spot_img
Homeຂ່າວຕ່າງປະເທດ"ຈາງເຈຍເຈ້ຍ"ເມືອງນ່າທ່ຽວລະດັບໂລກ

“ຈາງເຈຍເຈ້ຍ”ເມືອງນ່າທ່ຽວລະດັບໂລກ

Published on

ຫາກການເຮັດດີເປັນສິ່ງທີ່ເຮັດໃດ້ຍາກຢ່າງທີ່ມີຄົນກ່າວໃວ້ວ່າ ການຈະຍົກເທົ້າກ້າວຕ້ານແຮງໂນມຖ່ວງຂອງໂລກ  ໄປຕາມບັນໃດທີ່ເລີ່ມຊັ້ນຂື້ນເລື້ອຍໆ ຕາມພູເຂົາທີ່ມີເຖິງ 999 ຂັ້ນ ເພື່ອຂື້ນໄປຍັງພູຜາປະຕູສະຫວັນ ທຽນເໝີນຊານ ແຫຼ່ງທ້ອງທ່ຽວຍອດນິຍົມ ແຫ່ງຫູໜານທຽນເໝີນຊານ ເປັນອຸທະຍານແຫ່ງຊາດ ລຳດັບທີ່ 2 ໃນເຂດຫລິງຢວນ ໃດ້ຮັບການຍ້ອງຍໍວ່າ ເປັນພູຜາມະຫັດສະຈັນແຫ່ງອູ່ຫລີງຢວນ ແລະສຸດຍອດພູເຂົງແຫ່ງທວຍເທບ ປະຈຳຫູໜານທິດຕາເວັນຕົກ.  ວ່າກັນວ່າຂັນໃດທັ້ງ 999 ຂັ້ນບໍ່ໃດ້ເປັນຄວາມ ຕັ້ງໃຈທີ່ຈະສ້າງ ເພື່ອໃຫ້ລົງເລກງາມຢ່າງທີ່ຫຼາຍຄົນເຂົ້າໃຈ ເຊັ່ນດຽວກັບທາງໂຄ້ງທີ່ທີ່ລ້ຽວໄປຕາມພູ ເບິ່ງປານຫົນທາງລອຍຟ້າ ທີ່ຊ້ອນທັບໄປມາເຊິ່ງມີຮວມກັນທັ້ງໝົດ 99 ໂຄ້ງ ເຊິ່ງຫາກໍ່ຮູ້ຈຳນວນໂຕເລກຫຼັງຈາກການສ້າງເສັດສົມບູນ .

ຖ້ຳປະຕູສະຫວັນທີ່ເປັນປ່ອງ ເບິ່ງທະລຸ ເຫັນອີກຝາກນັ້ນມີການບັນທຶກໃວ້ວ່າ ປະມານປີ ຄ.ສ 263 ຢູ່ໆໜ້າຜາຂອງພູເຂົາຊົງຫລຽງທີ່ສູງນັບພັນແມັດ ເກິດຖະລົ່ມລົງມາ ກໍ່ໃຫ້ເກີດໂພງຖ້ຳໃຫຍ່ ຄ້າຍປະຕູຍັກ ດ້ວຍເຫດນີ້ເຮັດໃຫ້ພູເຂົາລູກນີ້ຖືກຮ້ອງເປັນ ທຽນເໝີນຫຼືປະຕູສະຫວັນ ນັບຕັ້ງແຕ່ນັ້ນມາ ຖຶກຈັດອັນດັບໃຫ້ເປັນໜຶ່ງໃນສີ່ຂອງພູເຂົາທີ່ງາມທີ່ສຸດຂອງປະເທດຈີນ ດ້ວຍຄວາມສູງ 131.5 ແມັດ

