spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມດັນເລືອດຕໍ່າ ໄພຮ້າຍທີ່ບໍ່ຄວນເບິ່ງຂ້າມ

ຄວາມດັນເລືອດຕໍ່າ ໄພຮ້າຍທີ່ບໍ່ຄວນເບິ່ງຂ້າມ

Published on

ຄວາມດັນເລືອດຕໍ່າ ນັບວ່າເປັນອັນຕະລາຍຕໍ່ສຸຂະພາບເປັນຢ່າງຍິ່ງ ແຕ່ຄົນ
ສ່ວນໃຫຍ່ຍັງບໍ່ຮູ້ເຖິງລາຍລະອຽດຂອງມັນເທົ່າທີ່ຄວນ ເຮົາຈະເຫັນວ່າມີຜູ້ປ່ວຍ
ຈໍານວນໜຶ່ງມີອານການວິນຫົວ ໜ້າມືດ ອ່ອນເພຍ ບໍ່ຊື່ນບານເຖິງວ່າຈະກິນ
ເຂົ້າແຊບນອນຫລັບເປັນປົກກະຕິ ພ້ອມທັງເສີມອາຫານ ແລະ ວິຕາມິນຢ່າງ
ບໍ່ຂາດ ຮວມທັງວຽກງານກໍບໍ່ໄດ້ໜັກໜ່ວງແຕ່ຍັງຮູ້ສຶກວ່າອິດເມື່ອຍອ່ອນແຮງຢູ່
ໂດຍສະເພາະຫລັງຈາກກິນງາຍແລ້ວຈະຮູ້ສຶກຄືງ້ວງນອນ ບໍ່ມີເຫື່ອມີແຮງ ບໍ່ມີ
ສະມາທິເຮັດວຽກ ຮ້າຍກວ່ານັ້ນອາດມີອາການຫົວໃຈສັ່ນ ຈັບໜາວ ໃນຂະນະ
ທີ່ຄົນອື່ນຈະຮູ້ສຶກວ່າອາກາດປົກກະຕິ ເມື່ອໄປກວດຢູ່ໂຮງໝໍພັດບໍ່ພົບອາການ
ຜິດປົກກະຕິ ຊຶ່ງຄົນເຈັບພວກນີ້ມີໂອກາດສູງວ່າມີຄວາມດັນເລືອດຕໍ່າ.

ເປັນແນວໃດຈິ່ງວ່າເປັນຄວາມດັນເລືອດຕໍ່າ

ໂດຍທົ່ວໄປໃນທາງການແພດ ຄວາມດັນເລືອດຂອງຜູ້ໃຫຍ່ທີ່ຕໍ່າກວ່າ
90/60 MmHg ແລະ ຄວາມດັນເລືອດຂອງຜູ້ສູງອາຍຸ ທີ່ຕໍ່າກວ່າ
100/70 MmHg ຈະຖືກຈັດຢູ່ໃນປະເພດຄວາມດັນຕໍ່າ ຊຶ່ງຈະພົບຫລາຍ
ໃນກຸ່ມແມ່ຍິງທີ່ມີຮ່າງກາຍອ່ອນແອ ຜູ້ສູງອາຍຸ ຫຼື ຜູ້ທີ່ມີປະຫວັດຄົນຢູ່ໃນ
ຄອບຄົວມີຄວາມດັນເລືອດຕໍ່າ.

ຄວາມດັນເລືອດຕໍ່າມີຊະນິດໃດແດ່?

