spot_img
Homeລວມກົດຫມາຍລາວລັດຖະທຳມະນູນລັດຖະທຳມະນູນແຫ່ງ ສປປລາວ, ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ

ລັດຖະທຳມະນູນແຫ່ງ ສປປລາວ, ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ

Published on

ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ

ມາດ​ຕາ​ 79 (ໃໝ່​). ສານ​ປະ​ຊາ​ຊົນ​ແມ່ນ​ອົງ​ການ​ພິ​ພາກ​ສາ​ຂອງ​ລັດ​  ຊຶ່ງ​ປະກອບ​ດ້ວຍ​:
ສານ​ປະ​ຊາ​ຊົນ​ສູງ​ສຸດ​.
ສານ​ອຸ​ທອນ​.
ສານ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​.
ສານ​ປະ​ຊາ​ຊົນ​ເມືອງ​.
ສານ​ທະ​ຫານ​.
ໃນ​ກໍ​ລະ​ນີ​ທີ່​ຈໍາ​ເປັນ​ ອາດ​ຈະ​ສ້າງ​ຕັ້ງ​ສານ​ສະ​ເພາະ​ ຕາມ​ຂະ​ແໜງ​ການ​ຂຶ້ນ​ກໍ​ໄດ້ ໂດຍ​ການ​ ຕົກ​ລົງ​ຂອງ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.

ມາດ​ຕາ 80(ໃໝ່​). ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແມ່ນ​ອົງ​ການ​ພິ​ພາກ​ສາ​ສູງ​ສຸດ​ຂອງ​ລັດ​.
ສານ​ປະ​ຊາ​ຊົນ​ສູງ​ສຸດ​ ຄຸ້ມ​ຄອງ​ດ້ານ​ບໍ​ລິ​ຫານ​ຕໍ່​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​, ສານ​ທະ​ຫານ​ ແລະ ກ​ວດ​ກາ​ຄໍາ​ຕັດ​ສິນ​ຂອງ​ສານ​ດັ່ງ​ກ່າວ​.

ມາດ​ຕາ 81(ໃໝ່​). ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ​ ຫຼື ປົດ​ຕໍາ​ແໜ່ງ​  ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​.
ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ປະ​ທານ​, ຮອງ​ປະ​ທານ​, ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ອຸ​ທອນ​, ປະ​ທານ​, ຮອງ​ປະ​ທານ​ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​, ເມືອງ​, ຫົວ​ໜ້າ​, ຮອງ​ຫົວ​ໜ້າ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ທະ​ຫານ​ ແມ່ນ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ເປັນ​ຜູ້​ແຕ່ງ​ຕັ້ງ​, ຍົກ​ຍ້າຍ​ ຫຼື​ປົດ​ຕໍາ​ແໜ່ງ​ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ.

ມາດ​ຕາ 82. ສານ​ປະ​ຊາ​ຊົນ​ພິ​ຈາ​ລະ​ນາ​ຕັດ​ສິນ​ເປັນ​ໝູ່​ຄະ​ນະ​. ໃນ​ເວ​ລາ​ພິ​ຈາ​ລະ​ນາ​ຕັດ​ສິນ​ ຜູ້​ພິ ພາກ​ສາ​ຕ້ອງ​ເປັນ​ເອ​ກະ​ລາດ​ ແລະ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ເທົ່າ​ນັ້ນ​.

ມາດ​ຕາ 83. ການ​ໄຕ່​ສວນ​ຄະ​ດີ​ໃນ​ທີ່​ປະ​ຊຸມ​ສານ​ ຕ້ອງ​ດໍາ​ເນີນ​ຢ່າງ​ເປີດ​ເຜີຍ​ ເວັ້ນ​ເສຍ​ແຕ່​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​. ຜູ້​ຖືກ​ຫາ​ມີ​ສິດ​ຕໍ່​ສູ້​ຄະ​ດີ​ທີ່​ຕົນ​ຖືກ​ກ່າວ​ຟ້ອງ​, ທະ​ນາຍ​ຄວາມ​ມີ​ສິດ​ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດ​ໝາຍ​ແກ່​ຜູ້​ຖືກ​ກ່າວ​ຟ້ອງ.

