ລມຕ. ຕ່າງປະເທດອາຊຽນ ເປີດກອງປະຊຸມວົງແຄບ ປືກສາຫາລືຫລາຍບັນຫາ ຢູ່ນະຄອນຫລວງວຽງຈັນ

ກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດ ອາຊຽນ ທີ່ ສປປ ລາວ ເປັນ ເຈົ້າພາບໄດ້ປຶກສາຫາລືຫຼາຍ ບັນຫາ. ຂະນະທີ່ ສປປ ລາວ ໃນຖານະປະທານອາຊຽນ ປີ 2016 ໄດ້ສະເໜີ 8 ບຸລິມະສິດ. ນອກຈາກນີ້ ກອງ ປະຊຸມຍັງ ໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນລວມທັງສິ່ງທ້າທາຍຕ່າງໆ.

ກອງປະຊຸມດັ່ງກ່າວໄດ້ ຈັດຂຶ້ນໃນວັນທີ 27 ກຸມພາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສເຂົ້າຮ່ວມ.

ຫຼັງຈາກທີ່ປິດກອງປະຊຸມ, ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ກອງປະຊຸມໄດ້ສຸມໃສ່ ປຶກສາຫາລື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໂດຍສະເພາະແຜນແມ່ບົດເສົາຄ້ຳປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ການຮັດແໜ້ນການພົວພັນກັບພາຍນອກຂອງອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງຂອງພາກພື້ນທີ່ພວມຜັນແປ.

ລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ. ໃນໂອກາດກອງປະຊຸມຄັ້ງນີ້, ສປປ ລາວ ໄດ້ນຳສະເໜີ 8 ບຸລິມະສິດຂອງການເປັນປະທານອາຊຽໜ ປີ 2016 ຂອງຕົນ ພາຍໃຕ້ຄຳຂວັນ: “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”.

ວິໄສທັດປະຊາຄົມອາຊຽນ 2025:
ການປະກາດສ້າງຕັ້ງປະຊາຄົມອາຊຽນ ໃນວັນທີ 31 ທັນວາ 2015 ແລະ ການຮັບຮອງເອົາວິໄສທັດປະຊາ ຄົມອາຊຽນ 2025 ລວມທັງແຜນແມ່ບົດ ສຳລັບສາມເສົາຄ້ຳປະຊາຄົມອາຊຽນ ໄດ້ເສີມຂະຫຍາຍຄວາມພະຍາຍາມ ຂອງອາຊຽນ ເພື່ອຮັດແໜ້ນການເຊື່ອມໂຍງພາກພື້ນ ແລະ ການສ້າງປະຊາຄົມໃຫ້ເຂັ້ມແຂງ. ບົນຈິດໃຈດັ່ງກ່າວ, ລັດຖະມົນຕີຕ່າງປະເທດ ໄດ້ຢ້ຳຄືນຄວາມໝາຍໝັ້ນ ເພື່ອຮັບປະກັນການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025 ຢ່າງມີປະສິດທິພາບ ໂດຍສະເພາະແມ່ນແຜນແມ່ບົດ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ໂດຍສືບຕໍ່ຜັນຂະຫຍາຍ ບັນດາຜົນສຳເລັດທີ່ອາຊຽນຍາດ ມາໄດ້ ແລະ ອີງໃສ່ບົດຮຽນທີ່ຖອດຖອນໄດ້ ຈາກແຜນແມ່ບົດວ່າດ້ວຍການສ້າງປະຊາຄົມອາຊຽນ ປີ 2009-2015. ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຢ້ຳວ່າ: ເພື່ອບັນລຸຈຸດປະສົງດັ່ງກ່າວນັ້ນ ຈະຕ້ອງໄດ້ ສ້າງຄວາມເຂັ້ມແຂງໃຫ້ແກ່ ສະຖາບັນຂອງອາຊຽນ, ປັບປຸງຂັ້ນຕອນການເຮັດວຽກຂອງອາຊຽນ; ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ເນັ້ນເຖິງຄວາມສຳຄັນຂອງວາລະການພັດທະນາແບບຍືນຍົງ 2030 ຂອງອົງ ການສະຫະປະຊາຊາດ ແລະ ການປະກອບສ່ວນຂອງເປົ້າໝາຍດັ່ງກ່າວ ຕໍ່ຂະບວນການສ້າງປະຊາຄົມອາຊຽນ ແລະ ການເຊື່ອມໂຍງພາກພື້ນ.

ບຸລິມະສິດການເປັນປະທານອາຊຽນປີ 2016: ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປຶກສາຫາລື 8 ບຸລິມະສິດສຳ ລັບການເປັນປະທານອາຊຽນ ໃນປີ 2016 ທີ່ສະເໜີໂດຍ ສປປ ລາວຄື: ການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການພັດທະນາການທ່ອງທ່ຽວ, ການເຊື່ອມຈອດ, ການສົ່ງເສີມວຽກເຮັດງານທຳ: ການຫັນໄປ ສູ່ເສດຖະກິດ ໃນລະບົບຂອງອາຊຽນ ແລະ ການສົ່ງເສີມການຮ່ວມມືພາກພື້ນ ເພື່ອການອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທຳອາຊຽນ; ຕໍ່ສອງບຸລິມະສິດ: ການຮັດແຄບຄວາມແຕກໂຕນດ້ານການ ພັດທະນາ ແລະ ການສົ່ງເສີມການເຊື່ອມຈອດພາກພື້ນ, ພາຍໃຕ້ການເປັນປະທານຂອງ ສປປ ລາວ ຈະມີ 2 ເອກະສານສຳຄັນຄື: ແຜນວຽກຂໍ້ລິເລີ່ມ ສຳລັບການເຊື່ອມໂຍງອາຊຽນສະບັບທີ 3 ແລະ ວາລະການເຊື່ອມຈອດ ອາຊຽນ ຫຼັງປີ 2015. ເອກະສານ 2 ສະບັບ ດັ່ງກ່າວນີ້ ເປັນພາກສ່ວນໜຶ່ງຂອງວິໄສທັດປະຊາຄົມອາຊຽນ 2025 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາໃນເດືອນກັນຍາ 2016.

