spot_img
Homeຂ່າວພາຍ​ໃນກອງບັນຊາການທະຫານແຂວງຫລວງພະບາງ ຈັດຕັ້ງເຊື່ອມຊຶມເອກະສານ 4 ບົດ

ກອງບັນຊາການທະຫານແຂວງຫລວງພະບາງ ຈັດຕັ້ງເຊື່ອມຊຶມເອກະສານ 4 ບົດ

Published on

fri25apr1

ໃນຕອນເຊົ້າຂອງວັນທີ 21ເມສາປີ 2014 ນີ້, ກອງ ບັນຊາການທະຫານແຂວງ ຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ 4 ບົດໃຫ້ແກ່ ຄະນະພັກ-ຄະນະບັນຊາ ແລະ ພະນັກງານສະມາຊິກ ພັກທົ່ວ ຫ້ອງການເມືອງ ແລະ ຫ້ອງການກອງບັນຊາການ ພາຍໃຕ້ການເປັນປະທານຂອງສະຫາຍພັນເອກ ບຸນຊູ ດວງຄຳມີ, ຮອງເລຂາຄະນະ ພັກ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງ ພ້ອມທັງເປັນຜູ້ເຜີຍແຜ່ ແລະ ອະທິບາຍເອກະສານ. ເຊິ່ງເອ ກະສານທີ່ນຳມາເຊື່ອມຊຶມ ໃນຄັ້ງນີ້ປະກອບມີ: ເອກະ ສານຝຶກຝົນຄຸນທາດການ ເມືອງ ແລະ ຄຸນສົມບັດສິນ ທຳປະຕິວັດ, ປັບປຸງແບບ ແຜນເຮັດວຽກ ແລະ ຍົກສູງ ຄວາມສາມາດນຳພາຂອງ ຄະນະພັກຂັ້ນຕ່າງໆ, ເຊື່ອມ ຊຶມກຳແໜ້ນມາດຖານຄະນະ ພັກ, ມາດຖານສະມາຊິກພັກ, ຂໍ້ຫ້າມສະມາຊິກພັກ, ຄວາມ ຮັບຜິດຊອບການເມືອງຂອງ ພະນັກງານນຳພາ-ຄຸ້ມຄອງ ແລະ ເອກະສານຕອບຕ້ານ ຍຸດທະສາດຫັນປ່ຽນໂດຍສັນ ຕິຂອງສັດຕູ. ທັ້ງນີ້ກໍ່ເພື່ອ ແນໃສ່ເຮັດໃຫ້ຄະນະພັກ-ຄະ ນະບັນຊາຕະຫຼອດຮອດພະ ນັກງານສະມາຊິກພັກກຳ ແໜ້ນເນື້ອໃນເອກະສານແຕ່ ລະບົດ, ເພື່ອເພີ່ມສະຕິ ແລະ ຄວາມຮັບຜິດຊອບຕໍ່ກັບໜ້າ ທີ່ວຽກງານຂອງຕົນໃຫ້ສູງ, ມີຄວາມເຊື່ອໜັ້ນຕໍ່ອຸດົມ ການຂອງພັກ, ເພີ່ມຄວາມຮູ້ ຄວາມສາມາດ, ຈຳແນກມິດ ສັດຕູກຳແໜ້ນແນວທາງນະ ໂຍບາຍຂອງພັກຢ່າງເລິກ ເຊິ່ງມີຄວາມເຊື່ອໜັ້ນຕໍ່ກຳ ລັງແຮງຕົນ ແລະ ເຕົ້າໂຮມ ຄວາມປະດິດສ້າງ ແລະ ສະຕິ ປັນຍາຂອງ ມະຫາຊົນ ແລະ ສາມາດນຳເອົາເນື້ອໃນຈິດ ໃຈຂອງເອກະສານໄປຊີ້ນຳໆ ພາຈັດຕັ້ງປະຕິບັດໃນໜ້າທີ່ ວຽກງານໃຫ້ປະກົດຜົນເປັນ ຈິງ.

ທີ່ມາ  ຫນັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...