spot_img
Homeມູມໄອທີລາວຫຼຸດສະເປັກ HP’s Elite X3 ແຟລັບເລັດລະບົບ Windows 10 Mobile

ຫຼຸດສະເປັກ HP’s Elite X3 ແຟລັບເລັດລະບົບ Windows 10 Mobile

Published on

ຂ່າວກ່ອນນອນມື້ນີ້ກັບຂ່າວຫຼຸດຂອງ HP Elite X3 ແຟລັບເລັດລະບົບປະຕິບັດການ Windows 10 Mobile ກ່ອນທີ່ຈະເປີດໂຕຢ່າງເປັນທາງການໃນງານ MWC2016 ອາທິດໜ້ານີ້. ນີ້ເປັນຂ່າວອີກຂ່າວໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມເຄື່ອນໄຫວຂອງທາງດ້ານລະບົບ Windows 10 Mobile ທີ່ມີຫຼາຍໆບໍລິສັດເຂົ້າມາຮ່ວມກັນເຮັດໂທລະສັບມືຖືອອກມາເລື້ອຍໆ
image

  ຫຼ້າສຸດເອງກໍເປັນທາງ HP ທີ່ມິຂ່າວຫຼຸດຂອງແຟລັບເລັດໂຕໃໝ່ຂອງທາງບໍລິສັດນັ້ນກໍຄື: Elite X3. ສຳລັບແຟລັບເລັດລຸ້ນດັ່ງກ່າວນີ້ ມີໜ້າຈໍຂະໜາດ 5.96 ນິ້ວ ຄວາມລະອຽດ QHD. ໃຊ້ງານຊິບປະມວນຜົນຄອດຄໍ Snapdragon 820, RAM 4GB, ພື້ນທີ່ຈັດເກັບ 32GB, ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ໂຕເຄື່ອງຍັງມາພ້ອມກັບລະບົບສະແກນມ່ານຕາແລະລະບົບສະແກນລາຍນິ້ວມືສຳລັບ Windows Hello. ລວມທັງມາດຕະຖານກັນນ້ຳແລະຝຸ່ນ IP67

image

ສຳລັບສະເປັກທີ່ຫຼຸດອອກມາຂອງ HP Elite X3 ມີດັ່ງນີ້:

– ໜ້າຈໍຂະໜາດ 5.96 ນິ້ວ ຄວາມລະອຽດ QHD

– ໃຊ້ງານຊິບປະມວນຜົນຄອດຄໍ Qualcomm Snapdragon 820

– RAM 4 GB

– ພື້ນທີ່ຈັດເກັບ 32GB, ສາມາດເພີ່ມ microSD (ສູງສຸດ 200 GB)

– ພອຣດ USB 3.0 Type-C (USB-C)

– ຮອງຮັບການສາກແບັດໄຮ້ສາຍ

– ລະບົບສະແກນມ່ານຕາ (Windows Hello)

– ລະບົບສະແກນລາຍນິ້ວມື

– ຮອງຮັບ Continuum

– ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ

– ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ

– ໃຊ້ງານລະບົບປະຕິບັດການ Windows 10 Mobile

– ຮອງຮັບມາດຕະຖານກັນນ້ຳກັນຝຸ່ນ IP67

– ຮອງຮັບ MIL-STD 810 ມາດຕະຖານການສັ່ນສະເທືອນ (ປົກປ້ອງການຕົົກ 1 ຟຸດ)

image

ສຳລັບແຟລັບເລັດ Elite X3 ລຸ້ນດັ່ງກ່າວນີ້ຈະເປີດໂຕຢ່າງເປັນທາງການໃນງານ MWC2016 ທີ່ຈະຈັດຂຶ້ນໃນອາທິດໜ້ານີ້ ຈັ່ງໃດກະຖ້າສະຫຼຸບຂ່າວໃນມື້ນັ້ນເລີຍເນາະ ^^

ທີ່ມາ:wmpoweruser

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...