ການພົວພັນກັບພາຍນອກ: ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຢ້ຳຄືນຄວາມສຳຄັນຂອງຄວາມເປັນແກນ ກາງຂອງອາຊຽນ ໃນພາກພື້ນ ທີ່ມີການພັດທະນາຢ່າງເຂັ້ມ ແຂງ ແລະ ເປີດກວ້າງການ ຮ່ວມມືກັບພາຍນອກ; ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນໃນການຮັກສາ ແລະ ສົ່ງເສີມຄວາມເປັນແກນກາງ ແລະ ຄວາມສຳຄັນຂອງອາຊຽນ ໃນໂຄງສ້າງພາກພື້ນ ທີ່ຕ້ອງເສີມຂະຫຍາຍຈາກບັນ ດາກົນໄກທີ່ອາຊຽນລິເລີ່ມຂຶ້ນ. ບົນເນື້ອໃນຈິດໃຈດັ່ງກ່າວນີ້ ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮຽກຮ້ອງໃຫ້ມີການ ຈັດຕັ້ງປະຕິບັດແຜນວຽກ ວ່າດ້ວຍການຮັກສາ ແລະ ສົ່ງ ເສີມຄວາມເປັນແກນກາງຂອງ ອາຊຽນສະບັບປັບປຸງໃຫ້ມີປະສິດທິພາບ ແລະ ຄົບຖ້ວນ.

ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ: ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ຊຶ່ງ ລວມມີສິ່ງທ້າທາຍດ້ານຄວາມໝັ້ນຄົງ ທີ່ບໍ່ແມ່ນການທະຫານ ເຊັ່ນ: ການກໍ່ການຮ້າຍ, ຄວາມ ປອດໄພດ້ານອິນເຕີເນັດ, ໄພທຳມະຊາດ, ການປ່ຽນແປງສະພາບດິນຟ້າອາກາດ, ການຍ້າຍຖິ່ນຖານຂອງປະຊາຊົນ ແບບຜິດປົກກະຕິ, ການຄ້າມະນຸດ, ຄວາມໝັ້ນຄົງ ແລະ ການຮ່ວມມືທາງທະເລ ແລະ ສະພາບການ ຢູ່ພາກພື້ນຕ່າງໆ, ລວມທັງສະພາບການຢູ່ຕາເວັນອອກກາງ, ແຫຼມເກົາຫຼີ, ທະເລຈີນໃຕ້ ແລະ ອື່ນໆ; ບັນ ດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງອາຊຽນ ໃນການເຮັດວຽກຮ່ວມກັບວົງຄະ ນາຍາດສາກົນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ໃນການຕ້ານການກໍ່ການຮ້າຍໃນທຸກຮູບແບບ ແລະ ຮູບການ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍຕາມ ທີ່ກະທຳການກໍ່ການຮ້າຍ; ໂດຍສືບຕໍ່ຫວນ ຄືນເຖິງຖະແຫຼງການ ຂອງລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການທົດລອງອາວຸດນິວເຄຼຍ ຂອງ ສປປ ເກົາຫຼີ ແລະ ຖະແຫຼງການຂອງລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການຍິງລູກສອນໄຟຂອງ ສປປ ເກົາຫຼີ, ອາຊຽນ ໄດ້ຢ້ຳຄືນການສະໜັບສະໜູນຢ່າງເຕັມປ່ຽມ ໃນການສ້າງແຫຼມເກົາຫຼີ ໃຫ້ເປັນເຂດປອດອາວຸດນິວເຄຼຍ ໂດຍສັນຕິວິທີ ແລະ ຮຽກຮ້ອງໃຫ້ ສປປ ເກົາຫຼີ ປະຕິບັດຕາມມະຕິຂອງສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ; ກ່ຽວກັບທະເລຈີນໃຕ້, ລັດຖະມົນຕີຕ່າງປະເທດອາຊຽນ ຍັງມີຄວາມເປັນຫ່ວງ  ຢ່າງຈິງຈັງ ຕໍ່ກັບສະພາບການທີ່ເກີດຂຶ້ນຫວ່າງບໍ່ດົນມານີ້ ແລະ ພວມສືບຕໍ່ ແລະ ໄດ້ຮັບ ຊາບຄວາມເປັນຫ່ວງຂອງບາງ ລັດຖະມົນຕີກ່ຽວກັບການຂະຫຍາຍເນື້ອທີ່ດິນ ແລະ ການ ຂະຫຍາຍບັນດາກິດຈະກຳຕ່າງໆ ໃນຂົງເຂດດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ຫຼຸຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມ ເຄັ່ງຕຶງ ແລະ ອາດຈະສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ໃນພາກພື້ນ; ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຢືນຢັນຄືນຄວາມສຳຄັນຂອງ ການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ເສລີພາບໃນການເດີນເຮືອ ແລະ ການບິນຜ່ານທະເລຈີນໃຕ້.

 

ແຫລ່ງຂ່າວ:

ປຊຊ