Homeປະເພນີ-ວັດທະນະທຳບຸນເຂົ້າປະດັບດິນ

ບຸນເຂົ້າປະດັບດິນ

Published on

ບຸນ​ເຂົ້າປະດັບດິນ ແມ່ນ​ບຸນ​ປະເພນີ​ປາງ​ໜຶ່ງ ທີ່​ຖືກ​ຈັດ​ຂຶ້ນ​ໃນ​ມື້​ເດືອນ​ເກົ້າ​ດັບ ຫຼື ແຮມ 14 ຄ່ຳ ເດືອນ​ເກົ້າ ຍາມ​ກາງ​ພັນ​ສາ ຕາມ​ຕຳນານ​ທີ່​ເລົ່າ​ຂານ​ກັນ​ມາ ກໍ່​ວ່າ​ເປັນ​ບຸນ​ໃນ​ການ​ອຸທິດ​ສ່ວນ​ກຸສົນ​ແກ່​ດວງ​ວິນ​ຍານ​ຂອງ​ບັນ​ພະ​ບູ​ລຸດ ປູ່​ຍ່າ​ຕາ​ຍາຍ ພໍ່​ຕູ້ ແມ່ຕູ້ ພໍ່ເຖົ້າ ແມ່ເຖົ້າ ຍາດຕິ​ພີ່ນ້ອງ ແມ່ນ​ແຕ່​ດວງ​ວິນ​ຍານ​ຂອງ​ຜູ້​ໄຮ້​ຍາດ​ຂາດ​ມິດ ຫຼື ທີ່​ເອີ້ນ​ຕາມ​ພາສາ​ຊາວບ້ານ​ວ່າ: ຜີ​ບໍ່​ມີ​ຍາດ ກໍ່​ຈະ​ໄດ້​ຮັບ​ອະ​ນິ​ສົງ​ຈາ​ການ​ໃຫ້​ທານ​ໃນ​ບຸນ​ນີ້​ເຊັ່ນ​ກັນ ດັ່ງນັ້ນ ຖ້າ​ຈະ​ເວົ້າ​ວ່າ​ເປັນ​ການ​ອຸທິດ​ສ່ວນ​ກຸສົນ​ທີ່​ບໍ່​ມີ​ຂອບ​ເຂດ​ກໍ່​ວ່າ​ໄດ້ ປັດຈຸບັນ​ມີ​ຜູ້​ເວົ້າ​ວ່າ: ເພື່ອ​ເຈົ້າ​ກຳ​ນາຍ​ເວນ​ນຳ​ອີກ ຍິ່ງ​ເພີ່ມ​ທະວີ​ຕື່ມ​ຂຶ້ນ​ອີກ ເພາະ​ບາງ​ພິທີ​ຄຳ​ນີ້​ເພິ່ນ​ກໍ່​ບໍ່​ໃສ່ ເພາະ​ໄດ້​ໄລ່​ລວມ​ໃນ​ການ​ອຸທິດ​ເຖິງ​ໄປ​ແລ້ວ.