ຄວາມດັນເລືອດຕໍ່າແບ່ງອອກເປັນ 2 ຊະນິດຄື: ຊະນິດກະທັນຫັນ ແລະ
ຊະນິດຊໍາເຮື້ອ ໂດຍຄວາມດັນເລືອດຕໍ່າຊະນິດກະທັນຫັນໝາຍຄວາມວ່າ
ຄວາມດັນເລືອດຫລຸດລົງວາບໆຈາກເກນປົກກະຕິ ຊຶ່ງຈະສະແດງອາການ
ຫລັກໆຄື:

ໜ້າມືດ ແລະ ໝົດສະຕິ ມັກຈະເກີດຂຶ້ນກັບຜູ້ທີ່ເປັນລົມ ຫຼື ຫົວໃຈວາຍ
ແຕ່ພາວະຄວາມດັນເລືອດຕໍ່າທີ່ພວກເຮົາເວົ້າເຖິງໂດຍທົ່ວໄປນັ້ນ ໝາຍເຖິງ
ຄວາມດັນເລືອດຕໍ່າຊະນິດຊໍາເຮື້ອ ຊຶ່ງສາມາດແບ່ງປະເພດອອກໄດ້ດັ່ງນີ້:

1. ຄວາມດັນເລືອດຕໍ່າທີ່ມີມາແຕ່ກໍາເນີດຫຼືບໍ່ຮູ້ສາເຫດ ສ່ວນໃຫຍ່ມັກພົບວ່າ
ກ່ຽວຂ້ອງກັບພັນທຸກໍາ ຫຼື ຮູບຮ່າງທີ່ອ່ອນແອ ຈ່ອຍຜອມ ຊຶ່ງມັກຈະພົບໃນ
ແມ່ຍິງຮູບຮ່າງຮຽວ ແລະ ຜູ້ສູງອາຍຸ ບາງລາຍບໍ່ສະແດງອາການເຈັບປ່ວຍໃດໆ
ແຕ່ໃນລາຍທີ່ເປັນຫລາຍ ອາດຈະມີອາການອ່ອນເພຍເປ້ຍຫລ່ອຍ ໃຈສັ່ນ
ເຈັບຫົວ ວິນຫົວ ຫຼື ອາດເຖິງຂັ້ນເປັນລົມ ໂດຍສະເພາະໃນຍາມຮ້ອນທີ່
ອຸນຫະພູມສູງ ອາການຈະຍິ່ງຊັດເຈນຂຶ້ນ.

2. ຄວາມດັນເລືອດຕໍ່າຈາກການປ່ຽນທ່າ ໝາຍວ່າຄວາມດັນເລືອດຫລຸດລົງ
ຢ່າງວ່ອງໄວຈາກການປ່ຽນທ່າທາງຈາກການນອນມາເປັນການນັ່ງຫຼືຢືນໃນທັນທີ
ຫຼື ຈາກການຢືນເປັນເວລາດົນໆ ເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພໍ ເປັນເຫດ
ໃຫ້ສະໝອງເຮັດວຽກຜິດປົກກະຕິຈົນເກີດອາການວິນຫົວ ຕາມົວ ປຸ້ນທ້ອງ
ໃຈສັ່ນ ເຈັບກ້ານຄໍ ເຈັບສັນຫລັງ ໆລໆ.

3. ຄວາມດັນເລືອດຕໍ່າຈາກການໃຊ້ຢາ ຫຼື ການເຈັບປ່ວຍຂອງຮ່າງກາຍເຊັ່ນ:
ຕ່ອມໄທຣອຍດ໌ເຮັດວຽກໜ້ອຍກວ່າປົກກະຕິ ເປັນມະເຮັງ ຕັບອັກເສບ
ວັນນະໂລກ ພະຍາດຫົວໃຈຣູມາຕິກ ຂາດສານອາຫານຊໍາເຮື້ອ ໃຊ້ຢາຫລຸດ
ຄວາມດັນ ຢາລະງັບ ຢາຕ້ານພະຍາດຊຶມເສົ້າ ເປັນຕົ້ນ ສໍາລັບຄົນເປັນ
ຄວາມດັນເລືອດສູງໃຊ້ຢາຫລຸດຄວາມດັນເກີນຂະໜາດ ກໍຈະເຮັດໃຫ້ຄວາມດັນ
ຫລຸດລົງຢ່າງກະທັນຫັນຫລັງຈາກຖ່າຍເບົາ ເນື່ອງຈາກນໍ້າຍ່ຽວຖືກຂັບອອກໄປ
ເຮັດໃຫ້ຄວາມດັນໃນຊ່ອງທ້ອງຫລຸດຕໍ່າລົງຢ່າງວ່ອງໄວ ເປັນເຫດໃຫ້ປະລິມານ
ເລືອດທີ່ກັບໄປສູ່ຫົວໃຈຫລຸດໜ້ອຍລົງນໍາ ເກີດອາການເປັນລົມ ເນື່ອງຈາກ
ຄວາມດັນເລືອດຕໍ່າລົງຢ່າງກະທັນຫັນຊຶ່ງມັກຈະເກີດກັບຜູ້ສູງອາຍຸທີ່ຕື່ນຂຶ້ນມາ
ເບົາໃນກາງເດິກ.

