spot_img
Homeຂ່າວພາຍ​ໃນລິເວີພູລ ກຽມຊໍາລະແຄ້ນ ແມນຊີຕີ ພຣີເມຍລີກ ອັງກິດ ຄືນນີ້!

ລິເວີພູລ ກຽມຊໍາລະແຄ້ນ ແມນຊີຕີ ພຣີເມຍລີກ ອັງກິດ ຄືນນີ້!

Published on

ລິເວີພູລ ມີໂອກາດລ້າງແຄ້ນ ແມນຊິຕີ ແບບທັນທີທັນຄັວນ ຫຼັງຈາກພາດທ່າ​ເສຍ​ດວນຈຸດໂທດໃນນັດຊີງຊະນະເລີດການ​ແຂ່ງຂັນ​ຊີງ​ຂັນມາໝາດໆ ເມື່ອອາທິດຜ່ານມາ ໂດຍລິເວີພູລຈະ​ເປີດ​ບ້ານແອນຟິລ ຮັບມື ແມນຊິຕີ້ ໃນການ​ແຂ່ງຂັນ​ບານ​ເຕະພຣີເມຍລີກ ອັງກິດ ນັດກາງ​ອາທິດຄືນນີ້ (ພຸດ 2 ມີນາ) ເກມນີ້ ເຈີເກນ ຄລອບ ຜູ້​ຈັດການ​ທີ​ມລິເວີພູລ ຈະສົ່ງຄູຕິນໂຍ, ຟຣີມິໂນ ແລະສະເຕີຣິດ ເປັນ 3 ປະສານໃນແດນໜ້າ ຂະນະທີ່​ແມນຊິ​ຕີ້ ກໍ່ຕ້ອງການໄຊຊະນະເພື່ອຕໍ່ຄວາມຫວັງລຸ້ນແຊ໋ມພຣີເມຍລີກ ໂດຍຈະວາງເຊຄິໂອ ອະເກວໂຣ ລົງລ່າປະຕູ ຖ່າຍທອດສົດໃຫ້ເບິ່ງທາງຊີທີເອສ ສະເຕດຽມ 2 ເລີ່ມ​ເວລາ 03.00 ​ໂມງ ສ່ວນອາເຊນອລ ຫວັງຄືນຟອມເກັ່ງ ກຽມເປີດບ້ານຍິງຖະຫລົ່ມ ສະວອນຊີ ເພື່ອຕໍ່ລົມຫາຍໃຈລຸ້ນແຊ້ມ ຍິງສົດທາງສະເຕດຽມ 3 ເລີ່ມ 02.45 ໂມງ ດ້ານແມນຢູ ທີ່ຟອມກໍາລັງມາ​ແຮງຈະເປີດບ້ານຖ້າເດັດປີກ ວັດຟອດ ເລີ່ມ 03.00 ໂມງ ຖ່າຍສົດທາງສະເຕດຽມ 1.

1

ການ​ແຂ່ງຂັນພຣີເມຍລີກ ອັງກິດ ລະດູການ 2015-2016 ນັດກາງ​ອາທິດຄືນນີ້ (ພຸດ 2 ມີນາ) ມີການແຂ່ງຂັນລວມ 5 ຄູ່ ໂດຍຄູ່ເອກຈະເປັນເກມທີ່ສະໜາມແອນຟິລ ເມື່ອລິວີພູລຈະໄດ້​ເປີດ​ບ້ານຮັບການມາຢ້ຽມຂອງແມນເຊັດເຕີ ຊິຕີ ທີ່ຫາກໍ່ຄວ້າແຊ໋ມລີກລະດູການນີ້ມາຄອງໄດ້ໝາດໆ ເລີ່ມແຂ່ງເວລາ 3 ​ໂມງ​ກົງ ຖ່າຍທອດສົດໃຫ້ເບິ່ງທາງຊີທີເອສ ສະເຕດຽມ 2

ລິເວີພູນຈະໄດ້ໂອກາດລ້າງແຄ້ນ ແມນຊິຕີ້ ແບບທັນທີທັນຄວັນບໍ່ຕ້ອງຖ້າດົນ ຫຼັງຈາກທີ່ພວກເຂົາຫາກໍ່ພາດທ່າ​ເສຍ​ໃຫ້ແມນຊິຕີໃນການດວນຈຸດໂທດ 1-3 ໃນນັດຊີງຊະນະເລີດ ລີກຄັບ ທີ່ສະໜາມເວມບລີ ເມື່ອອາທິດທີ່ຜ່ານມາ (ຫຼັງສະເໝີ 1-1 ໃນເວລາ 90 ແລະ 120 ນາທີ) ຄາດວ່າ ນັດນີ້ ເຈີເກມ ຄລອບ ຜູ້​ຈັດການ​ທີ​ມຊາວເຢຍລະມັນ ຈະກະຕຸ້ນລູກທີມໃຫ້ລືມຝັນຮ້າຍໃນນັດຊີງຂັນ ເພື່ອກັບມາຮີດຟອມເກັ່ງລ້າງແຄ້ນເອົາຊະນະທີມ​ແມນ​ຊີ​ຕີໃຫ້ໄດ້ ໂດຍຍັງຈະສົ່ງຟິລິບເປ ຄູຕິນໂຍ, ໂຣແບຣໂຕ ຟິຣມມິໂນ ແລະແດເນຍ ສະເຕີລິດ ເປັນສາມປະສານແດນໜ້າ​ເໝືອນ​ເດີມ