ບຸນ​ເຂົ້າປະດັບດິນ ເວົ້າ​ໃຫ້​ຖືກ​ແທ້ ຊື່​ເດີມ​ແທ້​ແມ່ນ​ບຸນ​ຫໍ່​ເຂົ້າປະດັບດິນ ເຊິ່ງ​ຕຳນານ​ເລົ່າ​ຂານ​ກັນ​ມາ​ຫຼາຍ​ຟ້າ​ຫຼ້າ​ປີ​ກໍ່​ວ່າ ເປັນ​ບຸນ​ອຸທິດ​ເຖິງ​ດວງ​ວິນ​ຍານ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ແຕ່​ຍັງ​ບໍ່​ທັນ​ໄດ້​ໄປ​ຜຸດ​ໄປ​ເກີດ ໄດ້​ຮັບ​ສ່ວນ​ບຸນ​ຄື​ໄດ້​ກິນ​ຂອງ​ທານ​ທີ່​ຍາດຕິ​ພີ່ນ້ອງ ຫຼື ມະນຸດ​ຜູ້​ໃຈ​ບຸນ​ທັງຫຼາຍ ສົ່ງ​ໄປ​ໃຫ້​ດ້ວຍ​ສອງ​ວິທີ​ການ​ຄື: (ໜຶ່ງ) ຖວາຍ​ເປັນ​ສັງຄະ​ທານ ໃສ່​ບາດ​ຢາດ​ນ້ຳ ໂດຍ​ຜ່ານ​ທາງ​ພະສົງ​ອົງຄະ​ເຈົ້າ ເຊິ່ງ​ຈະ​ເປັນ​ຜູ້​ສົ່ງ​ບຸນ​ກຸສົນ​ດັ່ງກ່າວ​ຕໍ່​ໄປ​ຍັງ​ຜູ້​ລ່ວງ​ລັບ​ໄປ​ແລ້ວ (ສອງ) ແມ່ນ​ຜູ້​ອຸທິດ​ສ່ວນ​ກຸສົນ​ໄດ້​ເອົາ​ສິ່ງ​ຕ່າງໆ​ທໍ່ ບໍ່​ວ່າ​ຈະ​ເປັນ​ຊີ້ນ​ແຫ້ງ ປາ​ແຫ້ງ ໝ້ຽງ ໝົກ ເຂົ້າປຸ້ນ ເຂົ້າປາດ ເຂົ້າຕອກ ພິກ ເກືອ ຄຳ​ໝາກ ກອກຢາ ອາຫານ​ຫວານ​ຄາວ ໝາກ​ໄມ້ ເງິນ ເຄື່ອງໃຊ້​ໄມ້​ສອຍ ສິ່ງ​ຈຳເປັນ ໄປ​ຢາກ​ຕາມ​ຕ້າຍ​ວັດ ກຳແພງ​ວັດ ຫຼື ຕາມ​ຮົ້ວ​ເຮືອນ ເພື່ອ​ໃຫ້​ຜູ້​ມາ​ຮັບ​ເຫັນ​ງ່າຍ ໃນ​ການ​ຢາຍ​ແມ່ນ​ລຸກ​ແຕ່​ເດິກ​ຖື​ເອົາ​ຕອນ​ເຊົ້າໆ ເລີ່ມ​ແຕ່​ໄກ່​ຂັນ​ກົກ​ເປັນຕົ້ນ​ມາ.

ຕາມ​ຕຳນານ​ຍັງ​ເວົ້າ​ວ່າ: ພໍ​ຮອດ​ເດືອນ​ເກົ້າ​ດັບ ພະຍາ​ຍົມພິບານ ເຊິ່ງ​ເປັນ​ຜູ້​ຄວບ​ຄຸມ​ການ​ປະພຶດ​ຂອງ​ຜູ້​ກະທຳ​ບາບ ຄາວ​ເປັນ​ມະນຸດ ຄົນ​ບາບ​ໜາ​ສາ​ໂຫດ​ບໍ່​ມີ​ໃຜ​ເຮັດບຸນ​ຫາ​ເຖິງ ເຮັດ​ກໍ່​ສົ່ງ​ບໍ່​ເຖິງ ເຂົາ​ຈະ​ຕ້ອງ​ຮັບ​ກຳ​ຕາມ​ຜົນ​ການ​ປະພຶດ​ທຳ​ບາບ ທີ່​ໄດ້​ເຮັດ​ເອົາ​ໄວ້​ໃນ​ຍາມ​ເປັນ​ຄົນ ຈົນ​ເຖິງ​ເວລາ​ສົມຄວນ ຕາມ​ຄວາມ​ຜິດ​ໜັກ​ເບົາ ບໍ່​ຕ່າງ​ຫຍັງ​ກັບ​ຖືກ​ປະຕິບັດ​ໂທດ​ທີ່​ເມືອງ​ມະນຸດ ພໍ​ຮອດ​ວັນ​ດັ່ງກ່າວ ພະຍາ​ຍົມພິບານ ໄດ້​ປ່ອຍ​ວິນ​ຍານ​ຜູ້​ບໍ່​ທັນ​ໄປ​ເກີດ ແລະ ທຸກທໍລະມານ​ດ້ວຍ​ຄວາມ​ຫິວ​ໂຫຍ​ຢ່າງ​ໜັກ​ນັ້ນ ໃຫ້​ລ່ອງ​ລອຍ​ອອກ​ມາ​ຮັບ​ເອົາ​ອະ​ນິດ​ສົງ​ຈາກ​ຂອງ​ທານ​ທີ່​ເປັນ​ຂອງ​ພີ່ນ້ອງ​ຍາດ​ມິດ ແລະ ຜູ້​ບໍ່​ເປັນ​ພີ່ນ້ອງ​ຍາດ​ມິດ ກໍ່​ມາ​ຮັບ​ໄດ້​ທຸກ​ຖ້ວນ​ໜ້າ ແຕ່​ກໍ່​ມີ​ເວລາ​ຈຳກັດ​ຄື: ໄປ​ແລ້ວ​ຕ້ອງ​ກັບ​ຄືນ​ມາ​ໝໍ້​ນະ​ຮົກ ກ່ອນ​ຕາເວັນ​ຂຶ້ນ​ຂອງ​ມື້​ນັ້ນ.