ມາດ​ຕາ 84. ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ມີ​ສິດ​ເຂົ້າ​ຮ່​ວມ​ໃນ​ການ​ດໍາ​ເນີນ​ຄະ​ດີ​ຢູ່​ສານ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ 85(ໃໝ່​). ຄໍາ​ຕັດ​ສິນ​ຂອງ​ສານ​ປະ​ຊາ​ຊົນ​ທີ່​ໃຊ້​ໄດ້​ຢ່າງ​ເດັດ​ຂາດ​ແລ້ວ​ນັ້ນ​ ທຸກ​ອົງ​ການ​ຈັດ​ ຕັ້ງ​ພັກ​, ອົງ​ການ​ຈັດ​ຕັ້ງ​ລັດ​, ແນວ​ລາວ​ສ້າງ​ຊາດ​,  ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ ຕ້ອງ​ເຄົາ​ລົບ​, ບຸກ​ຄົນ​ ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ຕ້ອງ​ປະ​ຕິ ບັດ​ຢ່າງ​ເຂັ້​ມງ​ວດ​.

ມາດ​ຕາ 86(ໃໝ່​). ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ ແມ່ນ​ອົງ​ການ​ຕິດ​ຕາ​ມກ​ວດ​ກາ​ການ​ປະ​ຕິ​ບັດ​ກົດ​ ໝາຍ​ ຊຶ່ງ​ປະກອບ​ດ້ວຍ​:
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຂັ້ນ​ອຸ​ທອນ.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ເມືອງ.
ອົງ​ການ​ໄອ​ຍະ​ການ​ທະ​ຫານ.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ້​:
ຕິດ​ຕາ​ມກ​ວດ​ກາ​ການ​ເຄົາ​ລົບ​ລະ​ບຽບ​ກົດ​ໝາຍ​ຢ່າງ​ຖືກ​ຕ້ອງ ແລະ​ເປັນ​ເອ​ກະ​ພາບ​ຢູ່​ໃນ ທຸກ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ອົງ​ການ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ​, ແນວ​ລາວ​ສ້າງ ຊາດ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​, ວິ​ສາ ຫະ​ກິດ​, ລັດ​ຖະກອນ ແລະ​ພົນ​ລະ​ເມືອງ.ປ​ະ​ຕິ​ບັດ​ສິດ​ກ່າວ​ຟ້ອງ.

ມາດ​ຕາ 87(ໃໝ່​). ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ ຊີ້​ນໍາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ໄອ​ຍະ​ການ​ປະ ຊາ​ຊົນ​ທຸກ​ຂັ້ນ​.
ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ​ຫຼື​ ປົດ​ຕໍາ​ແໜ່ງ​ຕາມ​ການ​ສະ​ເໜີ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
ໄອ​ຍະ​ການ​ປະ​ຊາ​ຊົນ​ ແລະ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ຂັ້ນ​ອຸ​ທອນ​, ແຂ​ວງ​, ນະ​ຄອນ​, ເມືອງ​, ໄອ​ຍະ​ການ​ທະ​ຫານ​ ແມ່ນ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ ເປັນ​ຜູ້​ແຕ່ງ​ຕັ້ງ​, ຍົກ​ຍ້າຍ​ ຫຼື​ປົດ​ຕໍາ​ແໜ່ງ​.

ມາດ​ຕາ 88(ໃໝ່​). ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ນັ້ນ​ ໄອ​ຍະ​ການ​ປະ​ຊາ​ຊົນ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ ກົດ​ໝາຍ​ ແລະ​ຄໍາ​ສັ່ງ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ເທົ່າ​ນັ້ນ​.

 

ລິ້ງລັດຖະທຳມະນູນແຫ່ງ ສປປລາວ ແຕ່ລະໝວດ ມີ:

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...