Homeຂ່າວການພັດທະນາເຊີນຢ້ຽມຊົມຜົນສຳເລັດ ການປະຕິສັງຂອນ ພິພິທະພັນຫໍພະແກ້ວ ໄລຍະທຳອິດ

ເຊີນຢ້ຽມຊົມຜົນສຳເລັດ ການປະຕິສັງຂອນ ພິພິທະພັນຫໍພະແກ້ວ ໄລຍະທຳອິດ

Published on

ບ່າຍວັນທີ 16 ກຸມພານີ້, ຢູ່ທີ່ຫໍພະແກ້ວ ນະຄອນຫລວງວຽງຈັນ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດຂອງ ການປະຕິສັງຂອນຫໍພະແກ້ວ ໄລຍະທຳອິດວ່າ: ພາຍຫລັງໄດ້ເລີ່ມປະຕິສັງ ຂອນຫໍພະແກ້ວ ຄັ້ງທຳອິດ ມາແຕ່ຕົ້ນເດືອນມັງກອນ 2015 ແລະ ມາຮອດປັດຈຸບັນ ການປະຕິສັງຂອນດັ່ງກ່າວ ໄດ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ເຊັ່ນ: ການສ້ອມແປງໂຄງຫລັງຄາ, ສ້ອມແປງຕົວອາຄານ ແລະ ສ້ອມແປງພື້ນຫໍ ໂດຍໃຊ້ງົບປະມານຫລາຍກວ່າ 5 ຕື້ກີບ ແລະ ຮັບວ່າການປະຕິສັງຂອນບູຮານສະຖານດັ່ງກ່າວ ແມ່ນມີຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອສາມາດຮັກສາຮູບຊົງເດີມ ແລະ ລວດລາຍລະອຽດຕ່າງໆຂອງມັນໄວ້ໄດ້ ແລະ ເພື່ອເປັນການສະຫລຸບ ແລະ ຕີລາຄາຜົນສຳເລັດຂອງການປະຕິສັງຂອນດັ່ງກ່າວ, ໃນວັນທີ 21 ກຸມພານີ້, ທາງຄະນະຮັບຜິດຊອບ ຈະໄດ້ຈັດງານບຸນຄົບງັນ ແລະ ໃສ່ບາດຕາມປະເພນີ ພ້ອມທັງເຊີນຊວນຊາວນະຄອນຫລວງວຽງຈັນ ກໍຄືຊາວພຸດທະສາສະນິກະຊົນທັງຫລາຍ ພ້ອມຜູ້ໃຫ້ການສະໜັບສະໜູນທຶນໃນຜ່ານມາ ໄດ້ມາຮ່ວມຊົມຫໍພະແກ້ວ ພາຍຫລັງປະຕິສັງຂອນໄລຍະທີໜຶ່ງວ່າ ຖືກຕ້ອງຕາມລາຍລະອຽດຕ່າງໆແລ້ວ ຫລື ບໍ່. ກ່ອນຈະມີການປະຕິສັງຂອນໄລຍະທີ 2 ແລະ 3 ຕໍ່ໄປ ແລະ ກໍຂໍເຊີນຊວນຜູ້ມີຈິດໃຈສັດທາທັງຫລາຍ ເຂົ້າຮ່ວມບໍລິຈາກປັດໄຈ ເພື່ອປະກອບສ່ວນ ເຂົ້າໃນການບູລະນະຮັກສາ ມໍລະດົກອັນລ້ຳຄ່າດັ່ງກ່າວ ໄວ້ຢູ່ຄູ່ບ້ານຄູ່ເມືອງລາວເຮົາ ຕະຫລອດໄປ.

ຫໍພະແກ້ວສ້າງ ຂຶ້ນໃນປີ ພສ 2108 (ຄສ 1565) ໃນສະໄໝລາຊະການພະເຈົ້າໄຊເສດຖາທິລາດ ເພື່ອເປັນທີ່ປະດິດສະຖານຂອງ ພະແກ້ວມໍລະກົດ ອົງດຽວເທົ່ານັ້ນ, ຖືວ່າແມ່ນສິ່ງສັກສິດຄູ່ບ້ານຄູ່ເມືອງ, ເປັນເຄື່ອງໝາຍ ແລະ ສັນຍາລັກທີ່ຕິດພັນກັບຄວາມອຸດົມສົມບູນ, ຄວາມເຊື່ອຖື, ຄວາມສັກກາລະບູຊາຂອງຊາວລາວເຮົາ ເຊິ່ງຫໍພະແກ້ວເດີມນັ້ນ ໄດ້ຖືກພວກສັກດີນາສະຫຍາມເຂົ້າມາຮຸກຮານ ແລະ ທຳລາຍລົງ ພ້ອມກັບຕົວເມືອງວຽງຈັນເຖິງ 2 ຄັ້ງ ຄືຄັ້ງທີໜຶ່ງແມ່ນເມື່ອປີ ຄສ 1779 ພວກສັກດີນາສະຫຍາມ ໄດ້ທຳການຮຸກຮານອານາຈັກລ້ານຊ້າງ ດ້ວຍການມ້າງເພທຳລາຍຕົວເມືອງວຽງຈັນ ແລະ ຫໍພະແກ້ວ.ນອກຈາກນີ້ ພວກເຂົາຍັງໄດ້ນຳເອົາພະແກ້ວ ໄປປະດິດສະຖານຢູ່ທີ່ບາງກອກ. ຄັ້ງທີ 2 ໃນປີ ຄສ 1826-29 ຫໍພະແກ້ວ ໄດ້ຖືກພວກສັກດີນາສະຫຍາມ ເຂົ້າມາຮຸກຮານອາຈາຈັກລາວລ້ານຊ້າງ ທຳການຈູດເຜົາ ແລະ ມ້າງເພທຳລາຍລົງ ພ້ອມນະຄອນຫລວງວຽງຈັນລົງອີກ ເຊິ່ງການທຳລາຍໃນຄັ້ງນີ້ ໄດ້ເຮັດໃຫ້ຕົວເມືອງວຽງຈັນ ທີ່ເຕັມໄປດ້ວຍວັດວາອາຮາມທີ່ສວຍສົດງົດງາມ ຕ້ອງພັງພິນາດລົງຢ່າງຮາບກ້ຽງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...