Homeລວມກົດຫມາຍລາວລັດຖະທຳມະນູນລັດຖະທຳມະນູນແຫ່ງ ສປປ ລາວ. ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

ລັດຖະທຳມະນູນແຫ່ງ ສປປ ລາວ. ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

Published on

ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

ມາດ​ຕາ​ 34. ພົນ​ລະ​ເມືອງ​ລາວ​ ແມ່ນ​ຜູ້​ທີ່​ມີ​ສັນ​ຊາດ​ລາວ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 35. ພົນ​ລະ​ເມືອງ​ລາວ​ ໂດຍ​ບໍ່​ຈໍາ​ແນກ​ຍິງ​ຊາຍ​, ຖາ​ນະ​ທາງ​ດ້ານ​ສັງ​ຄົມ​, ລະ​ດັບ​ການ​ສຶກ​ສາ​, ຄວາມ​ເຊື່ອ​ຖື​ ແລະ​ຊົນ​ເຜົ່​າ​  ລ້​ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ໜ້າ​ກົດ​ໝາຍ​.

ມາດ​ຕາ​ 36(ໃໝ່​). ພົນ​ລະ​ເມືອງ​ລາວ​ຜູ້​ທີ່​ມີ​ອາ​ຍຸ​ແຕ່​ສິບ​ແປດ​ປີ​ຂຶ້ນ​ໄປ​ ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ ແລະ​ຜູ້​ທີ່​ມີ​ອາ​ຍຸ​ແຕ່​ຊາວ​ເອັດ​ປີ​ຂຶ້ນ​ໄປ​ ມີ​ສິດ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ເວັ້ນ​ເສຍ​ແຕ່​ຜູ້​ເປັນ​ບ້າ​, ເສຍ​ຈິດ​ ແລະ​ຜູ້​ທີ່​ຖືກ​ສານ​ຕັດ​ສິນ​ປົດ​ສິດ​ເລືອກ​ຕັ້ງ​ ແລະ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​.

ມາດ​ຕາ​ 37. ພົນ​ລະ​ເມືອງ​ລາວ​ຍິງ​ຊາຍ​ ມີ​ສິດ​ເທົ່າ​ທຽມ​ກັນ​ ໃນ​ດ້ານ​ການ​ເມືອງ​, ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​-ສັງ​ຄົມ​ ແລະ​ຄອບ​ຄົວ​.

ມາດ​ຕາ​ 38. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ໄດ້​ຮັບ​ການ​ສຶກ​ສາ​ຮໍ່າ​ຮຽນ​, ຍົກ​ສູງ​ຄວາມ​ກ້າວ​ໜ້າ​.

ມາດ​ຕາ​ 39(ໃໝ່​). ພົນ​ລະ​ເມືອງ​ລາວ​ມີ​ສິດ​ເຮັດ​ວຽກ​ ແລະ​ປະກອບ​ອາ​ຊີບ​ທີ່​ບໍ່​ຂັດ​ກັບ​ກົດ​ໝາຍ​. ຜູ້​ອອກ​ແຮງ​ງານ​ມີ​ສິດ​ໄດ້​ຮັບ​ການ​ພັກ​ຜ່ອນ​, ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ເວ​ລາ​ເຈັບ​ເປັນ​, ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ກໍ​ລະ​ນີ​ທີ່​ໝົດ​ຄວາມ​ສາ​ມາດ​ອອກ​ແຮງ​ງານ​, ເສຍ​ອົງ​ຄະ​, ໃນ​ເວ​ລາ​ເຖົ້າ​ແກ່​ ແລະ​ໃນ​ກໍ​ລະ​ນີ​ອື່ນໆ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 40. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຕັ້ງ​ພູມ​ລໍາ​ເນົາ​ ແລະ​ໃນ​ການ​ໄປ​ມາ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 41(ໃໝ່​). ພົນ​ລະ​ເມືອງ​ລາວ​ ມີ​ສິດ​ຮ້ອງ​ທຸກ​, ຮ້ອງ​ຟ້ອງ​ແລະ​ສະ​ເໜີ​ຄວາມ​ເຫັນ​ຕໍ່​ອົງ​ການ​ທີ່​ກ່ຽວ​ ຂ້ອງ​ກ່ຽວ​ກັບ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ລ​ວມ​ ຫຼື​ສິດ​ ແລະ​ຜົນ​ປະ​ໂຫຍດ​ສະ​ ເພາະ​ຂອງ​ຕົນ​.
ຄໍາ​ຮ້ອງ​ທຸກ​, ຄໍາ​ຮ້ອງ​ຟ້ອງ​ ແລະ​ຄວາມ​ເຫັນ​ຂອງ​ພົນ​ລະ​ເມືອງ​ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ ແລະ​ແກ້​ໄຂ​ຕາມ​ ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 42(ໃໝ່​).
ພົນ​ລະ​ເມືອງ​ລາວ​ມີ​ສິດ​ໂດຍ​ບໍ່​ມີ​ໃຜ​ຈະ​ລ່​ວງ​ລະ​ເມີດ​ໄດ້​ທາງ​ດ້ານ​ຮ່າງ​ກາຍ​, ກຽດ​ສັກ​ສີ​ ແລະ​ເຄ​ຫະ​ສະ​ຖານ​. ພົນ​ລະ​ເມືອງ​ລາວ​ຈະ​ບໍ່​ຖືກ​ຈັບ​ຕົວ​ ຫຼືກ​ວດ​ຄົ້ນ​ເຄ​ຫະ​ສະ​ຖານ​ ຖ້າ​ຫາກ​ບໍ່​ມີ​ຄໍາ​ສັ່ງ​ຂອງ​ໄອ​ຍະ​ການ​ ຫຼື​ສານ​ປະ​ຊາ​ຊົນ​ ເວັ້ນ​ເສຍ​ແຕ່​ໃນ​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 43. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ ຫຼື​ບໍ່​ເຊື່ອ​ຖື​ສາ​ສະ​ໜາ​.

