spot_img
Homeຂ່າວການພັດທະນາສະມາຄົມຄົນພິການແຫ່ງຊາດລາວ ຍົກບົດບາດ ຄົນພິການມີສ່ວນຮ່ວມໃນສັງຄົມຫລາຍຂຶ້ນ

ສະມາຄົມຄົນພິການແຫ່ງຊາດລາວ ຍົກບົດບາດ ຄົນພິການມີສ່ວນຮ່ວມໃນສັງຄົມຫລາຍຂຶ້ນ

Published on

 

*ເຖິງວ່າສະມາຄົມຄົນພິການແຫ່ງຊາດລາວ ຈະເປັນອົງການທີ່ບໍ່ສັງກັດລັດກໍຕາມ, ແຕ່ກໍໄດ້ປະກອບສ່ວນໃນການສົ່ງເສີມ, ປົກປ້ອງສິດທິ ແລະ ຄວາມສະເໝີພາບ ຂອງຄົນພິການຢ່າງຕັ້ງໜ້າ ແລະ ປະກົດເປັນຈິງຫລາຍດ້ານ ເປັນຕົ້ນແມ່ນໄດ້ຮ່ວມມືກັບສາກົນ ເພື່ອຊອກຫາແຫລ່ງທຶນ ພັດທະນາກຸ່ມຄົນ ພິການທີ່ດ້ອຍໂອກາດ ໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງດ້ວຍຕົນເອງ ເພື່ອຫລຸດຜ່ອນການເປັນພາ ລະຂອງຄອບຄົວ ກໍຄື ສັງຄົມເຊັ່ນ: ລ້ຽງແບ້, ລ້ຽງເປັດ, ລ້ຽງປາ, ຕັດຜົມ, ຕ່ຳ ຫູກທໍ່ໄໝ ແລະ ອື່ນໆ.

M2

      ທ່ານ ນວນຕາ ລາດສະວົງໄຊ, ຮັກສາການປະທານສະມາຄົມຄົນພິການແຫ່ງຊາດລາວ ໄດ້ໃຫ້ຮູ້ເຖິງບົດບາດຄວາມສຳຄັນວ່າ: ສພຊລ ເປັນອົງການຈັດຕັ້ງ ທາງສັງຄົມ ທີ່ບໍ່ຫວັງຜົນກຳໄລ ແລະ ເປັນອົງການໜຶ່ງທີ່ບໍ່ສັງກັດລັດ, ແຕ່ເຄື່ອນໄຫວພາຍໃຕ້ການຊີ້ນຳນຳພາ ຂອງພັກລັດ ກໍ່ຄືພາກສ່ວນກ່ຽວຂ້ອງ, ເພື່ອສົ່ງເສີມສິດທິ ແລະຄວາມສະເໝີພາບຂອງຄົນພິການ ດ້ວຍການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈໂດຍຜ່ານກິດຈະກຳຝຶກອົບຮົມສິດທິ ແລະ ຄວາມສະເໝີພາບ ຂອງຄົນພິການ, ແນໃສ່ປຸກຈິດສຳນຶກດ້ານວຽກງານທີ່ພົວພັນ ເຖິງສິດຂອງຄົນພິການ ໃຫ້ອົງການປົກຄອງຂອງລັດ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ລວມທາງກຸ່ມຄົນພິການ ແລະຊຸມຊົນທົ່ວໄປ. ນອກຈາກນີ້ ຍັງເປັນການສະໜັບສະໜູນໃຫ້ຄົນພິການ ເຂົ້າມາມີສ່ວນຮ່ວມຢ່າງເຕັມສ່ວນໃນການບໍລິການ ແລະ ກິດຈະກຳຕ່າງໆ ຢູ່ໃນສັງຄົມ ຕາມຄວາມອາດສາມາດ ແລະ ເງື່ອນໄຂຄວາມເປັນຈິງຂອງເຂົາເຈົ້າ.

