HomeBaby-ແມ່ແລະເດັກການລ້ຽງເດັກອ່ອນ ຕ້ອງລ້ຽງດ້ວຍນ້ຳນົມແມ່

ການລ້ຽງເດັກອ່ອນ ຕ້ອງລ້ຽງດ້ວຍນ້ຳນົມແມ່

Published on

ການລ້ຽງລູກດ້ວຍນົມແມ່ ນັບແຕ່ມື້ເກີດຈົນຮອດ 6 ເດືອນ ແມ່ນມີຄວາມຈຳເປັນ ສຳລັບປ້ອງກັນເຊື້ອພະຍາດຕິດຕໍ່ ຊ່ອຍສະໜອງສານອາຫານທີ່ຈຳເປັນໃນໄລຍະ 2 ປີທຳອິດຕໍ່ຊີວິດຂອງເດັກ ແລະ ຊ່ອຍປ້ອງກັນການຢຸດຈະເລີນເຕີບໃຫຍ່ຂອງເດັກ ຊຶ່ງເປັນຮູບແບບການຂາດສານອາຫານແບບຊຳເຮື້ອ ທີ່ສົ່ງຜົນກະທົບຕໍ່ເດັກນ້ອຍປະມານ 165 ລ້ານຄົນໃນທົ່ວໂລກປັດຈຸບັນ ໄດ້ມີການພິສູດແລ້ວວ່າ ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈະຊ່ວຍສົ່ງເສີມຄວາມສາມາດຂອງເດັກໃນການຮຽນຮູ້ ແລະ ຊ່ວຍໃນການປ້ອງກັນພະຍາດຊຳເຮື້ອໃນອະນາຄົດ.ອີງຕາມຂໍ້ມູນ ແລະ ຫລັກຖານອ້າງອີງຈາກການສຶກສາ ແລະ ຄົ້ນຄ້ວາໃນທົ່ວໂລກໄດ້ຢັ້ງຢືນວ່າ ເດັກທີ່ຖືກລ້ຽງດ້ວຍນົມແມ່ ແມ່ນຈະມີໂອກາດລອດຊີວິດຫລາຍກ່ວາເດັກທີ່ບໍ່ຖືກລ້ຽງດ້ວຍນໍ້ານົມແມ່ເຖິງ 14 ເທື່ອ. ໃນໄລຍະ 6 ເດືອນທຳອິດຂອງຊີວິດເດັກອ່ອນ 0-5 ເດືອນ ຜູ້ທີ່ບໍ່ໄດ້ຖືກລ້ຽງດ້ວຍນໍ້ານົມແມ່ ຈະມີຄວາມສ່ຽງສູງຕໍ່ການຕາຍຍ້ອນພະຍາດຖອກທ້ອງເພີ່ມຂຶ້ນເຖິງ 7 ເທົ່າ ແລະ ມີຄວາມສ່ຽງຕໍ່ການຕາຍຍ້ອນພະຍາດປອດອັກເສບເພີ່ມຂຶ້ນ 5 ເທົ່າ ສົມທຽບໃສ່ເດັກທີ່ຖືກລ້ຽງດ້ວຍນໍ້ານົມແມ່ພຽງຢ່າງດຽວ.

ທ່ານ ດຣ.ຄຳເສັງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາທາລະນະສຸກ ໄດ້ກ່າວໃນພິທີສະເຫລີມສະຫລອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ໃນຫົວຂໍ້ “ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ໃຫ້ຫລາຍຂຶ້ນ” ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2013 ຜ່ານມາທີ່ນະຄອນຫລວງວຽງຈັນວ່າ ການເລີ່ມໃຫ້ເດັກກິນນໍ້ານົມແມ່ ໃນມື້ທຳອິດຫລັງຈາກເກີດລູກ ສາມາດຫລຸດຜ່ອນຄວາມສ່ຽງໃນການເສຍຊີວິດຂອງເດັກເກີດໃໝ່ສູງເຖິງ 45% ຊຶ່ງພວກເຮົາຮູ້ນຳກັນແລ້ວວ່າ ການລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວຈົນຮອດ 6 ເດຶອນ ແມ່ນມີຄວາມຈຳເປັນຕໍ່ການພັດທະນາຄົບທຸກພາກສ່ວນຂອງຮ່າງກາຍ ແລະ ເຮັດໃຫ້ເດັກມີຄວາມສົມບູນ.

