັນກັບບັນດາແຫຼ່ງໄຫຫີນທີ່ມີຊື່ສຽງ ແລະ ສ່ອງແສງໃຫ້ຮູ້ວ່າບັນພະບູລຸດຜູ້ສ້າງໄຫຫີນມີຊີວິດການເປັນຢູ່ຄືແນວໃດ. ທ່ານ ດຣ ຈາງແຈ້ງໃຫ້ຊາບວ່າ ທີມງານມີຄວາມປິຕິຍິນດີຫຼາຍທີ່ໄດ້ປະຕິບັດໂຄງການຮ່ວມກັບຊຸມຊົນຢູ່ບ້ານວຽງອີກຄັ້ງ ແລະ ໄດ້ຮັບການຮ່ວມມືຈາກອຳນາດການປົກຄອງຂັ້ນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນອີກດ້ວຍ. ການຄົ້ນຄວ້າຄັ້ງນີ້ເປັນສ່ວນໜຶ່ງຂອງໂຄງການໂຮງຮຽນພາກສະໜາມທາງດ້ານບູຮານວິທະຍາຢູ່ວັດບ້ານວຽງ, ແຂວງຊຽງຂວາງ ພາຍໃຕ້ການຊີ້ນຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແລະ ມະຫາວິທະຍາໄລເຈັມສ໌ຄຸກ.
ທີມງານປະກອບດ້ວຍນັກບູຮານວິທະຍາຂອງລາວປະຈຳກະຊວງ, ລັດຖະກອນທ້ອງຖິ່ນ ແລະ ນັກສຶກສາຈາກມະຫາວິທະຍາໄລເຈັມສ໌ຄຸກ ພ້ອມທັງຄະນະທິມງານຈາກມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ອາສາສະຫຼະເວລາຂອງເຂົາເຈົ້າເຂົ້າໃນການຝຶກຫັດສິດສອນ ແລະ ການຮ່ວມມືສາກົນ. ໂຄງການໂຮງຮຽນພາກສະໜາມໄດ້ຮັບການອຸປະຖຳຈາກລັດຖະບານອົດສະຕາລີ ພາຍໃຕ້ໂຄງການນິວໂຄລົມໂບ. ບໍລິສັດ ພູເບັ້ຍ ມາຍນິງຍັງໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ການອຳນວຍຄວາມສະດວກທີ່ຈຳເປັນ ເຊິ່ງເປັນການປະກອບສ່ວນຕໍ່ແຂວງຊຽງຂວາງ. ໂຄງການນິວໂຄລົມໂບມີເປົ້າໝາຍສົ່ງເສີມຄວາມເຂົ້າອົກເຂົ້າໃຈຫຼາຍຂຶ້ນລະຫວ່າງປະເທດອົດສະຕາລີ ແລະ ປະເທດລາວ ໂດຍສະເພາະແມ່ນນັກສຶກສາລາວ ແລະ ນັກສຶກສາອົດສະຕາລີ (ພ້ອມດ້ວຍກົມມໍລະດົກ ແລະ ນັກບູຮານນະຄະດີທ່ານອື່ນໆ) ໄດ້ສາມາດຮຽນຮູ້ຮ່ວມກັນ ບໍ່ສະເພາະແຕ່ບູຮານວິທະຍາ ແລະ ສະໄໝກ່ອນປະຫວັດສາດເທົ່ານັ້ນ ແຕ່ຍັງລວມທັງວັດທະນະທຳ ແລະ ພາສາຂອງສອງປະເທດອີກດ້ວຍ.
ມະຫາວິທະຍາໄລເຈັມສ໌ຄຸກແມ່ນມີທີ່ຕັ້ງທັງທາງດ້ານກາຍຍະພາບ ແລະ ປັດສະຍາຢູ່ໃນເຂດຮ້ອນຊຸ່ມ ແລະ ມີຍຸດທະສາດອັນໜຶ່ງໃນການ “ສ້າງອະນາຄົດທີ່ສົດໃສແກ່ຊີວິດໃນເຂດຮ້ອນຊຸ່ມທົ່ວໂລກຜ່ານການຮ່ວມມືລະຫວ່າງນັກສຶກສາ ແລະ ການຄົ້ນພົບເພື່ອສ້າງການປ່ຽນແປງ.”
ຂໍ້ມູນຈາກ Pathedlao Lao