     ປັດຈຸບັນຄົນພິການທີ່ມາລົງທະບຽນເປັນສະມາຊິກຂອງ ສພຊລ ພາຍໃນນະຄອນຫລວງວຽງຈັນ ແລະ 11 ແຂວງ ທີ່ມີຫ້ອງການສາຂາ 18.000 ກວ່າຄົນ;ຈຳນວນ ໜຶ່ງທ່ີຮຽນຈົບຈາກວິທະຍາໄລ  ຫລື ມະຫາວິທະຍາໄລແຫ່ງຊາດ, ທາງ ສພຊລ ກໍໄດ້ຈັດຫາວຽກເຮັດງານທຳໃຫ້ ໂດຍສົມທົບກັບອົງການຈັດຕັ້ງສາກົນ, ພາກລັດເອກະຊົນ ໃຫ້ເຂົາເຈົ້າມີອາຊີບ. ສຳລັບຜູ້ທີ່ບໍ່ໄດ້ຮຽນໜັງສືມີຄວາມສົນໃຈ ຢາກປະກອບອາຊີບ ກໍໄດ້ສົ່ງໄປຝຶກອົບຮົມດ້ານວິຊາຊີບ (ຢູ່ສູນວິຊາຊີບແກ້ງ ກະເບົາແຂວງສະຫວັນນະເຂດ) ໃນໄລຍະສັ້ນຕາມຄວາມຊຳນານ ທີ່ຢາກປະກອບອາຊີບເຊັ່ນ: ອາຊີບສ້ອມແປງ, ຕັດຫຍິບ, ຕັດຜົມ, ປູກຝັງລ້ຽງສັດ, ຕ່ຳຫູກທໍໄໝ ອື່ນໆ. ຫລັງຈາກຮຽນຈົບແລ້ວກໍຊື້ອຸປະກອນ, ແນວພັນພືດສັດ ຈຳນວນໜຶ່ງທີ່ຈຳເປັນໃຫ້ລ້າໆ ເພື່ອໃຫ້ເຂົາເຈົ້າສາມາດປະກອບອາຊີບ ທີ່ມີລາຍຮັບຂະໜາດນ້ອຍ ໄດ້ດ້ວຍຕົນເອງ ເຊິ່ງການຈັດຕັ້ງປະຕິບັດດັ່ງກ່າວ ໃນແຕ່ລະປີໄດ້ສ້າງວຽກເຮັດງານທຳ ໃຫ້ແກ່ເຂົາເຈົ້າໄດ້ຫລາຍຮ້ອຍຄົນ ໂດຍໄດ້ຈັດຢູ່ ບາງຕົວເມືອງ ໃນນະຄອນ ຫລວງວຽງຈັນ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງສະຫວັນນະເຂດ ແລະ ອື່ນ. ຈາກການເອົາໃຈໃສ່ດັ່ງກ່າວ ໄດ້ເຮັດໃຫ້ສະມາຊິກ ກຸ່ມຄົນພິການ ໄດ້ມີຊີວິດ ການເປັນຢູ່ດີຂຶ້ນ ເຊິ່ງໄດ້ຫລຸດຜ່ອນພາລະແບກຫາບຂອງຄອບຄົວ ກໍຄືສັງຄົມໄດ້, ກ້າວມາມີສ່ວນຮ່ວມໃນການສ້າງສາພັດທະນາປະເທດຊາດ ໃຫ້ກ້າວໜ້າສີວິໄລຂຶ້ນ.

    ສພຊລ ໄດ້ຖືກຮັບຮອງເປັນສະມາຄົມໃນປີ 2001. ຕະຫລອດໄລຍະຜ່ານມາ ໄດ້ປະສານງານຢ່າງໃກ້ຊິດກັບບັນດາ ອົງການຈັດຕັ້ງຂອງລັດຂັ້ນສູນກາງ, ແຂວງ,ເມືອງ ແລະ ບ້ານ. ນອກຈາກນີ້ຍັງໄດ້ພົວພັນປະສານງານຢ່າງສະໜິດແໜ້ນ ກັບສູນການແພດຟື້ນຟູໜ້າທີ່ການ, ສູນສຶກສາຮຽນຮ່ວມ, ຄະນະກຳມະການແຫ່ງຊາດ ເພື່ອ ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ເຄື່ອຂ່າຍອົງການຈັດຕັງຂອງຄົນພິການ ກໍຄື ບັນດາສະມາຄົມຄົນພິການອື່ນໆ ເຊັ່ນ: ສະມາຄົມ ຄົນພິການຕາ, ຫູໜວກ, ໂອທິສຕິກ, ຊ່ວຍເຫລືອເດັກນ້ອຍພິການ, ພັດທະນາແມ່ຍິງພິການລາວ, ສະມາຄົມຄົນພິການເມືອງໄຊເສດຖາ, ພັດທະນາ ແລະ ສົ່ງເສີມອາຊີບ ຄົນພິການຕາ, ບ້ານແສນສຸກ (ໜ່ວຍງານໃຫ້ບໍລິການເດັກນ້ອຍປະສາດສະໝອງພິການ), ສູນພິການທາງປັນຍາສະໝອງ.

    ສພຊລ ຍັງໄດ້ຮ່ວມມືກັບຫລາຍອົງການຈັດຕັ້ງສາກົນ ເຊິ່ງມີສຳນັກງານ/ຫ້ອງການປະຈຳຢູ່ ສປ   ລາວ ລວມທັງອົງການທີ່ບໍ່ມີຫ້ອງການປະຈຳຢູ່ລາວ, ທີ່ມີ ຄວາມມຸ່ງໝັ້ນ ແລະ ຈິງໃຈຊ່ວຍເຫລືອຄົນພິການລາວເຊັ່ນ: ອົງການສາກົນເພື່ອຄົນພິການ (HI), AAR ຍີ່ປຸນ, Caritas Australia,CWARS ກຳປູເຈຍ, Care Intena tional, ສະຖານທູດອົດສະຕຣາລີ ແລະ ມູນນິທິອາບີລິດ, ປະເທດ ແຟງລັງ. ນອກຈາກນີ້ຍັງເປັນສະມາຊິກຂອງ ASEAN Disability Forum (ADF), ສະມາຊິກຂອງ Disabled People Internatoinal/ Asia and the Pacific (DPI/AP), ສະມາຊິກ ເຄືອຂ່າຍຂອງ Global Youth Network, ສະມາຊິກ ເຄື່ອຍຂ່າຍປະເທດລຸ່ມແມ່ນ້ຳຂອງຜູ້ພິການທາງປັນຍາ (Mekong Intellec- tual Disability Network) ແລະ ສະມາຊິກເຄືອຂ່າຍ Leader Net ຜູ້ນຳອາວຸໂສ, ການບໍລິຫານ ແລະ ການປົກຄອງ.

ຂໍ້ມູນຈາກ http://kpl.gov.la

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...