Homeຂ່າວພາຍ​ໃນປີແລ້ວທຳລາຍລະເບີດຕົກຄ້າງ 60 ພັນກວ່າໜ່ວຍ

ປີແລ້ວທຳລາຍລະເບີດຕົກຄ້າງ 60 ພັນກວ່າໜ່ວຍ

Published on

    ການ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຢູ່​ໃນ​ລາວແມ່ນ​ບັນ­ຫາ​ໜຶ່ງ​ທີ່​ສຳ­ຄັນ ແລະ ​ຮີບ​ດ່ວນເພື່ອ​ແນ­ໃສ່​ຫຼຸດ­ຜ່ອນ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ­ເບີດ​ບໍ່​ທັນ​ແຕກ​ໃຫ້​ຕ່ຳກວ່າ 40 ຄົນ​ຕໍ່​ປີ ແລະ​ຊ່ວຍ­ເຫຼືອ​ປິ່ນ­ປົວ​ຜູ້​ຖືກ​ເຄາະ​ຮ້າຍ, ຟື້ນ​ຟູ​ສຸ­ຂະ­ພາບ, ປະ­ກອບອາ­ຊີບ​ສ້າງ​ລາຍ​ໄດ້​ໃຫ້​ແກ່​ເຂົາ­ເຈົ້າສະ­ເພາະ​ໃນ​ສົກ​ປີ­ຜ່ານ­ມາລາວສາ­ມາດ​ເກັບ​ກູ້ ແລະ ​ທຳ­ລາຍ​ລະ­ເບີດ​ບໍ່ທັນ​ແຕກ​ໄດ້​ທັງ​ໝົດ 60 ພັນ​ກວ່າ​ໜ່ວຍ.

    ອີງ​ຕາມ​ຂໍ້​ມູນ​ຂອງ​ຄະ­ນະ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ​ລົບ​ລ້າງ​ຄວາມ­ທຸກ​ຍາກໃຫ້​ຮູ້​ວ່າ: ໃນ​ສົກ​ປີ 2014-2015 ໜ່ວຍງານ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ​ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ຕົນ​ໄດ້​ດີສົມ­ຄວນໂດຍ​ສະ­ເພາະ​ການ​ເກັບ​ກູ້ແລະ ­ລາຍ​ລະ­ເບີດ​ໄດ້ 62.963 ໜ່ວຍ, ປະກອບ​ມີ​ບົມ​ໃຫຍ່ 329 ໜ່ວຍ, ລະ­ເບີດ​ລູກ ຫວ່ານ 41.317 ໜ່ວຍ, ລະ­ເບີດ​ຝັງ​ດິນ 179 ໜ່ວຍ ແລະ ​ລະ­ເບີດ​ຊະ­ນິດ​ອື່ນໆ 21.202 ໜ່ວຍ, ນອກ​ນັ້ນ​ຍັງ​ສາ­ມາດກວດ​ກູ້​ເນື້ອ­ທີ່​ດິນ​ໄດ້​ທັງ​ໝົດ 7.248 ເຮັກຕາ, ເປັນ​ເນື້ອ­ທີ່​ກະ­ສິ­ກຳ 4 ພັນ​ເຮັກ­ຕາ ແລະ ​ເນື້ອ­ທີ່​ດິນ​ພັດ­ທະ­ນາ​ອື່ນໆ 3 ພັນກວ່າ​ເຮັກ­ຕາ, ພ້ອມ​ທັງໄດ້​ຮັບ​ການ​ຊ່ວຍເຫຼືອ​ດ້ານ​ງົບ­ປະ­ມານ​ຈາກ​ລັດ­ຖະ­ບານຍີ່­ປຸ່ນ​ຈຳ­ນວນ 8,6 ລ້ານ​ໂດ​ລາເພື່ອມອບ​ໃຫ້​ໂຄງ­ການ​ເກັບ​ກູ້​ລະ­ເບີດ​ແຫ່ງຊາດ​ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ໂຄງ­ການຕອບ​ສະ­ໜອງ​ກົນ​ຈັກ​ໜັກ​ປະ­ເພດ​ເຄື່ອງຕັດ​ຫຍ້າຢູ່​ແຂວງ​ຈຳ­ປາ​ສັກ ແລະ​ເຊ​ກອງໃນ​ໄລ­ຍະ​ແຕ່​ປີ 2014-2016.

