spot_img
Homeປະເພນີ-ວັດທະນະທຳຄົ້ນ​ພົບ​ວັດ­ຖຸ­ບູ­ຮານ ອາ­ຍຸ 3.000 ປີ

ຄົ້ນ​ພົບ​ວັດ­ຖຸ­ບູ­ຮານ ອາ­ຍຸ 3.000 ປີ

Published on

ນັບ​ເປັນ​ປີ​ທີ​ສອງ​ທີ່​ທີມ​ນັກ​ບູ­ຮານ ວິ­ທະ­ຍາ​ຂອງ​ລາວ ແລະ​ສາ­ກົນ​ໄດ້​ດຳ ເນີນ​ການ​ຂຸດ​ຄົ້ນ​ວັດ­ຖຸ­ບູ­ຮານ​ຢູ່​ບ້ານວຽງ ແຂວງ​ຊຽງ​ຂວາງ ແລະ​ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ຂອງ​ການ​ຕັ້ງ​ຖິ່ນ​ຖານ​ຂອງ​ມະ­ນຸດ​ບູ­ຮານ ຊຶ່ງ​ມີ​ອາ­ຍຸ​ເຖິງ 3.000 ປີ ຫຼື ຫຼາຍ​ກວ່າ​ນັ້ນ.

ທີມ​ນັກ​ບູ­ຮານ​ວິ­ທະ­ຍາ​ຈາກ​ກົມ ມໍ­ລະ­ດົກ​ແຫ່ງ​ຊາດ, ກະ­ຊວງ​ຖະ­ແຫຼງ ຂ່າວ, ວັດ­ທະ­ນະ­ທຳ ແລະ​ການ­ທ່ອງ­ທ່ຽວ ແລະ​ນັກ​ສຶກ​ສາ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ ແຫ່ງ​ຊາດ ແລະ​ມະ​ຫະ​ວິ­ທະ­ຍາ­ໄລ​ເຈັມສ໌ ຄຸກ​ແຫ່ງ​ປະ­ເທດ​ອົດ​ສະ​ຕຣາ​ລີ ໄດ້​ຄົ້ນ​ພົບ ວັດ­ຖຸ­ບູ­ຮານ​ພິ­ເສດ​ຈຳ­ນວນ 41 ຢ່າງ ຈາກ​ວັດ­ຖຸ­ບູ­ຮານ​ທັງ​ໝົດ​ທີ່​ຄົ້ນ​ພົບ​ວັດ ຖຸ​ບູ­ຮານ​ເຫຼົ່າ​ນີ້​ປະ­ກອບ​ດ້ວຍ​ຊິ້ນ​ສ່ວນ ເຄື່ອງ​ເຄືອບ​ລາຍ​ຄາມ ແລະ​ກອກ­ສູບ­ຢາ ຊຶ່ງ​ເປັນ​ຫຼັກ​ຖານ​ບົ່ງ​ບອກ​ໃຫ້​ພວກ​ເຮົາ​ຮູ້​ກ່ຽວ​ກັບ​ການ​ພົວ­ພັນ​ທາງ​ດ້ານ​ການ​ຄ້າ ແລະ​ວັດ­ທະ­ນະ­ທຳ​ຂອງ​ປະ­ຊາ­ຊົນ​ແຂວງ ຊຽງ​ຂວາງ​ໃນ​ປາງ​ກ່ອນ ວັດ­ຖຸ­ບູ­ຮານ ດັ່ງ­ກ່າວ​ຖືກ​ຂຸດ​ຄົ້ນ​ໄດ້​ໃນ​ຫຼຸມ​ຂຸດ​ຄົ້ນ​ຂະ­ໜາດ 2×2 ແມັດ ຈຳ­ນວນ 9 ຫຼຸມ (ຫຼື ເທົ່າ​ກັບ​ເນື້ອ­ທີ່ 36 ຕາ​ແມັດ) ໃນ​ລະ­ດັບ ຄວາມ​ເລິກ​ປະ­ມານ 1,5 ແມັດ.