ຂະນະທີ່ ​ແມນ​ເຊັດ​ເຕີ ຊີ​ຕີ ອາດມີອາການ​ເມົາ​ຄ້າງຫຼັງສະຫຼອງການຄວ້າແຊ໋ມລີກຄັບ ໂດຍມານູເອລ ເປເຍກຣິນີ ຜູ້​ຈັດການ​ທີ​ມຊາວຊິລີ ກາບາເຍໂຣ ຜູ້​ຮັກສາ​ປະຕູອາເຈນໄຕ ຊຶ່ງເປັນຫົວໜ້ານໍາທີມ​ໄດ້ແຊ໋ມລີກຄັບ ລົງເຝົ້າເສົາ ແດນກາງມີຢາຢາ ຕູເຣ, ແຟນັນ-ດິນໂຢ, ດາວິດ ຊິລວາ ແລະລາຮືມ ສະເຕີລິງ ລົງປັ້ນເກມ ໂດຍມີເຊຄິໂອ ອະເກວໂຣ ​ໄລ່ລ່າປະຕູ ສ່ວນເຄວິນ ເດີ ບອຍ ຍັງໜົດສິດລົງຫຼິ້ນ ເນື່ອງຈາກຍັງບໍ່ຫາຍເຈັບສໍາລັບທ່າອຽງເກມນີ້ ຄາດວ່າ ລິເວີພູລຈະຄືນຟອມເກັ່ງ ເປີດຮັງລ້າງແຄ້ນ​ເອົາຊະນະແມນຊິຕີໄດ້ແບບຫວຸດຫວິດ

2

ດ້ານແມນຢູທີ່ຟອມກໍາລັງ​ມາ​ແຮງ ໜ້າຈະເປີດຮັງໂອລແທຣຟເຟິດ ເດັດປີກເອົາຊະນະວັດຟອດ ໄດ້ແບບບໍ່ຢາກ ໂດຍນັດນີ້ທີມ​ແມນ​ຢູຈະຍັງຄົງສົ່ງມາຣຄັສ ແຣຊຟອດ ກອງໜ້າດາວຮຸ່ງ ທີ່ຫາກໍ່ຍິງຄົນດຽວ 2 ລູກໃນເກມ​ເອົາ​ຊະນະອາເຊນອລ 3-2 ລົງລ່າປະຕູ​ເໝືອນ​ເດີມ ໂດຍຮວນ ມາຕາ, ເມມຟິສ ເດີ ປາຍ ແລະເຈສຊີ ລິນກຣາດ ຊ່ວຍສະໜັບສະໜູນເກມບຸກ ຂະນະທີ່ວັດຟອດຈະວາງໂອດຽນ ອິກາໂລ ເປັນຕົວທີ່ເດັດໃນແດນໜ້າ ຄູ່ນີ້ຖ່າຍທອດສົດທາງສະເຕດຽມ 1 ເລີ່ມ 03.00 ໂມງ

3

ສ່ວນ ອາເຊນອລ ຫາກຍັງຫວັງມີລຸ້ນແຊ໋ມພຣີເມຍລີກຕໍ່ໄປ ກໍ່ຕ້ອງເປີດບ້ານເອົາຊະນະ ສວອນຊີ ຊີຕີ ຜູ້ມາຢ່ຽມໃຫ້ໄດ້ ຫຼັງຈາກທີມອາ​ເຊ​ນອລບຸກໄປບໍ່ຊະນະແມນຢູ 2-3 ເມື່ອຊ່ວງທ້າຍອາທິດ ເຮັດໃຫ້ຕາມຫຼັງທີມນຳ​ຕາຕະລາງເລສເຕີຫ່າງເຖິງ 5 ຄະແນນ ໂດຍເກມລະຫວ່າງ ອາເຊນອລເປີດບ້ານປະທະສວອນຊີນັດນີ້ ຈະຖ່າຍທອດສົດໃຫ້ເບິ່ງທາງສະເຕດຽມ 3 ເລີ່ມ 02.45 ໂມງ

ສໍາລັບໂປຣແກຣມຄູ່ອື່ນ ເວສຕແຮມ ເປີດບ້ານພົບ​ກັບສະເປີທີມຮອງຕາຕະລາງຝູງ ເລີ່ມ 02.45 ໂມງ ເລີ່ມຖ່າຍທອດສົດທາງສະເຕດຽມ 4 ແລະສໂຕ໊ກ ພົບ ນິວຄາສເຊິລ ເລີ່ມ 02.45 ໂມງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...