HomeມູມໄອທີລາວMicrosoft ປ່ອຍອັບເດດໃໝ່ໃຫ້ກັບ Windows Device Recovery Tool

Microsoft ປ່ອຍອັບເດດໃໝ່ໃຫ້ກັບ Windows Device Recovery Tool

Published on

Windows Device Recovery Tool ເປັນໂປຣແກຣມທີ່ຖືກ Microsoft ປ່ຽນຊື່ມາຈາກ Windows Phone Recovery Tool ກ່ອນໜ້ານີ້. ເຊິ່ງເປັນເຄື່ອງມືທີ່ໃຊ້ສຳລັບສະມາດໂຟນ Lumia ແລະ ລະບົົບປະຕິບັດການ Windows Phone ແລະ Windows 10 Mobile ທີ່ຈະຊ່ວຍໃຫ້ຣີເຊັດແລະກູ້ຄືນຊ໋ອບແວຣໄດ້ເອງ ຖ້າຫາກວ່າໂທລະສັບມີບັນຫາກ່ຽວກັບຊ໋ອບແວແລະການອັບເດດຊ໋ອບແວຣ ລວມໄປເຖິງກໍລະນີທີ່ໂທລະສັບບໍ່ຕອບສະໜອງ ການເຮັດວຽກຂັດຂ້ອງແລະອື່ນໆ.

image

ຫຼ້າສຸດນີ້ເອງທາງ Microsoft ກໍໄດ້ປ່ອຍອັບເດດໃຫ້ກັບໂປຣແກຣມດັ່ງກ່າວແລ້ວ ເຊິ່ງອັບເດດໃໝ່ນີ້ແມ່ນປ່ຽນມາເປັນເລກເວີຊັ່ນ 3.1.6 ຈະເນັ້ນໄປທີ່ການປັບປຸງແລະແກ້ໄຂຂໍ້ຜິດພາດທີ່ເກີດຂຶ້ນໃນລຸ້ນກ່ອນໆ

ສຳລັບລາຍລະອຽດການອັບເດດຂອງເວີຊັ່ນ 3.1.6 ມີດັ່ງນີ້:

– ຮອງຮັັບໂທລະສັບ Alcatel One Fierce XL ລະບົົບ Windows 10 Mobile.

– ຮອງຮັັບໂທລະສັບ BLU WIN HD W510U ລະບົບ Windows Phone.

– ຮອງຮັັບໂທລະສັບ BLU WIN HD LTE X150Q ລະບົບ Windows Phone.

– ຮອງຮັັບໂທລະສັບ MCJ Madosma Q501 ລະບົບ Windows Phone.

– ປັບປຸງແລະແກ້ໄຂຂໍ້ຜິດພາດ

ໃຜທີ່ຕ້ອງການດາວໂຫຼດສາມາດໂຫຼດໄດ້ຈາກລິ້ງດ້ານລຸ່ມນີ້້ເລີຍ

Windows Device Recovery Tool

ທີ່ມາ:wmpoweruser

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...