ນອກ­ຈາກ​ນັ້ນຍັງ​ໄດ້​ລະ­ດົມ​ແຫຼ່ງທຶນຈາກ​ຕ່າງ­ປະ­ເທດ​ເຂົ້າ​ໃນ​ການ​ແກ້​ໄຂລະ­ເບີດ​ບໍ່​ທັນ​ແຕກ (ລບຕ) ໄດ້​ຈຳ­ນວນ 261 ຕື້​ກີບ ແລະ​ໄດ້​ສຳ­ເລັດ​ການ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ​ຍີ່ປຸ່ນເພື່ອ​ສະ­ໜັບ­ສະ­ໜູນ​ໂຄງ­ການ​ເກັບ​ກູ້ລະ­ເບີດ​ແຫ່ງ​ຊາດຊຶ່ງ​ມີ​ລົດ​ໃຫຍ່ 97 ຄັນ, ລົດ­ຈັກ 50 ຄັນ, ເຄື່ອງ​ກວດ​ລະ­ເບີດ​ຊະນິດ​ຕ່າງໆ 406 ເຄື່ອງ ແລະ​ ເຄື່ອງ​ອື່ນໆ ຈຳ­ນວນ​ໜຶ່ງລວມ​ມູນ​ຄ່າ 900 ລ້ານເຢນ ຫຼື 9 ລ້ານ​ໂດ​ລາ, ໄດ້​ຮັບ​ເງິນ​ຊ່ວຍເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ສະ​ວິດ​ເຊີ​ແລນ 3,7 ລ້ານ​ໂດ​ລາເຂົ້າ​ໃນ​ກອງ​ທຶນ​ຊ່ວຍ ເຫຼືອ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ທີ່ສະ­ໜັບ­ສະ­ໜູນ​ຂະ­ແໜງ​ແກ້​ໄຂ ລບຕ ສົກປີ 2014-2015 ພ້ອມ​ນັ້ນຍັງ​ສາ­ມາດລະ­ດົມ​ທຶນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ­ຫາ​ລະເບີດ​ບໍ່​ທັນ​ແຕກ​ໄດ້​ປະ­ມານ 30 ລ້ານ​ໂດລາ ຫຼື ປະ­ມານ 243 ຕື້​ກີບ ຊຶ່ງ​ທຶນ​ດັ່ງກ່າວ​ແມ່ນ​ເຂົ້າ​ສູ່​ຂະ­ແໜງ­ການ​ແກ້​ໄຂ​ບັນຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຜ່ານ 3 ຊ່ອງ​ທາງຄື: ຜ່ານ​ກອງ​ທຶນ​ຊ່ວຍ­ເຫຼືອ​ລ້າ​ແກ້​ໄຂ​ບັນຫາ​ລະ­ເບີດ​ບໍ່​ທັນ​ແຕກ​ຂອງ​ອົງ­ການ ສປຊ, ການ​ຮ່ວມ​ມື​ສອງ​ຝ່າຍ, ຜ່ານ​ອົງການ​ເອັນ​ຈີ​ໂອ, ຜ່ານ​ບໍ­ລິ­ສັດ​ເກັບ​ກູ້​ລະເບີດ​ຂອງ​ລາວ ແລະ ​ຕ່າງ­ປະ­ເທດ ແລະ ທຶນ​ຂອງ​ລັດ­ຖະ­ບານ ສປປ ລາວ.

ຢ່າງ­ໃດ​ກໍ​ດີເພື່ອ​ສືບ­ຕໍ່​ປະ­ຕິ­ບັດ​ຊອກຫາ​ຫຼັກ​ຖານ​ລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງ​ໃຫ້​ສຳ­ເລັດ​ຢູ່ 124 ຈຸດ​ສຸມ​ພັດ­ທະ­ນາຂອງ​ລັດ­ຖະ­ບານ, ກວດ​ກູ້​ພື້ນ​ທີ່​ຢືນ­ຢັນ​ວ່າມີ​ລະ­ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່​ຈຸດ​ສຸມຂອງ​ໂຄງ­ການ​ພັດ­ທະ­ນາ ແລະ​ ລົບ​ລ້າງຄວາມ­ທຸກ​ຍາກ​ໃນ​ແຕ່​ລະ​ປີ​ໃຫ້​ສຳ­ເລັດ,   ສືບ­ຕໍ່​ດຳ­ເນີນ​ໂຄງ­ການ​ໂຄ­ສະ­ນາ​ຜົນ​ຮ້າຍຂອງ​ລະ­ເບີດ​ບໍ່​ທັນ​ແຕກ, ແນ­ໃສ່​ຫຼຸດ­ຜ່ອນຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ­ເບີດ​ບໍ່​ທັນ​ແຕກໃຫ້​ຕ່ຳ​ກວ່າ 40 ຄົນ​ຕໍ່​ປີ ຮອດ​ປີ 2020, ຊ່ວຍ­ເຫຼືອ​ປິ່ນ­ປົວ​ຜູ້​ຖືກ​ເຄາະ​ຮ້າຍ, ຟື້ນ​ຟູສຸ­ຂະ­ພາບ, ປະ­ກອບ​ອາ­ຊີບ, ສ້າງ​ງານ​ສ້າງ ລາຍ​ໄດ້​ໃຫ້​ແກ່​ເຂົາ­ເຈົ້າ​ໃຫ້​ໄດ້ 1.500 ຄົນຮອດ​ປີ 2020.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...