ປີ ຄ.ສ 1999 ພູລູກນີ້ໃດ້ກາຍເປັນທີ່ຮູ້ຈັກກັນໄປທົ່ວໂລກ  ເມື່ອກຸ່ມນັກບິນໃດ້ນຳເຄື່ອງບິນນ້ອຍ ບິນລອດຖ້ຳນີ້ເປັນຜົນສຳເລັດ ແລະ ມີການບັນທຶກເປັນສະທິຕິໂລກ  ລົງໃນໂນດບຸກ ໃນການໃຊ້ເຄື່ອງບິນ ບິນລອດຖ້ຳຄັ້ງທຳອິດຂອງໂລກ ການບິນຄັ້ງນີ້ຖ່າຍທອດສົດໄປທົ່ວໂລກແລະມີຜູ້ເຂົ້າຊົມເຖີງ800ລ້ານຄົນ.

ບໍ່ພຽງເທົ່ານັ້ນ ເຂດພັດທະານໃໝ່ລ່າສຸດຂອງເຂດທ່ອງທ່ຽວອູ່ຫລິງຢວນ – ຈາງເຈຍເຈ້ຍແຫ່ງນີ້ ຍັງມີຈຸດເດັ່ນທີ່ໃຜຢາກສຳພັດ ຈັກເທື່ອກັບຄວາມພາຍາຍາມຂອງຊາວຈີນ ທີ່ສ້າງກະເຊົ້າຂື້ນໄປຍັງຍອດພູດ້ານເທີງມີຄວາມຍາວ 7.5 ກິໂລແມັດ ເຊິ່ງຖືວ່າຍາວ
ທີ່ສຸດໃນໂລກໃນຂະນະນີ້ ຕ້ອງໃຊ້ເວລານັ່ງກະເຊົ້າເຖີງ 40 ນາທີ ນອກຈາກນີ້ຍັງມີວັດທຽນເໝີນຊານ ທີ່ຕັ້ງຢູ່ໃຈກາງພູເຂົາດ້ານເທີງ ທີ່ມີພື້ນທີ່ກວ້າງໃຫຍ່ກວ່າ 10,000 ຕາລາງແມັດ.

ຍາມຄ່ຳຄືນພູເຂົາຊາຍ ເຊິ່ງມີຄວາມສູງສຽດຟ້າເຖີງ1,518.6 ແມັດ ແຫ່ງນີ້ເປັນສາກຫຼັງໃຫ້ການສະແດງໂຊ ນາງຈິງຈອກຂາວກັບຄົນຫາຟືນ ໜຶ່ງໃນຜົນງານຂອງຜູ້ກຳກັບຊື່ດັງ ຜູ້ຝາກພົນງານໃວ້ຕາມແຫຼ່ງທ່ອງທ່ຽວຊື່ດັງຂອງຈີນຫຼາກຫຼາຍ ວ່າກັນວ່ານອກຈາກຈະເປັນໂຊທີ່ມີສາກຫຼັງໃຫຍ່ອະລັງການທີ່ສຸດ ການສະແດງຈະມີສະເພາະຊ່ວງເດືອນມີນາ – ເດືອນພະຈິກເທົ່ານັ້ນ ເພາະຊ່ວງລະດູໜາວແຖບນີ້ຈະມີຫິມະຕົກ.

ແຕ່ສິ່ງທີ່ດຶງດູດໃຫ້ໃຜຕໍ່ໃຜ ພາກັນມາທີ່ຈາງເຈຍເຈ້ຍເປັນອັນດັບໜຶ່ງກໍ່ຄື ອຸທະຍານແຫ່ງຊາດຈາງເຈຍເຈ້ຍ ເຊິ່ງເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງຈີນ ແຕ່ປີ ຄ.ສ 1992 ເຊິ່ງໃຊ້ເປັນສາກສຳຄັນ ໃນຮູບເງົາຮໍລີວູດ(Avatar) ດິນແດນທີ່ເຕັມໄປດ້ວຍແຜ່ນດິນລອຍຟ້າ.

 

ກຸ້ງຄຳ ແສນມະນີ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...