ຄວາມດັນເລືອດຕໍ່າ ມີອາການຢ່າງໃດ?

ຄົນເປັນຄວາມດັນເລືອດຕໍ່າບາງລາຍຈະບໍ່ສະແດງອາການໃດໆ ແຕ່ບາງລາຍ
ຈະມີອາການຫູອື້ ເຈັບຫົວ ຕາລາຍ ເຈັບຫລັງແລະບັ້ນແອວ ຕີນມືເຢັນ
ອ່ອນເພຍ ສະໝອງເມື່ອຍ ຫລົງໆລືມໆ ຂາດສະມາທິ ຫຼື ຮູ້ສຶກວ່າ
ສະໝອງຖືກບີບຄັ້ນ ເຈັບແສບເຈັບຮ້ອນ ຍື່ງທ້ອງ ມີແກ໊ສສະສົມໃນລໍາໄສ້
ອາການເສື່ອມສະມັດຖະພາບທາງເພດ ຫຼື ປະຈໍາເດືອນມາບໍ່ປົກກະຕິ ໆລໆ.

ອັນຕະລາຍຈາກຄວາມດັນເລືອດຕໍ່າ ບໍ່ອາດຖືເບົາໄດ້

ຄົນສ່ວນໃຫຍ່ຈະຄິດວ່າ ຄວາມດັນເລືອດ ແລະ ໄຂມັນໃນເລືອດນັ້ນຄືກັນ
ໝາຍວ່າຍິ່ງຕໍ່າຍິ່ງດີ ແຕ່ຈະຕໍ່າຢ່າງໃດກໍຕ້ອງມີຂອບເຂດ ແລະ ຂີດຈໍາກັດ
ຫາກຄວາມດັນເລືອດຕໍ່າເກີນໄປຍ່ອມສົ່ງຜົນຮ້າຍຕໍ່ຮ່າງກາຍ ເຮັດໃຫ້ເລືອດ
ໄຫລວຽນຊ້າລົງ ເລືອດທີ່ໄປລ້ຽງສ່ວນຕ່າງໆຂອງຮ່າງກາຍບໍ່ພຽງພໍ ງ່າຍຕໍ່
ການເກີດເລືອດກ້າມ ເຮັດໃຫ້ຫລອດເລືອດຕັນ ເສັ້ນເລືອດຝອຍໃນຮ່າງກາຍ
ຂາດເລືອດໄປລ້ຽງ ອາດເກີດຜົນກະທົບຮຸນແຮງຕ່ສະໝອງ ເນື່ອງຈາກຂາດ
ອົກຊີແຊນແລະສານອາຫານໄປລ້ຽງ ຊຶ່ງຈະເຮັດໃຫ້ຄົນເຈັບມີອາການວິນຫົວ
ເຈັບຫົວ ໜ້າມືດ ຂີ້ຫລົງຂີ້ລືມ ສະໝອງເມື່ອຍ ບໍ່ມີສະມາທິ ແລະ ອື່ນໆ.
ຫາກບໍ່ມີການປິ່ນປົວໃຫ້ທັນທ່ວງທີອາດເຮັດໃຫ້ປະສິດທິພາບໃນການເຮັດວຽກ
ຂອງຮ່າງກາຍຫລຸດລົງ ຄວາມສາມາດໃນການເບິ່ງເຫັນ ແລະ ໄດ້ຍິນຫລຸດລົງ
ອ່ອນເພຍ ຊຶມເສົ້າ ກໍ່ໃຫ້ເກີດອາການອັນໄຊເມີໃນຜູ້ສູງອາຍຸ ຫຼື ເປັນໂຕເລັ່ງ
ອາການໃຫ້ໜັກຂຶ້ນ ເກີດການລົ້ມເນື່ອງຈາກເປັນລົມ ເຮັດໃຫ້ກະດູກຫັກ ຫຼື
ກະທົບໄດ້ ທັງຍັງສ່ຽງຕໍ່ການເປັນຫລອດເລືອດສະໝອງຕີບຕັນ ຫຼື ກ້າມເນື້ອ
ຫົວໃຈຂາດເລືອດນໍາ.

