Homeຂ່າວພາຍ​ໃນເອັນ​ແອນ​ວີ​ຕ້ອງ­ການ​ທຶນ, ເນື້ອ​ທີ່ແລະ​ແນວ​ພັນ​ ເພື່ອ​ພັດ­ທະ­ນາ ຟາມ​ງົວ​ໃຫ້​ໄດ້​ ມາດ­ຖານ​ສາ­ກົນ

ເອັນ​ແອນ​ວີ​ຕ້ອງ­ການ​ທຶນ, ເນື້ອ​ທີ່ແລະ​ແນວ​ພັນ​ ເພື່ອ​ພັດ­ທະ­ນາ ຟາມ​ງົວ​ໃຫ້​ໄດ້​ ມາດ­ຖານ​ສາ­ກົນ

Published on

ເພື່ອ​ເປັນ​ການ​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການຂອງ​ຕະ­ຫຼາດ​ຊີ້ນ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ກໍ​ຄື​ໃນ​ລາວ​ອັນ​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ຜະ­ລິດ​ງົວ​ໃຫ້​ໄດ້​ມາດ­ຖານ​ສາ­ກົນ​ທຽບ­ໃສ່ຟາມ​ງົວ​ຂອງ​ປະ­ເທດ​ໃກ້​ຄຽງ​ສະ­ນັ້ນ​ເອັນ​ແອນ​ວີ​ໃນ​ນາມ​ຟາມລ້ຽງ­ສັດ​ຈິ່ງ​ມີ​ຄວາມ​ຕ້ອງ­ການ​ທຶນ, ເນື້ອ­ທີ່​ແລະ​ແນວ​ພັນ​ງົວ​ຕື່ມເພື່ອ​ມາ​ພັດ­ທະ­ນາ​ຟາມ​ໃຫ້​ໄດ້​ມາດ­ຖານ​ສາ­ກົນ​ສາ­ມາດ​ແຂ່ງ­ຂັນ​ໄດ້​ກັບ​ປະ­ເທດ​ອື່ນ.

ວັນ​ທີ 29 ກຸມ­ພາ​ຜ່ານ​ມາ​ທີ່​ຟາມ​ລ້ຽງ­ສັດ​ເອັນ​ແອນ​ວີ​ໄດ້​ມີພີ​ທີ​ຕ້ອນ­ຮັບ​ຜູ້​ແທນ​ນະ­ຄອນ​ໂຮ່​ຈິ​ມິນ​ປະ­ເທດຫວຽດ­ນາມ​ຊຶ່ງ​ນຳ​ໂດຍ​ທ່ານ​ຫວຽນວັນ​ຈຶກ​ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ​ປ່າ­ໄມ້​ແລະ​ພັດ­ທະ­ນາ​ຊົນ­ນະ­ບົດ​ປະ­ເທດຫວຽດ­ນາມ​ພ້ອມ​ດ້ວຍ​ຄະ­ນະ, ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ວິ­ລະ​ສັກ​ນາມມົນ­ຕີ​ເຈົ້າ­ເມືອງໆ​ນາ​ຊາຍ​ທອງ, ມີ​ພະແນກ​ກະ­ສິ­ກຳ -ປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ, ປະ­ທານ​ບໍ­ລິ­ສັດ​ເອັນ​ແອນ​ວີ​ຟາມ​ລ້ຽງ​ງົວ​ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ຈັນ­ທະ​ວົງ​ມະ​ໄລ​ເພັດ​ທີ່​ປຶກ­ສາ​ບໍ­ລິ­ສັດ​ກ່າວ​ວ່າ: ຟາມ​ລ້ຽງ​ງົວ​ເອັນແອນ​ວີ​ຕັ້ງ​ຢູ່​ບ້ານ​ສີ​ສະ­ຫວາດ​ເມືອງ​ນາ​ຊາຍ​ທອງ​ນະ­ຄອນ­ຫຼວງ​ວຽງ​ຈັນ​ສ້າງ­ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11 ມັງ­ກອນ 2014 ໂດຍ​ທາງ​ເຈົ້າ​ຂອງ​ຟາມ​ໄດ້​ລົງ­ທຶນ​ທັງ
ໝົດ 28 ຕື້​ກີບ​ປະ­ມານ 3,5 ລ້ານ​ໂດ​ລາ​ເພື່ອ​ສຳ​ປະ­ທານ​ເນື້ອ­ທີ່​ດິນ​ຈຳ­ນວນ75ເຮັກ­ຕາ​ເພື່ອ​ບຸກ­ເບີກ​ແລະ​ກໍ່­ສ້າງ​ຟາມ​ງົວ​ປະ­ຈຸ​ບັນ​ໄດ້​ບຸກ­ເບີກ​ສຳ­ເລັດ​ພ້ອມ​ທັງ​ປຸກ​ສ້າງ​ຄອກ​ງົວ9ຄອກ, ບອກ​ໝັກ​ຫຍ້າ 1 ບ່ອນ, ສາງ​ເກັບ​ຫຍ້າໃຫ້​ງົວ​ກິນ​ໃນ​ລະ­ດູ­ແລ້ງ 1 ບ່ອນ, ມີ​ລະບົບ​ຊົນ­ລະ­ປະ­ທານ​ເກັບ​ກັກ​ນ້ຳ​ຊຶ່ງ​ສາ­ມາດ​ເກັບ​ນ້ຳ​ໄດ້​ທັງ​ໝົດ 1,20 ແສນແມັດ​ກ້ອນ​ສາ­ມາດ​ຫົດ​ເນື້ອ­ທີ່​ປູກ​ຫຍ້າໃນ​ລະ­ດູ­ແລ້ງ​ໃນ​ນີ້​ໃກ້ໆຟາມ​ຍັງ​ມີ​ອ່າງ​ນ້ຳ​ຫຸມ​ຂະ­ໜາດ​ໃຫຍ່​ຢູ່​ໃກ້​ພຽງ​ແຕ່ 700 ແມັດ, ມີ​ລະ­ບົບ​ນ້ຳ​ບາ​ດານ 4 ແຫ່ງ​ໃນ​ທົ່ວ​ຟາມ​ເກັບ​ກັກ​ນ້ຳ​ຫົດ​ຫຍ້າ​ໄດ້ 32 ແມັດ​ກ້ອນ​ຕໍ່​ຊົ່ວ­ໂມງ​ປະ­ຈຸ​ບັນ​ຟາມ​ລ້ຽງ​ງົວ​ເອັນ​ແອນ​ວີ​ໄດ້​ນ້ຳ​ເຂົ້າ​ງົວ​ພັນ​ຊີ້ນ 30 ໂຕ​ແລະ​ງົວ​ພື້ນ​ບ້ານ​ລາວ 70 ໂຕ​ລວມ​ທັງ​ໝົດ 100 ໂຕ.

