spot_img
Homeນານາສາລະວິທີຊ່ວຍຄົນຈົມນ້ຳເບື້ອງຕົ້ນ ຮູ້ໄວ້ມີປະໂຫຍດ

ວິທີຊ່ວຍຄົນຈົມນ້ຳເບື້ອງຕົ້ນ ຮູ້ໄວ້ມີປະໂຫຍດ

Published on

ຄວາມຮູ້ຮອບຕົວ ວັນນີ້ເຮົາຈະມານຳສະເໜີກ່ຽວກັບ ວິທີຊ່ວຍຄົນຈົມນ້ຳເບື້ອງຕົ້ນ ເພາະນີ້ມັນເປັນຊ່ວງລະດູຝົນ ເປັນລະດູທີ່ນ້ຳຫຼາຍ ແລະ ຍັງເປັນຊ່ວງພັກແລ້ງ ທີ່ນ້ອງໆນັກຮຽນໄດ້ພັກໂຮງຮຽນກັນເຖິງ 3 ເດືອນ ແນ່ນອນວ່າ ເດັກນ້ອຍ ກັບ ນ້ຳ ມັນເປັນຂອງຄູ່ກັນ ຖ້າບັງເອີນເກີດເຫດບໍ່ຄາດຄິດວັນໜຶ່ງທ່ານອາດໄປພົບຄົນກຳລັງຈົມນ້ຳຢູ່ ແລ້ວຈະສາມາດຊ່ວຍໃຫ້ຖືກວິທີໄດ້ແນວໃດນັ້ນຕ້ອງອ່ານກັນເລີຍ

ppa1

ຄົນຕົກນ້ຳ ຫຼື ຈົມນ້ຳເກີດຂື້ນໄດ້ທຸກເມື່ອໂດຍສະເພາະກັບເດັກນ້ອຍ ສະນັ້ນເພື່ອຄວາມປອດໄພຂອງຄົນທີ່ຈົມນ້ຳ ແລະ ຄົນທີ່ໄປຊ່ວຍ ການຮຽນຮູ້ວິທີຊ່ວຍຄົນຈົມນ້ຳຈິ່ງເປັນເລື່ອງທີ່ທຸກຄົນຄວນສຶກສາໄວ້ຍິ່ງເປັນການດີ.

ppa2

ວິທີຊ່ວຍຄົນຈົມນ້ຳ

     ສິ່ງສຳຄັນໃນການຊ່ວຍຄົນຈົມນ້ຳ ຢ່າງທຳອິດທ່ານຄວນມີສະຕິກ່ອນ ຈາກນັ້ນຈິ່ງຄ່ອຍໃຊ້ວິທີຊ່ວຍຄົນຈົມນ້ຳຢ່າງຖືກຕ້ອງ ເຊິ່ງມີຫຼັກການງ່າຍໆຢູ່ 4 ວິທີດັ່ງນີ້:
1. ຢື່ນອຸປະກອນໃຫ້ຄົນຕົກນ້ຳຈັບເຊັ່ນ: ເສື້ອ, ສາຍແອວ, ທ່ອນໄມ້, ຮ່ວງຢາງ ວິທີນີ້ໃຊ້ໃນກໍລະນີທີ່ໄລຍະຫ່າງລະຫວ່າງຄົນຕົກນ້ຳກັບທ່ານບໍ່ໄກກັນເກີນໄປ

2. ໂຍນອຸປະກອນຮ່ວງຢາງ, ຖັງພລາສຕິກ, ຮ່ວງຊູຊີບ ໃຫ້ຄົນຕົກນ້ຳໄດ້ເກາະ ວິທີນີ້ຈະມີຄວາມປອດໄພຕໍ່ຜູ້ທີ່ໄປຊ່ວຍຄົນຕົກນ້ຳພ້ອມ

3. ການໃຊ້ອຸປະກອນເຊັ່ນເຮືອພາຍ, ເຮືອນໄວ ແລະ ເຮືອຊະນິດອື່ນໆເປັນຕົ້ນ ການໃຊ້ອຸປະກອນເຫລົ່ານີ້ຈະສາມາດຊ່ວຍຫຼຸດຄວາມສ່ຽງຈາກອັນຕະລາຍທາງນ້ຳແກ່ຜູ້ທີ່ໄປຊ່ວຍຄົນຕົກນ້ຳ

4. ລາກຜູ້ຕົກນ້ຳເຂົ້າຝັ່ງພ້ອມອຸປະກອນທີ່ສົ່ງໄປຊ່ວຍ.