ວິທີເບິ່ງແຍງຮ່າງກາຍສໍາລັບຜູ້ເປັນຄວາມດັນເລືອດຕໍ່າ

1. ແທກຄວາມດັນ: ໝັ່ນແທກລະດັບຄວາມດັນເລືອດຂອງໂຕເອງເປັນປະຈໍາ
ແລະ ໃສ່ໃຈຕໍ່ລະດັບການປ່ຽນແປງຂອງຄວາມດັນເລືອດ.

2. ພັກຜ່ອນໃຫ້ພຽງພໍ: ຄວາມເມື່ອຍ ຮວມທັງການຫລັບນອນບໍ່ພຽງພໍ
ຕ່າງກໍເປັນໂຕການເຮັດໃຫ້ຄວາມດັນເລືອດຕໍ່າລົງ ດັ່ງນັ້ນ ຄວນຫລີກເວັ້ນ
ການເຮັດວຽກເກີນກໍາລັງວັງຊາ ຫລີກເວັ້ນການນອນເດິກ ແລະ ເວລານອນ
ບໍ່ຄວນ ໝູນໝອນຕໍ່າເກີນໄປ.

3. ຫລີກເວັ້ນການຢືນດົນໆ ຫຼື ປ່ຽນທ່າທາງຢ່າງກະທັນຫັນ: ການກົ້ມເອົາ
ສິ່ງໃດໜຶ່ງບໍ່ຄວນກົ້ມຫົວລົງໂດຍກົງ ແຕ່ຄວນໂຍບໂຕລົງໃນທ່າຕັ້ງ ລັກສະນະ
ນັ່ງລົງກ່ອນ ແລະ ຍາມຕື່ນນອນບໍ່ຄວນລຸກຢືນຂຶ້ນໃນທັນທີທັນໃດ ແຕ່ຕ້ອງ
ຄອງໃຫ້ຮ່າງກາຍຕື່ນໂຕມີຄວາມພ້ອມແລ້ວຈິ່ງລຸກຂຶ້ນ.

4. ໃສ່ໃຈສະພາບແວດລ້ອມ ແລະ ການແຕ່ງໂຕ: ບໍ່ຄວນຢູ່ໃນສະພາບ
ແວດລ້ອມທີ່ຮ້ອນອົບເອົ້າເປັນເວລານານເກີນໄປ ເພາະຈະເຮັດໃຫ້ເສັ້ນເລືອດ
ຂະຫຍາຍໂຕ ຄວາມດັນເລືອດຕໍ່າລົງ ນອກຈາກນີ້ ການຜູກ ກຣາຫວັດ
ທີ່ແໜ້ນເກີດໄປ ການນຸ່ງເສື້ອທີ່ມີປົກຄໍສູງ ຫຼຶ ຄໍເສື້ອແຄບເກີນໄປ ອາດຈະ
ໄປໜີບເສັ້ນເລືອດແດງບໍລິເວນຕົ້ນຄໍ ເປັນເຫດໃຫ້ຄວາມດັນຕໍ່າລົງຈົນໜ້າມືດ
ເປັນລົມໄດ້.

