Homeສຸຂະພາບ ແລະ ສີ່ງແວດລ້ອມສິ່ງທີ່ຄວນຮູ້ກ່ອນກິນຢາຄຸມສຸກເສີນ

ສິ່ງທີ່ຄວນຮູ້ກ່ອນກິນຢາຄຸມສຸກເສີນ

Published on

ຢາຄຸມສຸກເສີນມີຫຼາຍແບບ 

       ຢາຄຸມສຸກເສີນບໍ່ໄດ້ຢູ່ໃນຮູບຕົວຢາເປັນເມັດເທົ່ານັ້ນ ແຕ່ຍັງມີຢາຄຸມສຸກເສີນຊະນິດຫ່ວງທອງແດງ (copper IUD) ອີກຢ່າງໜຶ່ງ ເຊິ່ງຄວາມແຕກຕ່າງກໍ່ຢູ່ທີ່ຢາຄຸມສຸກເສີນຊະນິດເມັດທົ່ວໄປຈະເປັນຮໍໂມນທີ່ເຂົ້າໄປສະລໍຂະບວນການຕົກໄຂ່ ສ່ວນຢາຄຸມສຸກເສີນຊະນິດຫ່ວງຈະມີສານທີ່ເຂົ້າໄປທຳລາຍໄຂ່ ແລະ ເຊື້ອອະສຸຈິບໍ່ໃຫ້ເກີດການປະຕິສົນທິກັນໄດ້.

ຢາຄຸມສຸກເສີນຊະນິດໃດທີ່ມີປະສິດທິພາບຫຼາຍກ່ວາກັນ. 

        ຢາຄຸມສຸກເສີນທັງ 2 ແບບສາມາດປ້ອງກັນການຕັ້ງຖືພາໄດ້ຄືກັນ ຫາກແຕ່ວ່າຫ່ວງສຸກເສີນຊະນິດທອງແດງຈະປ້ອງກັນການຖືພາໄດ້ສູງເຖິງ 99% ແລະ ສາມາດໃສຫ່ວງໄດ້ພາຍໃນ 5-7 ວັນຫຼັງມີເພດສຳພັນ ໂດຍຜົນການທົດລອງເມື່ອປີ 1979-2011 ກໍ່ພົບວ່າ ກຸ່ມອາສາທີ່ຄຸມກຳເນີດດ້ວຍການໃຊ້ຫ່ວງສຸກເສີນຊະນິດທອງແດງຖືພາພຽງຮ້ອຍລະ 0.1 ເທົ່ານັ້ນ ອີກຢ່າງມັນຍັງຊ່ວຍຄຸມກຳເນີດໃນໄລຍະຍາວໄດ້ເຖິງ 10 ປີ ແຕ່ຕ້ອງໃສ່ຫ່ວງນີ້ໄວ້ຕະຫຼອດເວລາ. 

ยาคุมฉุกเฉิน ผลข้างเคียง

ยาคุมฉุกเฉิน ผลข้างเคียง

ສາວໆ ຮູ້ບໍ່ວ່າ ເຮົາບໍ່ຈຳເປັນຕ້ອງຟ້າວກິນຢາຄຸມສຸກເສີນ 

        ເຖິງແມ່ນການກິນຢາຄຸມສຸກເສີນຫຼັງມີເພດສຳພັນໂດຍໄວທີ່ສຸດຈະເພີ່ມໂອກາດປ້ອງກັນຖືພາໄດ້ຫຼາຍ       ກ່ວາ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າກິນຊ້າກ່ວາປະມານ 1-2 ວັນ ແມ່ນຈະພາດໂອກາດປ້ອງກັນການຖືພາ ເພາະຢາຄຸມສຸກເສີນສາມາດກິນຫຼັງມີເພດສຳພັນໄດ້ປະມານ 72 ຊົ່ວໂມງ ເຊິ່ງສາມາດປ້ງກັນການຖືພາໄດ້ປະມານ 75% ແຕ່ຫາກກິນຢາຄຸມສຸກເສີນພາຍໃນ 24 ຊົ່ວໂມງຫຼັງມີເພດສຳພັນ ໂອກາດລອດຈາກການຖືພາຈະເພີ່ມເປັນ 85% ແຕ່ຖ້າກິນຫຼັງຈາກ 72 ຊົ່ວໂມງຫຼັງມີເພດສຳພັນໂອກາດຖືພາກໍ່ມີສິດສູງຂຶ້ນ. 

 ຢາຄຸມສຸກເສີນໃຊ້ເພື່ອທຳແທ້ງບໍ່ໄດ້.