ppa3ທ່າລອຍນ້ຳສຳລັບຊ່ວຍຄົນຈົມນ້ຳ

ທ່າລອຍນ້ຳທີ່ຖືກຕ້ອງສຳລັບຊ່ວຍຄົນຈົມນ້ຳ  ມີຢູ່ 4 ທ່າດ້ວຍກັນ ແບ່ງເປັນທ່າລອຍໄປ 2 ທ່າ ແລະ ທ່າລອຍກັບ 2 ທ່າດັ່ງນີ້
ທ່າລອຍໄປໄດ້ແກ່ທ່າຟຣີສໄຕລ໌ ແລະ ທ່າກົບ ທ່ານີ້ຈະຍົກຫົວຂຶ້ນຈາກນ້ຳ ແລະ ເຮັດໃຫ້ເບິ່ງເຫັນຄົນຕົກນ້ຳ ທ່າລອຍກັບໄດ້ແກ່ ທ່າກິ່ງກົບຫງາຍ ແລະ ທ່າລອຍສະແຄງ.

ppa4_1ກໍລະນີທີ່ຄົນຈົມນ້ຳໝົດສະຕິ ເຮົາສາມາດເຂົ້າໄປແນບຕົວເພື່ອນຳເຂົາຂຶ້ນຝັ່ງໄດ້ໂດຍວິທີດັ່ງຕໍ່ໄປນີ້:
1. ໃຊ້ວິທີດຶງເຂົ້າຫາຝັ່ງໂດຍການກອດໄຂ່ວໜ້າເອິກ ແລ້ວໃຊ້ມືອີກຂ້າງລອຍທ່າກົບຫງາຍ ຫຼື ທ່າສະແຄງເຂົ້າຫາຝັ່ງ ຢ່າລືມຕ້ອງໃຫ້ໜ້າຕົນເອງ ແລະ ໜ້າຄົນຈົມນ້ຳຢູ່ເໜືອໜ້ານ້ຳສະເໝີ.

2. ດຶງເຂົ້າຫາຝັ່ງດ້ວຍວິທີຈັບຄາງ ໃຊ້ມືທັງສອງຂ້າງຈັບຄາງກະໄຕທັງສອງຂອງຜູ້ຈົມນ້ຳ ຈາກນັ້ນໃຫ້ໃຊ້ຕີນດີດນ້ຳເພື່ອປະຄອງຕົວເຂົ້າຫາຝັ່ງ ຢ່າລືມຕ້ອງໃຫ້ໜ້າຕົນເອງ ແລະ ໜ້າຄົນຈົມນ້ຳຢູ່ເໜືອໜ້ານ້ຳສະເໝີ.

3. ດຶງເຂົ້າຫາຝັ່ງດ້ວຍວິທີຈັບຜົມ ໃຫ້ເຂົ້າປະຊິດທາງດ້ານຫຼັງຜູ້ຈົມນ້ຳ ໂດຍໃຊ້ມືເບື້ອງໜຶ່ງຈັບຜົມຜູ້ຈົມນ້ຳໄວ້ໃຫ້ແໜ້ນ ຈາກນັ້ນກໍ່ລອຍນ້ຳມືດຽວເຂົ້າຫາຝັ່ງ  ຢ່າລືມຕ້ອງໃຫ້ໜ້າຕົນເອງ ແລະ ໜ້າຄົນຈົມນ້ຳຢູ່ເໜືອໜ້າ ນ້ຳສະເໝີ.

ຫຼັງຈາກຊ່ວຍຂື້ນມາຈາກນ້ຳໄດ້ແລ້ວເຮົາຕ້ອງກວດກາເບິ່ງວ່າຍັງມີຊີວິດ ຫຼື ບໍ່ ກໍລະນີທີ່ໝົດສະຕິ ແຕ່ຍັງຫາຍໃຈຢູ່ແມ່ນສາເຫດຊ່ວຍໄດ້ດ້ວຍວິທີດັ່ງນີ້:

ppa5

ການຜາຍປອດທີ່ຖືກຕ້ອງ
1. ຈັບຫົວໃຫ້ຫງາຍຂຶ້ນໃຫ້ຫຼາຍທີ່ສຸດ ຝາມືກົດໜ້າຜາກຂອງຜູ້ຈົມນ້ຳ ແລ້ວໃຊ້ນິ້ວມືບີບດັງ ຈາກນັ້ນໃຊ້ປາກຕົນເອງຄອບປາກຂອງຜູ້ຈົມນ້ຳໃຫ້ມິດຊິດ ແລ້ວເປົ່າລົມເຂົ້າໄປໃຫ້ສຸດລົມຫາຍໃຈຂອງເຮົາ.
2. ເມື່ອເປົ່າລົມເຂົ້າແລ້ວໃຫ້ເບິ່ງທີ່ໜ້າເອິກວ່າຄົນຈົມນ້ຳວ່າມັນມີການຂະຫຍາຍຂຶ້ນ ຫຼື ບໍ່
3. ຖ້າເຫັນໜ້າເອິກບໍ່ຂະຫຍາຍໃຫ້ປ່ອຍມືທີ່ບີບດັງໄວ້ ແລ້ວເປົ່າລົມເຂົ້າໄປ ເຮັດຊ້ຳໆປະມານ 20 ຄັ້ງ/1ນາທີ ຫຼື ຈົນກ່ວາຜູ້ຈົມນ້ຳຈະຮູ້ສຶກຕົວ ແລ້ວໂທຫາແພດມາຊ່ວຍ.

