spot_img
Homeຂ່າວພາຍ​ໃນບັນ­ຫາ​ຄວາມ​ສ່ຽງ​ຂອງ​ໂຄງ­ການ​ກໍ່­ສ້າງເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຢູ່​ລາວ

ບັນ­ຫາ​ຄວາມ​ສ່ຽງ​ຂອງ​ໂຄງ­ການ​ກໍ່­ສ້າງເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຢູ່​ລາວ

Published on

 

ໃນ​ວັນ​ທີ 15 ກຸມ­ພາ 2016 ນີ້ ກົມ​ທຸ­ລະ​ກິດ​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່ແຮ່ ໄດ້​ຈັດ​ຝຶກ​ອົບ­ຮົມ​ກ່ຽວ​ກັບ​ການ​ບໍ​ລິຫານ​ຄວາມ​ສ່ຽງ​ຕໍ່​ຮ່າງ​ມາດ­ຕະ­ຖານສັນ­ຍາ​ສຳ​ປະ­ທານ​ຂອງ​ໂຄງ­ການ​ໄຟ­ຟ້າພະ­ລັງ­ງານ​ນ້ຳ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ແຂວງ​ອັດ​ຕະ​ປື, ໂດຍ​ເປັນ​ປະ­ທານ​ຂອງ ທ່ານ ວິ­ທະ­ຍາ ພົມ­ມະ­ຈັນ ຫົວ­ໜ້າ​ພະແນກ​ພະ­ລັງ­ງານ ແລະ​ບໍ່​ແຮ່ແຂວງ​ອັດຕະ​ປື ແລະ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ໄຊ​ປະ­ເສີດ ພົມ​ສຸ­ພາ ຫົວ­ໜ້າ​ກົມ​ທຸລະ​ກິດ​ກະ­ຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່ ພ້ອມ​ຄະ­ນະ ມີ​ພະ­ນັກ­ງານ​ວິ­ຊາ​ການຈາກ​ກົມ​ພະ­ລັງ­ງານ ແລະ​ບໍ່​ແຮ່, ຫົວ­ໜ້າພະ​ແນກ, ຮອງ​ຫົວ­ໜ້າ​ພະ​ແນກ​ພະ­ລັງງານ ແລະ​ບໍ່​ແຮ່​ແຂວງ ພ້ອມ​ດ້ວຍ​ພະ­ນັກງານ​ວິ­ຊາ​ການ 17 ແຂວງ ໃນ​ທົ່ວ​ປະເທດ ແລະ​ນະ­ຄອນ­ຫຼວງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ການ​ຝຶກ​ອົບ­ຮົມ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ເພີ່ມ​ຂິດ​ຄວາມ​ສາ­ມາດໃຫ້​ແກ່​ພະ­ນັກ­ງານ​ຫຼັກ​ແຫຼ່ງ ແລະ​ວິ­ຊາການ​ທີ່​ເຮັດ​ວຽກ​ໃນ​ດ້ານ​ນີ້​ເຂົ້າ­ໃຈ​ຢ່າງເລິກ ­ເຊິ່ງ​ໃນ​ການ​ຄຸ້ມ​ຄອງ​ໂຄງ­ການ​ໄຟຟ້າ​ພະ­ລັງ­ງານ​ນ້ຳ​ກໍ​ຄື: ເຂື່ອນ​ໄຟ­ຟ້າ​ນໍ້​ຕົກດ້ວຍ​ມາດ­ຕະ­ຖານ​ສາ­ກົນ​ຕາມ​ສັນ­ຍາ​ສຳປະ­ທານ​ໃຫ້​ສູງ​ຂຶ້ນ ແລະ​ຖືກ­ຕ້ອງ​ກ່ຽວກັບ​ການ​ບໍ­ລິ­ຫານ​ຄວາມ​ສ່ຽງ​ທີ່​ຕິດ​ພັນກັບ​ຮ່າງ​ມາດ­ຕະ­ຖານ​ສັນ­ຍາ​ສຳ​ປະ­ທານ ແຕ່​ລະ​ໄລ­ຍະ​ເຊັ່ນ: ໄລ­ຍະ​ການ​ກວດ­ກາກ່ອນ​ເຊັນ​ສັນ­ຍາ, ໄລ­ຍະ​ການ​ພັດ­ທະ­ນາໂຄງ­ການ, ໄລ­ຍະ​ດຳ­ເນີນ​ການ​ກໍ່­ສ້າງ,  ແລະ​ໄລ­ຍະມອບ​ໂອນ​ໂຄງ­ການ.