ພ້ອມ​ດຽວ​ກັນ​ນີ້​ໃນ​ແຜນ­ການ 5 ປີຕໍ່­ໜ້າ (2015-2020) ຟາມ​ລ້ຽງ​ງົວເອັນ​ແອນ​ວີ​ຈະ​ຂໍ​ສຳ​ປະ­ທານ​ເນື້ອ­ທີ່​ຟາມຕື່ມ​ຈາກ 75 ເຮັກ­ຕາ​ທີ່​ມີ​ຢູ່​ຕ້ອງ­ການ​ເນື້ອທີ່​ຕື່ມ​ປະ­ມານ 1-2 ພັນ​ເຮັກ­ຕາ​ໃນ​ເຂດເມືອງ​ນາ​ຊາຍ​ທອງ​ແລະ​ແຂວງ​ຈຳ­ປາສັກ​ທີ່​ຈະ​ພັດ­ທະ­ນາ​ການ​ປູກ​ຫຍ້າ​ຫຼາຍສາຍ​ພັນ​ຕ່າງໆ​ເພື່ອ​ສະ­ໜອງ​ໃຫ້​ແກ່​ແນວພັນ​ງົວ​ທີ່​ຈະ​ເພີ່ມ​ຂຶ້ນ​ຈຳ­ນວນ 4 ພັນ​ໂຕໂດຍ​ການ​ນຳ​ເຂົ້າ​ພໍ່​ພັນ​ແລະ​ແມ່​ພັນ​ງົວ​ຂອງ​ຕ່າງ­ປະ­ເທດ​ພ້ອມ​ທັງ​ຂະ­ຫຍາຍ​ສົ່ງ­ເສີມ​ງົວ​ພື້ນ​ບ້ານ​ໃຫ້​ໄດ້​ງົວ​ທີ່​ມີ​ມາດຖານ​ເພື່ອ​ຕອບ​ສະ­ໜອງ​ໃຫ້​ແກ່​ຕະ­ຫຼາດ​ຂາຍ​ຊີ້ນ​ງົວ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ກໍ​ຄື​ໃນ​ສປ​ປລາວ​ໃນ​ນັ້ນ​ສຳ­ຄັນ​ທີ່​ສຸດຟາມ​ແຫ່ງ​ນີ້​ຕ້ອງ​ຜະ­ລິດ​ງົວ​ໃຫ້​ໄດ້​ມາດ­ຖານ​ສາ­ກົນ​ທຽບ​ເທົ່າ​ຟາມ​ງົວ​ໃນ​ເຂດ​ປະ­ເທດ​ໃກ້​ຄຽງ​ເພື່ອ​ສົ່ງ​ຂາຍ​ໃຫ້​ປະ­ເທດ​ເພື່ອນ​ບ້ານ​ໂດຍ​ສະ­ເພາະ​ຜູ້​ສະ­ໜອງ​ທຶນ​ໃຫ້​ແກ່​ຟາມ​ລ້ຽງ​ງົວ​ເອັນ​ແອນ​ວີ​ກໍ​ຄື​ສສ​ຫວຽດ­ນາມ.

ແນວ­ໃດ​ກໍ​ດີ​ຟາມ​ລ້ຽງ​ງົວ​ເອັນ​ແອນວີ​ແມ່ນ​ມີ​ຄວາມ​ຕ້ອງ­ການ​ທຶນ​ຕື່ມ​ຈຳ­ນວນ 240 ຕື້​ກີບ​ປະ­ມານ 30 ລ້ານ​ໂດ​ລາ​ເພື່ອ​ພັດ­ທະ­ນາ​ຟາມ​ຈາກ​ຂະ­ໜາດນ້ອຍ​ໄປ​ສູ່​ຂະ­ໜາດ​ໃຫຍ່​ໃຫ້​ໄດ້​ມາດ­ຖານ​ສາ­ກົນ.

 

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...