ມາດ​ຕາ​ 44. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​, ຂີດ​ຂຽນ​, ໂຮມ​ຊຸມ​ນຸມ​, ຈັດ​ຕັ້ງ​ ສະ​ມາ​ຄົມ​ ແລະ​ເດີນ​ຂະບວນ​ ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​.

ມາດ​ຕາ​ 45. ພົນ​ລະ​ເມືອງ​ລາວ​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຄົ້ນ​ຄ​ວ້າ​ ແລະ​ນໍາ​ໃຊ້​ຄວາມ​ກ້າວ​ໜ້າ​ ທາງ​ ດ້ານ​ວິ​ທະ​ຍາ​ສາດ​, ເຕັກ​ນິກ​ ແລະ​ເຕັກ​ໂນ​ໂລ​ຢີ​, ປະ​ດິດ​ສ້າງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ ແລະ​ດໍາ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍາ​ ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​.

ມາດ​ຕາ​ 46. ລັດ​ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຖືກ​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ​ລາວ​ທີ່​ຢູ່​ຕ່າງ​ປະ​ເທດ​.

ມາດ​ຕາ​ 47. ພົນ​ລະ​ເມືອງ​ລາວ​ ມີ​ພັນ​ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​, ປະ​ຕິ​ບັດ​ລະ​ບຽບ​ການ​ອອກ​ແຮງ​ງານ​, ລະ​ບຽບ​ການ​ດໍາ​ລົງ​ຊີ​ວິດ​ຂອງ​ສັງ​ຄົມ​ ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ບ້ານ​ເມືອງ​.

ມາດ​ຕາ​ 48. ພົນນ​ລະ​ເມືອງ​ລາວ​ມີ​ພັນ​ທະ​ເສຍ​ພາ​ສີ​ ແລະ​ສ່ວຍ​ສາ​ອາກອນ​ຕາມ​ລະ​ບຽບ​ກົດ​ໝາຍ​.

ມາດ​ຕາ​ 49. ພົນ​ລະ​ເມືອງ​ລາວ​ ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແລະ​ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ປະ​ຕິ​ບັດ​ພັນ​ທະ​ການ​ທະ​ຫານ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.

ມາດ​ຕາ​ 50. ຊາວ​ຕ່າງ​ດ້າວ​ ແລະ​ຜູ້​ບໍ່​ມີ​ສັນ​ຊາດ​ ກໍ​ມີ​ສິດ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ​ ແລະ​ເສ​ລີ​ພາບ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​ຂອງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​, ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​,  ມີ​ພັນ​ ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​.

ມາດ​ຕາ​ 51. ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ອະ​ນຸ​ຍາດ​ການ​ລີ້​ໄພ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ​ ທີ່​ຖືກ​ປາບ​ປາມ​ຍ້ອນ​ໄດ້​ທໍາ​ການ​ຕໍ່​ສູ້​ເພື່ອ​ອິດ​ສະ​ລະ​ພາບ​,  ຄວາມ​ເປັນ​ທໍາ​, ສັນ​ຕິ​ພາບ​ ແລະ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ​.

ລິ້ງລັດຖະທຳມະນູນແຫ່ງ ສປປລາວ ແຕ່ລະໝວດ ມີ:

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...