spot_img
Homeນານາສາລະການເຮັດຝຸ່ນບົ່ມ ຊີວະພາບ

ການເຮັດຝຸ່ນບົ່ມ ຊີວະພາບ

Published on

318e82d7e78de758516c4d47d1485980_L

ການເຮັດຝຸ່ນບົ່ມ ຊີວະພາບ

ຝຸ່ນບົ່ມຊີວະພາບ ແມ່ນຝຸ່ນອິນຊີ ຫຼື ຝຸ່ນທຳມະຊາດຊະນິດ ໜຶ່ງທີ່ມີປະໂຫຍດໃນການປັບປຸງບຳລຸງດິນສາມາດຜະລິດໄດ້ງ່າຍ

ໃຊ້ເວລາໜ້ອຍ ໂດຍການນຳເສດວັດຖຸເຫຼືອໃຊ້ປະສົມໝັກລວມກັບ ຂີ້ສັດ, ແກບດຳ, ຮຳອ່ອນປົກ ດ້ວຍກະເປົ໋າປ່ານໝັກໄວ້ 3 ມື້ ສາ ມາດນຳໃຊ້ໄດ້.

ສຳລັບສ່ວນປະສົມໃນການ ເຮັດຝຸ່ນໝັກຊີວະພາບປະກອບມີ ຂີ້ສັດແຫ້ງ 1 ຄຸ, ຂີ້ແກບ 1 ຄຸ, ຮຳອ່ອນ 1 ກິໂລ ຖ້າໄດ້ 1 ຄຸນຳກັນ ຍິ່ງເປັນການດີ, ນ້ຳສະກັດຊີວະພາບ, ກາກນ້ຳຕານ ແລະວັດຖຸທີ່ ຫາໄດ້ໃນທ້ອງຖິ່ນເຊັນ: ແກບ, ຂີ້ອ້ອຍ, ຂີ້ເລື່ອຍ, ເປືອກຖົ່ວດິນ, ຖົ່ວຂຽວ, ໄຍໝາກພ້າວ ແລະອື່ນໆຈຳນວນ 1 ຄຸ.

ຂັ້ນຕອນໃນການເຮັດຝຸ່ນ ແມ່ນເລີ່ມຈາກປະສົມວັດຖຸທັງ ໝົດໃຫ້ເຂົ້າກັນ ຈາກນັ້ນກໍຫົດນ້ຳປະສົມນ້ຳສະກັດຊີວະພາບ ແລະ ກາກນ້ຳຕານ (ໃຊ້ນຳຕານຊາຍແທນກໍໄດ້) ໃນປະລິມານນ້ຳ 10 ລິດຕໍ່ນ້ຳຊີວະພາບ 2 ບ່ວງແກງ ແລະກາກນ້ຳຕານ 2 ບ່ວງແກງ ຫົດກອງຝຸ່ນທີ່ປະສົມກັນນັ້ນຈົນ ໄດ້ຄວາມຊຸ່ມ 50% (ສ່ວນວິທີໃນການກວດສອບວ່າໄດ້ບໍ່ໄດ້ຄືກຳຝຸ່ນ ແລະເມື່ອແບມືອອກແລ້ວເປັນ ກ້ອນໂດຍທີ່ບໍ່ມີນ້ຳໄຫຼອອກມາ) ນັ້ນສະແດງວ່າອັດຕາສ່ວນລະຫວ່າງນ້ຳ ແລະສ່ວນປະສົມຂອງຝຸ່ນນັ້ນເຂົ້າກັນດີ, ຫຼັງຈາກນັ້ນ ຈິ່ງກອງຝຸ່ນຢູ່ເທິງພື້ນໃຫ້ໜາປະ ມານ 1 ຄືບ ປົກດ້ວຍເປົ໋າປ່ານປະໄວ້ 3 ວັນ ກໍສາມາດນຳໄປໃຊ້ໄດ້ແລ້ວ, ຊຶ່ງລັກສະນະຂອງຝຸ່ນທີ່ດີ ແມ່ນມີເຊື້ອລາຂາວມີກິ່ນຄື: ເຊື້ອ ເຫັດ, ບໍ່ຮ້ອນ ແລະມີນ້ຳໜັກເບົາ.