ໝາຍເຫດ: ຖ້າມີຄົນຊ່ວຍ 2 ຄົນ ໃຫ້ຄົນໜຶ່ງເປົ່າປາກ ແລະ ຄົນໜຶ່ງນວດຫວໃຈ ເຊິ່ງການນວດຫົວໃຈສາມາດເຮັດໃດ້ດັ່ງນີ້:

วิธีช่วยคนจมน้ำ 1. ຈັດໃຫ້ຜູ້ຈົມນ້ຳນອນຢູ່ບ່ອນພື້ນລາບແຂງ
2. ວັດຕຳແໜ່ງທີ່ເໝາະສົມສຳລັບການນວດຫົວໃຈ ໂດຍໃຊ້ນີ້ວຊີ້ ແລະ ນີ້ວກາງຂ້າງທີ່ຖະນັດຂອງທ່ານ ເລີ່ມຈາກດ້ານຊ້າຍຊີ້ໂຄງລ່າງຂອງຜູ້ຈົມນ້ຳຂື້ນໄປຈົນເຖິງປາຍກະດູກໜ້າເອິກ ວັດເໜືອປາຍກະດູກຂຶ້ນມາສອງນິ້ວມື ແລ້ວໃຊ້ສັນມືອີກຂ້າງໜຶ່ງວາງເທິງຕຳແໜ່ງດັ່ງກ່າວ ຈາກນັ້ນໃຊ້ມືຂ້າງທີ່ຖະນັດທັບລົງໄປ ນີ້ວມືເບື້ອງໜຶ່ງໃຫ້ກ່ຽວກັບນີ້ມືເບື້ອງໜຶ່ງໄວ້ ສ່ວນມືອີກເບື້ອງໜຶ່ງແມ່ນແບອອກ
3. ຜູ້ຊ່ວຍເຫຼືອຕ້ອງຢືດໄຫລ່ ແລະ ແຂນຢືດໃຫ້ຕົງ ຈາກນັ້ນປ່ອຍນ້ຳໜັກຕົວຜ່ານຈາກໄຫລ່ໄປສູ່ແຂນທັງສອງ ແລະ ລົງໄປສູ່ກະດູກໜ້າເອິກໃນແນວຕັ້ງສາກລຳຕົວຂອງຜູ້ປ່ວຍແລ້ວກົດລົງໄປເລິກປະມານ 1,5-5 ນິ້ວ ຫຼື ປະມານ 1 ໃນ 3 ຂອງຄວາມໜາໜ້າເອິກ ໂດຍກົດລົງໄປໃນແນວດິ່ງ ແລະ ຢ່າກະແທກ ທັງນີ້ໃຫ້ເຮັດສະລັບກັບການເປົ່າປາກ ໂດຍເປົ່າປາກ 2 ຄັ້ງ ກົດໜ້າເອິກ 30 ຄັ້ງ.
4. ຜ່ອນມືທີ່ກົດຂຶ້ນໃຫ້ເຕັມທີ່ເພື່ອໃຫ້ອົກມີການຂະຫຍາຍຕົວ ແລະ ຫົວໃຈໄດ້ຮັບເລືອດທີ່ອຸດົມໄປດ້ວຍອັອກຊີເຈນ ຂະນະທີ່ຜ່ອນມືບໍ່ຈຳເປັນຕ້ອງຍົກມືຂຶ້ນສູງ ມືຍັງຄົງສຳພັດຢູ່ທີ່ກະດູກໜ້າເອິກ ຢ່າຍົກມືອອກຈາກໜ້າເອິກ ຈະເຮັດໃຫ້ມີເລືອດໄປລ້ຽງສ່ວນຕ່າງໆ ໃນຮ່າງກາຍ ແລະ ມີເລືອດໄຫລກັບເຂົ້າສູ່ຫົວໃຈ ເຮັດໃຫ້ມີການໄຫລວຽນຂອງເລືອດໃນຮ່າງກາຍ.
5. ການກົດນວດຫົວໃຈຄວນນວດເປັນຈັງຫວະສະໝ່ຳສະເໝີ ໃນອັດຕາຄວາມໄວ 100ຄັ້ງ/ນາທີ ຖ້າໜ້ອຍກ່ວານີ້ຈະບໍ່ໄດ້ຜົນ

ເພື່ອເຮັດໃຫ້ທຸກທ່ານເຂົ້າໃຈວິທີຊ່ວຍເຫຼືອຜູ້ຈົມນ້ຳຂັ້ນພື້ນຖານງ່າຍຂຶ້ນທາງເຮົາເລີຍມີວິດີໂອສາທິດໃຫ້ເບິ່ງ ແຕ່ວິດີໂອທີ່ນຳໃຊ້ປະກອບນີ້ແມ່ນພາກສຽງເປັນພາສາໄທ ເພື່ອເຮັດໃຫ້ການສື່ສານດ້ານພາສາເຂົ້າໃຈງ່າຍຂຶ້ນ.

ຂໍ້ມູນຈາກ http://health.kapook.com/

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...