ພ້ອມ​ກັນ​ນັ້ນ, ເພື່ອ​ເປັນ​ການ​ແລກປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ​ກັນໃຫ້​ຜູ້​ເຂົ້າຮ່ວມ​ຕ້ອງ​ໄດ້​ສຶກ​ສາ​ເຖິງ​ຄວາມ​ເປັນ​ມາ, ສະ­ພາບ​ຄວາມ​ເປັນ​ຈິງ​ໃນ​ປະ­ຈຸ​ບັນ ແລະ ຄວາມ​ຄາດ​ຫວັງ​ກັບ​ການ​ພັດ­ທະ­ນາແບບ​ຍືນ​ຍົງ​ໃນ​ການ​ພັດ­ທະ­ນາ​ໄຟ­ຟ້າ​ນ້ຳຕົກ​ໃນ ສປປ ລາວ ລວມ​ທັງ​ພາກ​ລັດ ແລະ​ເອ­ກະ​ຊົນ, ສຶກ​ສາ​ເຖິງ​ຄວາມ​ຈຳກັດ, ຄວາມ​ສ່ຽງ​ໃນ​ໂຄງ­ການ​ສຳ​ປະທານ ແລະ​ບັນ­ຫາ​ອື່ນໆທີ່​ພົວ­ພັນ​ເຖິງ​ພູ­ມີ­ພາກ​ບ່ອນ​ທີ່​ມີ​ໂຄງ­ການ​ໄຟ­ຟ້າ​ພະ­ລັງງານ​ນ້ຳ­ຕົກ ພ້ອມ​ນີ້​ກໍ່​ຍັງ​ໄດ້​ມີ​ການ​ລະ ດົມ​ຄວາມ​ຄິດ​ເຫັນ​ແບບ​ມີ​ສ່ວນ​ຮ່ວມກ່ຽວ​ກັບ​ຄວາມ​ສ່ຽງ​ຕົ້ນ­ຕໍ​ທີ່​ອາດ​ຈະ​ເກີດຂຶ້ນ​ໃນ​ວິ­ໄສ​ທັດ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້.

ອີກ​ດ້ານ​ໜຶ່ງ​ພະ­ລັງ­ງານ​ໄຟ­ຟ້າແມ່ນປັດ​ໄຈ​ບຸ­ລິ­ມະ­ສິດ​ອັນ​ຕົ້ນ­ຕໍ​ທີ່​ປະ­ກອບ​ເຂົ້າໃນ​ໂຄງ​ລ່າງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ໄລ­ຍະ​ຜ່ານ​ມາ​ ເຫັນ​ວ່າ­ການພັດ­ທະ­ນາ​ພະ­ລັງ­ງານ​ນ້ຳ­ຕົກ​ແມ່ນ​ໄດ້​ຮັບ ຜົນ­ສຳ­ເລັດ​ເປັນ​ຢ່າງ​ດີ: ປະ­ຈຸ​ບັນ​ມີ​ໂຮງງານ​ໄຟ­ຟ້າ​ນ້ຳ­ຕົກ 38 ໂຄງ­ການ ລວມກຳ­ລັງ​ຕິດ​ຕັ້ງ 6.300 ເມ​ກາ​ວັດ ໄດ້​ເປີດດຳ­ເນີນ​ການ​ຜະ­ລິດ​ຈຳ­ໜ່າຍ​ໃຫ້​ແກ່​ພາຍ​ໃນ ແລະ​ສົ່ງ​ອອກ​ຕ່າງ­ປະ­ເທດ ໃນ​ນັ້ນ ມີ 25 ໂຄງ­ການ, ລວມ​ກຳ­ລັງ​ຕິດ​ຕັ້ງ 5.675 ເມ​ກາ​ວັດ (90%) ເປັນ​ໂຄງການ​ທີ່​ພັດ­ທະ­ນາ​ໂດຍ​ເອ­ກະ​ຊົນ ນອກຈາກ​ນີ້ ຍັງ​ມີ 39 ໂຄງ­ການ ລວມ​ກຳ­ລັງຕິດ​ຕັ້ງ 4.100 ເມ​ກາ​ວັດ ກຳ­ລັງ​ດຳ­ເນີນການ​ກໍ່­ສ້າງ ແລະ​ອີກ​ຫຼາຍ​ກວ່າ 200 ໂຄງການ ລວມ​ທັງ​ໂຄງ­ການ​ຂະ­ໜາດ​ນ້ອຍ​ທີ່ສ້າງ​ທ່າ­ແຮງ​ໃນ​ການ​ຜະ­ລິດ​ໄຟ­ຟ້າ​ທັງໝົດ 15.000 ເມ​ກາ​ວັດ ກຳ­ລັງ​ດຳ­ເນີນສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ແລະ​ພັດ­ທະ­ນາໃນ​ລະ​ດັັບ​ຕ່າງໆ.

ສະ­ເພາະ​ແຂວງ​ອັດ​ຕະ​ປືກໍ່​ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ສາ­ມາດ​ສ້າງ​ທ່າ­ແຮງ​ບົ່ມຊ້ອນ​ໃນ​ການ​ຜະ­ລິດ​ໄຟ­ຟ້າ​ນ້ຳ­ຕົກ ແລະ ມີ​ຫຼາຍ​ແຫ່ງ​ທີ່​ເປັນ​ບຸ­ລິ­ມະ­ສິດ​ຂອງ​ໂຄງການ​ລັດ­ຖະ­ບານ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...