Homeຂ່າວພາຍ​ໃນສັດປ່າ ແລະ ມະນຸດຈະຢູ່ຮ່ວມກັນໄດ້ແນວໃດ?

ສັດປ່າ ແລະ ມະນຸດຈະຢູ່ຮ່ວມກັນໄດ້ແນວໃດ?

Published on

ຂປລ. ໃນວັນທີ 3 ມີນາ ນີ້ ທີ່ນະຄອນຫລວງວຽງຈັນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບອົງການຈັດຕັ້ງສາກົນ ຈັດງານສະຫລອງວັນສັດປ່າໂລກ ພາຍໃຕ້ຄຳຂວັນ “ອະນາຄົດຊີວິດ ຂອງສັດ ປ່າແມ່ນຢູ່ໃນກຳມືຂອງພວກເຮົາ” ໄດ້ສະແດງໃຫ້ເຫັນວ່າ ທົ່ວໂລກ ໄດ້ເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາ, ສັດນ້ຳ-ສັດປ່າ ດ້ວຍການຕ້ານ ແລະ ສະກັດກັ້ນ ການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍຢ່າງເຂັ້ມງວດ. ໃຫ້ກຽດເຂົ້າຮ່ວມງານໂດຍມີທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການຈັດຕັ້ງສາກົນ, ພ້ອມພະນັກງານເຂົ້າຮ່ວມ.

ການສະຫລອງວັນສັດປ່າໂລກ ແມ່ນເພື່ອປຸກລະດົມຈິດສຳນຶກໃຫ້ປະຊາຊົນລາວ ແລະ ບັນດາປະເທດຕ່າງໆໃນໂລກ ໃຫ້ຫັນມາຮ່ວມແຮງຮ່ວມໃຈປົກປັກຮັກສາສັດປ່າຫລາຍຂຶ້ນ ເພີ່ມທະວິຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງຊັບ ພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງຕະຫລອດໄປ ແນ່ໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈຳນວນປະຊາກອນສັດນ້ຳ-ສັດປ່າ ທີ່ເປັນມໍລະດົກທາງທຳມະຊາດອັນລ້ຳຄ່າຂອງຊາດ ກໍຄືຂອງໂລກ ໃຫ້ໄດ້ຮັບການປົກປັກຮັກສາ, ເນື່ອງຈາກວ່າປັດຈຸບັນ ມະນຸດໄດ້ຊົມໃຊ້ຊັບພະຍາກອນທຳມະຊາດ ເກີນຄວາມສາມາດ ທີ່ທຳມະຊາດສະໜອງໃຫ້ໄດ້ ອັນເປັນສາເຫດເຮັດໃຫ້ຫລາຍຊະນິດພັນ ສັດນ້ຳ-ສັດປ່າ ແລະ ພືດປ່າ ຫລຸດໜ້ອຍຖອຍລົງ ເປັນຕົ້ນແມ່ນ ຂະຍຸ, ຊ້າງ, ເສືອໂຂ່ງ ແລະ ອື່ນໆ ນອກນັ້ນ, ຍັງມີການລັກລອບຄ້າຂາຍສັດປ່າ ແລະ ພືດປ່າ ທີ່ຫວງຫ້າມ ໂດຍສະເພາະແມ່ນ ງາຊ້າງ, ເສືອໂຂ່ງ, ແຮດ ແລະ ອື່ນໆ ເປັນສາເຫດເຮັດໃຫ້ສັດປ່າເຫລົ່ານັ້ນ ມີຄວາມສ່ຽງສູງກ້າວໄປເຖິງຂັ້ນສູນພັນ.

ລັດຖະບານສປປ ລາວ ໄດ້ມີແນວທາງ ໃນການສະກັດກັ້ນການຄ້າຂາຍສັດປ່າ ແລະ ພືດປ່າ ໂດຍການກຳນົດນະໂຍບາຍກ່ຽວກັບການປົກປັກຮັກສາສັດນ້ຳ ແລະ ສັດປ່າ ກໍຄືຊັບພະຍາກອນທຳມະຊາດ ທີ່ເຫັນວ່າ ເປັນເງື່ອນໄຂອັນດີ ໃຫ້ແກ່ການຕ້ານ ແລະ ສະກັດກັ້ນການຄ້າ ຂາຍສັດປ່າ ແລະ ພຶດປ່າ ທີ່ຜິດກົດໝາຍທຸກຮູບການ.

 

ຂໍ້ມູນຈາກ  Pathedlao Lao

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...