ທ່ານ ດຣ. ໄນ​ໂຈ ຈາງ ຈາກ​ມະ­ຫາ ວິ­ທະ­ຍາ­ໄລ​ເຈັມສ໌​ຄຸກ ກ່າວ​ວ່າ: “ປະ­ຈຸບັນ ພວກ​ເຮົາ​ຄິດ​ວ່າ​ວັດ­ຖຸ­ບູ­ຮານ​ທີ່​ພົບ ເຫັນ​ສ່ວນ​ໃຫຍ່​ແມ່ນ​ຄາດ​ວ່າ​ເກດ​ໃນ ສະ­ໄໝ​ລ້ານ​ຊ້າງ ຊຶ່ງ​ເປັນ​ໄປ​ໄດ້​ແມ່ນ ໃນ​ສະ­ຕະ­ວັດ​ທີ 17 ເຖິງ​ຢ່າງ­ໃດ​ກໍ​ຕາມ ວັດ­ຖຸ​ບາງ​ຈຳ­ນວນ​ບົ່ງ​ບອກ​ເຖິງ​ການ​ດຳ ລົງ​ຊີ­ວິດ​ໃນ​ເຂດ​ດັ່ງ­ກ່າວ​ທີ່​ມີ​ອາ­ຍຸ​ຫຼາຍ ກວ່າ​ນັ້ນ​ນັບ​ທັງ​ເຄື່ອງ​ປັ້ນ­ດິນ­ເຜົາ ຊຶ່ງ ອາດ​ເກີດ​ໃນ​ຍຸກ​ເຫຼັກ (ປະ­ມານ 2.000 ປີ­ຜ່ານ­ມາ) ແລະ​ຮ່ອງ­ຮອຍ​ຫີນ​ຂະ­ໜາດ ໃຫຍ່ ຊຶ່ງ​ອາດ​ມີ​ອາ­ຍຸ​ເຖິງ 3.000 ປີ ຫຼື ຫຼາຍ​ກວ່າ​ນັ້ນ.”

ວັດ­ຖຸ​ປະ­ສົງ​ຫຼັກ​ຂອງ​ໂຄງ­ການ​ແມ່ນ ເພື່ອ​ຄົ້ນ​ຫາ​ຫຼັກ​ຖານ​ການ​ດຳ­ລົງ​ຊີ­ວິດ ຂອງ​ຄົນ​ບູ­ຮານ​ໃນ​ຍຸກ​ເຫຼັກ ຊຶ່ງ​ຢູ່​ໃນ​ສະ ໄໝ​ດຽວ​ກັນ​ກັບ​ບັນ­ດາ​ແຫຼ່ງ​ໄຫ​ຫີນ​ທີ່​ມີ ຊື່​ສຽງ ແລະ​ສ່ອງ​ແສງ​ໃຫ້​ຮູ້​ວ່າ​ບັນ​ພະ​ບຸ ລຸດ​ຜູ້​ສ້າງ​ໄຫ​ຫີນ​ມີ​ຊີ­ວິດ​ການ​ເປັນ​ຢູ່​ຄື ແນວ­ໃດ, ທ່ານ ດຣ. ຈາງ ແຈ້ງ ໃຫ້​ຊາບ ວ່າ ທີມ​ງານ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຫຼາຍ​ທີ່​ໄດ້ ປະ­ຕິ­ບັດ​ໂຄງ­ການ​ຮ່ວມ​ກັບ​ຊຸມ​ຊົນ​ຢູ່ ບ້ານ​ວຽງ​ອີກ​ຄັ້ງ ແລະ​ໄດ້​ຮັບ​ການ​ຮ່ວມ ມື​ຈາກ​ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຕ່າງໆ ທັງ​ສູນ​ກາງ ແລະ​ທ້ອງ­ຖິ່ນ​ອີກ​ດ້ວຍ ການ​ຄົ້ນ­ຄວ້າ​ຄັ້ງ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງໂຄງ­ການ​ໂຮງ­ຮຽນ​ພາກ​ສະ­ໜາມ​ທາງ ດ້ານ​ບູ­ຮານ​ວິ­ທະ­ຍາ​ຢູ່​ວັດ​ບ້ານ​ວຽງ, ແຂວງ​ຊຽງ​ຂວາງ ພາຍ​ໃຕ້​ການ​ຊີ້​ນຳ ຂອງ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ ທຳ ແລະ​ການ­ທ່ອງ­ທ່ຽວ ແລະ​ມະ­ຫາ​ວິທະ​ຍາ​ໄລ​ເຈັມສ໌​ຄຸກ.