ຂະນະທີ່ທ່ານ ດຣ.ນາງ ຈັນດາວອນ ໂພໄຊ ຮອງຫົວໜ້າກົມອະນາໄມແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໄດ້ກ່າວວ່າ ອັດຕາການຂາດສານອາຫານໃນເດັກຕໍ່າກ່ວາ 5 ປີ ໃນສປປ.ລາວ ຍັງສູງຢູ່ ແລະ ຍັງມີຄວາມທ້າທາຍສູງທີ່ຈະບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ໂດຍສະເພາະເປົ້າໝາຍທີ່ 1 (MDG 1) ຊຶ່ງສາເຫດຂອງ
ການຂາດສານອາຫານຂອງເດັກຕໍ່າກ່ວາ 5 ປີ ໃນ ສປປ.ລາວ ມີຢູ່3 ລະດັບຄື (1) ການບໍລິໂພກອາຫານບໍ່ພຽງພໍ ຫຼື ບໍ່ຖືກຕ້ອງ ແລະ ການເຈັບປ່ວຍຍ້ອນພະຍາດຕ່າງໆ (2) ການບໍ່ຄໍ້າປະກັນສະບຽງອາຫານໃນລະດັບຄົວເຮືອນ (ໂດຍສະເພາະການບໍ່ມີອາຫານຈະກິນແລະ ການບໍ່ເຂົ້າເຖິງສະບຽງອາຫານ) ການດູແລສຸຂະພາບແມ່ ແລະ
ເດັກບໍ່ທັນໄດ້ດີ ຮວມທັງສຸຂະອະນາໄມ ສະພາບແວດລ້ອມ ແລະ ການເຂົ້າເຖິງສາທາລະນະສຸກ ຍັງມີຂໍ້ຈຳກັດຫລາຍດ້ານ (3) ການຂາດຄວາມອາດສາມາດທາງດ້ານສະຖາບັນ ແລະ ທາງດ້ານບຸກຄະລາກອນການຂາດເຂີນລະບົບຂໍ້ມູນ ການເຝົ້າລະວັງດ້ານໂພຊະນາການ ແລະ ການລົງທຶນໃສ່ວຽກງານໂພຊະນາການຍັງຈຳກັດ.

ໃນການແກ້ໄຂບັນຫາດັ່ງກ່າວນັ້ນ ພັກ ແລະ ລັດຖະບານ ກໍໄດ້ໃຫ້ບູລິມະສິດສູງ ແລະ ຈັດສັນງົບປະມານໃຫ້ຈຳວນໜຶ່ງ ເພື່ອຫລຸດຜ່ອນການຂາດສານອາຫານໃນເດັກ ໂດຍເລັ່ງໃສ່ເຂດຈຸດສຸມ ເຂດທຸກຍາກແລະ ຫ່າງໄກສອກຫລີກ ຊຶ່ງເປັນບ່ອນທີ່ມີຄວາມສ່ຽງ ແລະ ອັດຕາການຂາດສານອາຫານສູງ ພ້ອມກັນນັ້ນ ອົງການຈັດຕັ້ງສາກົນຕ່າງໆ
ກໍໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນ ແລະ ວິຊາການ ເພື່ອຊ່ອຍໃຫ້ປະເທດເຮົາບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາໃນປີ 2015. ຢ່າງໃດກໍຕາມ ການປົກປ້ອງສົ່ງເສີມ ແລະ ການສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວ ນັບແຕ່ມື້ເກີດຈົນຮອດ 6 ເດືອນ ແມ່ນມາດຕະການໜຶ່ງທີ່ສຳຄັນ ໃນການຫລຸດຜ່ອນການຂາດສານອາຫານໃນເດັກ ແລະ ຊ່ອຍໃຫ້ເດັກມີຊີວິດຢູ່ລອດສຸຂະພາບແຂງແຮງ ມີການຈະເລີນເຕີບໂຕ ແລະ ພັດທະນາດີຊຶ່ງນໍ້ານົມແມ່ ແມ່ນມີສານອາຫານທີ່ຈຳເປັນ ແລະ ຄົບຖ້ວນສຳລັບເດັກ ມີພູມຕ້ານທານພະຍາດທີ່ຊ່ອຍປົກປ້ອງຮ່າງກາຍເດັກຈາກພະຍາດຊຶມເຊື້ອຕ່າງໆເຊັ່ນ ຖອກທ້ອງ ປອດອັກເສບ ຫູອັກເສບແລະ ອື່ນໆ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...