ສຳລັບວິທີຂອງການໃຊ້ຝຸ່ນ ບົ່ມຊີວະພາບປະສົມດິນໃນໜານ ປູກຜັກທຸກຊະນິດ ແມ່ນຈະເອົາຝຸ່ນ 1 ກິໂລ ຕໍ່ 1 ຕາແມັດ, ແຕ່ຖ້າເປັນ ພືດຜັກອາຍຸເກີນ 2 ເດືອນເຊັ່ນ: ກະລຳປີ, ໝາກຖົ່ວຍາວ, ໝາກ ແຕງ, ໝາກອືໃຫ້ໃສ່ຝຸ່ນໝັກແຫ້ງ ຮອງພື້ນຂຸມກ່ອນປູກປະມານ 1 ໂກບມື, ແຕ່ຖ້າເປັນຕົ້ນໝາກໄມ້ຄວນຮ້ອງພື້ນຂຸມດ້ວຍເສດຫຍ້າ, ໃບໄມ້, ເຟືອງແຫ້ງ ແລະຝຸ່ນບົ່ມ ແຫ້ງປະມານ 1-2 ຄຸ, ສ່ວນຕົ້ນ ໝາກໄມ້ທີ່ປູກແລ້ວໃຫ້ໃສ່ຝຸ່ນໂຮຍບໍລິເວນພຸ່ມຂອງຕົ້ນໄມ້ແລ້ວປົກ ດ້ວຍຫຍ້າ, ໃບໄມ້ ແລະເຟືອງແຫ້ງ, ຖ້າຫາກຈະໃສ່ຜັກທີ່ໃຫຍ່ ແດ່ແລ້ວຄວນໃສ່ໃນປະລິມານ 2 ກຳມືຕໍ່ 1 ຕາແມັດ ໂດຍກຳໂຮຍຕາມຫວ່າງຜັກແລ້ວຫົດນ້ຳ ປະສົມນ້ຳຊີວະພາບນຳທຸກຄັ້ງທີ່ ໃສ່ຝຸ່ນເພີ່ມເພື່ອເພີ່ມປະສິດທິພາບ ຂອງຝຸ່ນ, ກໍລະນີເປັນດອກໄມ້ຊະນິດຕ່າງໆຄວນໃສ່ຝຸ່ນຄອກໝັກທຸກ 7 ວັນປະມານ 1 ກຳມື, ຕົ້ນໄມ້ໃຫ້ໝາກປູກໄດ້ 2 ປີ ຂຶ້ນໄປໃຊ້ ໃນອັດຕາສ່ວນ 2 ກິໂລຕໍ່ຕົ້ນຕໍ່ປີ.

ປະໂຫຍດທີ່ຈະໄດ້ໃນການໃສ່ຝຸ່ນບົ່ມນີ້ ແມ່ນການເພີ່ມປະລິມານອິນຊີວັດຖຸໃນດິນ ແລະສາມາດຮັກ ສາຄວາມອຸດົມສົມບູນຂອງດິນ, ພ້ອມນັ້ນ ຍັງຊ່ວຍຮັກສາຄວາມຊຸ່ມຂອງດິນ ແລະຊ່ວຍການຖ່າຍເທອາກາດໄດ້ດີຂຶ້ນ, ເພີ່ມທາດໄນໂຕເຈນໃຫ້ກັບດິນ, ບໍ່ເປັນອັນຕະລາຍຕໍ່ດິນ ແລະພືດເຖິງວ່າຈະໃຊ້ໃນປະລິມານທີ່ຫຼາຍ ແລະຍາວນານ, ຊຶ່ງມັນຍັງຈະປັບສະພາບແວດລ້ອມໃຫ້ດີຂຶ້ນ ແລະປະຢັດຕົ້ນທຶນຜະລິດງ່າຍໃຊ້ເວລາໜ້ອຍ, ສະເພາະການເກັບຮັກສາຝຸ່ນ ເພື່ອໃຫ້ໃຊ້ໄດ້ຍາວນານນັ້ນຄວນໃສ່ເປົ໋າແລ້ວເກັບໄວ້ໃນບ່ອນທີ່ ແຫ້ງ ແລະຮົ່ມຈະຊ່ວຍເກັບໄດ້ດົນເຖິງ 1 ປີ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...