5. ເພີ່ມສານອາຫານໃຫ້ພຽງພໍ: ຜູ້ທີ່ມີທ່າອຽງເກີດພາວະຄວາມດັນເລືອດຕໍ່າ
ຫາກໄດ້ຮັບສານອາຫານບໍ່ພຽງພໍ ຈະເຮັດໃຫ້ຄວາມດັນເລືອດຍິ່ງຕໍ່າລົງໄປອີກ
ແຕ່ຖ້າຫາກເສີມອາຫານໃຫ້ພຽງພໍຈະເຮັດໃຫ້ຄວາມດັນເລືອດເຂົ້າໃກ້ລະດັບ
ປົກກະຕິຂຶ້ນ ອາການຕ່າງໆອາດຈະຜ່ອນເບົາ ແລະ ຫາຍດີເປັນປົກກະຕິ.

6. ຫລຸດການຮັບປະທານອາຫານທີ່ເຮັດໃຫ້ຄວາມດັນເລືອດຕໍ່າລົງ: ເປັນຕົ້ນ
ແຊລເລີຣີ ໝາກຟັກ ຖົ່ວຂຽວ ໝາກຮະ ຫົວບົ່ວໃຫຍ່ ສາຫລ່າຍທະເລ
ຫົວຜັກກາດຂາວ .

7. ອອກກໍາລັງກາຍຢ່າງສະໝໍ່າສະເໝີ: ການອອກກໍາລັງກາຍເຮັດໃຫ້ລະບົບ
ປະສາດເກີດຄວາມສົມດຸນ ເສັ້ນເລືອດຫົວໃຈແຂງແຮງ ທັງຍັງຊ່ອຍໃຫ້ພາວະ
ຄວາມດັນເລືອດຕໍ່າດີຂຶ້ນ.

8. ເລືອກປະເພດການອອກກໍາລັງກາຍຢ່າງເໝາະສົມ: ຜູ້ທີ່ມີພາວະຄວາມດັນ
ເລືອດຕໍ່າໃນຂະນະປ່ຽນທ່າ ຄວນຫລີກເວັ້ນການອອກກໍາລັງກາຍທີ່ຕ້ອງຢືນດົນໆ
ຫຼື ຕ້ອງປ່ຽນທ່າທາງເລື້ອຍໆ ສ່ວນຜູ້ມີພາວະຄວາມດັນເລືອດຕໍ່າຈາກການ
ເຈັບປ່ວຍຂອງຮ່າງກາຍ ກ່ອນອອກກໍາລັງກາຍຄວນກວດເບິ່ງສະມັດຖະພາບ
ຂອງຮ່າງກາຍກ່ອນ ທາງທີ່ດີຄວນອອກກໍາລັງກາຍພາຍໃຕ້ຄໍາແນະນໍາຂອງ
ແພດ ແລະ ຄູເຝິກສອນທີ່ຊ່ຽວຊານ.

9. ໃຊ້ຢາຢ່າງລະມັດລະວັງ: ຫາກຕ້ອງໄປພົບແພດເນື່ອງຈາກອາການ
ເຈັບປ່ວຍໃດໆ ຄວນແຈ້ງໃຫ້ແພດຊາບລ່ວງໜ້າວ່າ ຕົນມີອາການຄວາມດັນ
ເລືອດຕໍ່າ ເພື່ອຫລີກເວັ້ນການໃຊ້ຢາທີ່ສົ່ງຜົນໃຫ້ຄວາມດັນເລືອດຫລຸດຕໍ່າ
ລົງໄປອີກ.

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)