        ຢາຄຸມສຸກເສີນມີໜ້າທີ່ພຽງຊ່ວຍສະລໍການຕົກໄຂ່ຂອງເພດຍິງພ້ອມທັງຂັດຂວາງການຕົກໄຂ່ໃນມົດລູກເພື່ອປ້ອງກັນບໍ່ໃຫ້ໄຂ່ພົບກັບສະເປີມຂອງທ່ານຊາຍຈົນເກີດການຖືພາເທົ່ານັ້ນ ແຕ່ຫາກວ່າໄຂ່ລຸດເຂົ້າໄປຝັງຕົວໃນມົດລູກຮຽບຮ້ອຍແລ້ວ ຢາຄຸມສຸກເສີນກໍ່ບໍ່ສາມາດກຳຈັດໄຂ່ທີ່ຝັງໃນມົດລູກໄດ້

ยาคุมฉุกเฉิน ผลข้างเคียง

ຜົນຂ້າງຄຽງຈາກຢາຄຸມສຸກເສີນບໍ່ໄດ້ເກີດກັບທຸກຄົນ 

       ຜົນຂ້າງຄຽງຈາກຢາຄຸມສຸກເສີນອັນດັບຕົ້ນໆ ຜູ້ກິນຈະມີອາການປວດຮາກ, ປວດຫົວ, ເຈັບເຕົ້ານົມ, ເລືອດອອກເໝືອນເປັນປະຈຳເດືອນ, ປະຈຳເດືອນມາຜິດປົກກະຕິບໍ່ຕົງເວລາ ແຕ່ອາການຂ້າງຄຽງເຫຼົ່ານີ້ກໍ່ບໍ່ໄດ້ເກີດກັບທຸກຄົນ

ກິນຢາຄຸມສຸກເສີນໄດ້ ເຖິງວ່າທ່ານຈະກິນຢາຄຸມຊະນິດລາຍວັນຢູ່ແລ້ວ. 

         ຫາກປົກກະຕິທ່ານກິນຢາຄຸມຢູ່ແລ້ວ ແຕ່ວ່າທ່ານລືມກິນຢາຄຸມປະມານ 3 ວັນ ແລະ  ທ່ານໄປມີເພດສຳພັນໂດຍບໍ່ໄດ້ປ້ອງກັນ ທ່ານສາມາດກິນຢາຄຸມສຸກເສີນໄດ້ ເພາະຫາກທ່ານຂາດການກິນຢາຄຸມແບບລາຍວັນໄປ 3 ວັນແລ້ວ ຮ່າງກາຍຂອງທ່ານຈະບໍ່ມີຮໍໂມນປ້ອງກັນການຖືພາຫຼົງເຫຼືອຢູ່ ສະນັ້ນທ່ານຈິ່ງສາມາດກິນຢາຄຸມສຸກເສີນແທນໄດ້.

 ສຳລັບສາວໆທີ່ກິນຢາຄຸມລາຍວັນເປັນປະຈຳຢູ່ແລ້ວບໍ່ຄວນກິນຢາຄຸມສຸກເສີນເກີນ 2 ຄັ້ງຕໍ່ເດືອນ ເພາະອາດໃຫ້ເກີດຜົນຂ້າງຄຽງກັບຮັງໄຂ່ໄລຍະຍາວ. 

ยาคุมฉุกเฉิน ผลข้างเคียง

ຢາຄຸມສຸກເສີນບໍ່ເຮັດໃຫ້ອ້ວນ.

ຕັດຄວາມກັງວົນເລື່ອງນີ້ອອກໄປໄດ້ເລີຍເພາະທາງການແພດໜ່ວຍງານຄວບຄຸມຢາແຫ່ງສະຫະພາບຢຸໂຣບ
(European Medicines Agency: EMA) ອອກມາຢືນຢັນວ່າ ການກິນຢາຄຸມສຸກເສີນບໍ່ສາມາດເຮັດໃຫ້ອ້ວນຂຶ້ນໄດ້ເລີຍ
ຢ້ຳກັນອີກຄັ້ງວ່າ ເຖິງແມ່ນການກິນຢາຄຸມສຸກເສີນຈະຊ່ວຍປ້ອງກັນການຖືພາໃນເບື້ອງຕົ້ນໄດ້ ແຕ່ການກິນຢາຄຸມສຸກເສີນເລື້ອຍໆກໍ່ບໍ່ຄວນເຮັດ ຫາກມີເພດສຳພັນໃນຊ່ວງທີ່ຍັງບໍ່ພ້ອມຂໍແນະນຳໃຫ້ໃຊ້ຖົງຢາງອານະໄມເພື່ອຄວາມປອດໄປໃນທຸກໆດ້ານດີກ່ວາ. 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...