ສ່ວນ​ທາງ​ສາສະໜາ ເພິ່ນ​ກໍ່​ມີ​ການຈັດຕັ້ງ​ເຮັດບຸນ​ສິນ​ກິນ​ທານ ໃສ່​ບາດ​ຢາດ​ນ້ຳ ຟັງ​ທຳ​ມະ​ເທສະໜາ​ຕາມ​ປະເພນີ​ທີ່​ເຄີຍ​ປະຕິບັດ​ກັນ​ມາ ແລະ ອຸທິດ​ສ່ວນ​ກຸສົນ​ໄປ​ຍັງ​ຜູ້​ລ່ວງ​ລັບ​ໄປ​ແລ້ວ ຕາມ​ຄວາມ​ເຊື່ອ​ແຕ່ໃດໆ​ມາ ຕອນ​ຄ່ຳ​ຂອງ​ວັນ​ດັ່ງກ່າວ ກໍ່​ມີ​ການ​ແຫ່​ດອກ​ໄມ້ ວຽນທຽນ ບາງ​ບ່ອນ​ກໍ່​ມີ​ການ​ຄົບງັນ​ຕາມ​ເງື່ອນໄຂ.

ຢູ່​ປະເທດ​ລາວ​ເຮົາ ທີ່​ແຂວງ​ຫຼວງ​ພະ​ບາງ ນອກຈາກ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ ຕາມ​ປະເພນີ​ແລ້ວ ເພິ່ນ​ຍັງ​ຈັດ​ໃຫ້​ມີ​ບຸນຊ່ວງເຮືອ​ຕາມ​ປະເພນີ​ທີ່​ນ້ຳ​ຄານ ຕົວ​ເມືອງ​ຫຼວງ​ພະ​ບາງ (ບໍລິເວນ​ໃກ້ໆ​ປາກ​ນ້ຳ​ຄານ ແຕ່​ທ່າ​ປ້າ​ເຝືອ​ຂຶ້ນ​ເມືອ​ເທິງ) ໂດຍ​ແມ່ນ​ຖື​ເອົາ​ມື້​ເຂົ້າປະດັບດິນ​ເປັນ​ມື້​ຕັ້ງ ແລະ ຄົບງັນ ອອກ​ໃໝ່​ໜຶ່ງ​ຄ່ຳ ເດືອນ​ສິບ ເປັນ​ມື້​ຊ່ວງ ເຊິ່ງ​ໂອກາດ​ນີ້ ຖື​ວ່າ​ເປັນ​ບຸນ​ປາງ​ໃຫຍ່​ປາງ​ໜຶ່ງ​ຂອງ​ຊາວ​ຫຼວງ​ພະ​ບາງ ໂດຍ​ມີ​ຄົນ​ເຂົ້າ​ຮ່ວມ​ຢ່າງ​ຄັບຄາ​ໜາ​ແໜ້ນ ໂດຍ​ສະເພາະ ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຖື​ກວ່າ​ມາ​ກັນ​ຫຼວງຫຼາຍ​ທຸກໆ​ປີ.

 

ໂດຍ: ປັອກເລັກ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...