ທີມ​ງານ​ປະ­ກອບ​ດ້ວຍ​ນັກ​ບູ­ຮານ​ວິ ທະ​ຍາ​ຂອງ​ລາວ​ປະ­ຈຳ​ກະ­ຊວງ, ລັດ​ຖະ ກອນ​ທ້ອງ­ຖິ່ນ ແລະ​ນັກ​ສຶກ​ສາ​ຈາກ​ມະ ຫາ​ວິ­ທະ­ຍາ­ໄລ​ເຈັມສ໌​ຄຸກ ພ້ອມ​ທັງ​ຄະ­ນະ ທີມ​ງານ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ ຊາດ ຊຶ່ງ​ໄດ້​ອາ­ສາ​ສະ­ຫຼະ​ເວ­ລາ​ຂອງ ເຂົາ­ເຈົ້າ​ເຂົ້າ​ໃນ​ການ​ຝຶກ​ຫັດ​ສິດ­ສອນ ແລະ​ການ​ຮ່ວມ​ມື​ສາ­ກົນ ໂຄງ­ການ​ໂຮງ ຮຽນ​ພາກ​ສະ­ໜາມ​ໄດ້​ຮັບ​ການ​ອຸ­ປະ­ຖຳ ຈາກ​ລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ​ພາຍ​ໃຕ້ ໂຄງ­ການ​ນິວ​ໂຄ​ລົມ​ໂບ ບໍ­ລິ­ສັດ​ພູ​ເບ້ຍ ມາຍ​ນິງ ຍັງ​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ທາງ​ດ້ານ​ທຶນ­ຮອນ ແລະ​ການ​ອຳ­ນວຍ ຄວາມ​ສະ­ດວກ​ທີ່​ຈຳ­ເປັນ ຊຶ່ງ​ເປັນ​ການ ປະ­ກອບ­ສ່ວນ​ຕໍ່​ແຂວງ​ຊຽງ​ຂວາງ ໂຄງ ການ​ນິວ​ໂຄ​ລົມ​ໂບ​ມີ​ເປົ້າ​ໝາຍ​ສົ່ງ­ເສີມ ຄວາມ​ເຂົ້າ​ອົກ​ເຂົ້າ­ໃຈ​ຫຼາຍ​ຂຶ້ນ​ລະ­ຫວ່າງ ປະ­ເທດ​ອົດ​ສະ​ຕຣາ​ລີ ແລະ​ປະ­ເທດ​ລາວ ໂດຍ​ສະ­ເພາະ​ແມ່ນ​ນັກ​ສຶກ​ສາ​ລາວ ແລະ ນັກ​ສຶກ​ສາ​ອົດ​ສະ​ຕຣາ​ລີ (ພ້ອມ​ດ້ວຍ​ກົມ ມໍ­ລະ­ດົກ ແລະ​ນັກ​ບູ­ຮານ​ນະ​ຄະ­ດີ​ທ່ານ ອື່ນໆ) ໄດ້​ສາ­ມາດ​ຮຽນ​ຮູ້​ຮ່່ວມ​ກັນ​ບໍ່​ສະ ເພາະ​ແຕ່​ບູ­ຮານ​ວິ­ທະ­ຍາ ແລະ​ສະ­ໄໝ ກ່ອນ​ປະ­ຫວັດ­ສາດ​ເທົ່າ​ນັ້ນ ແຕ່​ຍັງ​ລວມ ທັງ​ວັດ­ທະ­ນະ­ທຳ ແລະ​ພາ­ສາ​ຂອງ​ສອງ ປະ­ເທດ​ອີກ​ດ້ວຍ.

ມະ­ຫາ­ວິ­ທະ­ຍາ­ໄລ​ເຈັມສ໌​ຄຸກ ແມ່ນມີ​ທີ່​ຕັ້ງ​ທັງ​ທາງ​ດ້ານ​ກາ​ຍະ​ພາບ ແລະ ປັດ​ຊະ​ຍາ​ຢູ່​ໃນ​ເຂດ​ຮ້ອນ​ຊຸ່ມ ແລະ​ມີ​ຍຸດ ທະ​ສາດ​ອັນ​ໜຶ່ງ​ໃນ​ການ “ສ້າງ​ອະ​ນາ ຄົດ​ທີ່​ສົດ­ໃສ​ແກ່​ຊີ­ວິດ​ໃນ​ເຂດ​ຮ້ອນ​ຊຸ່ມ ທົ່ວ​ໂລກ​ຜ່ານ​ການ​ຮ່ວມ​ມື​ລະ­ຫວ່າງ​ນັກ ສຶກ​ສາ ແລະ​ການ​ຄົ້ນ​ພົບ ເພື່ອ​ສ້າງ​ການ ປ່ຽນ­ແປງ.”

ທີ່ມາ:logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)