spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານ້ຳຂອງດອນສະໂຮງ ເປີດໃຫ້ທຸກພາກສ່ວນ ຕິດຕາມການພັດທະນາ ຢ່າງໂປ່ງໃສ!

ເຂື່ອນໄຟຟ້ານ້ຳຂອງດອນສະໂຮງ ເປີດໃຫ້ທຸກພາກສ່ວນ ຕິດຕາມການພັດທະນາ ຢ່າງໂປ່ງໃສ!

Published on

ຂປລ. ປັດຈຸບັນນີ້, ລັດຖະບານແຫ່ງ ສປປ ລາວ ໄດ້ເປີດກວ້າງໃຫ້ທຸກພາກສ່ວນ ທີ່ສົນໃຈກ່ຽວ​ກັບການພັດທະນາ ໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ​ ສາມາດ​ເຂົ້າ​ໄປຕິດຕາມຂັ້ນຕອນ ແລະ ຂະບວນການພັດທະນາຕ່າງໆ​ໄດ້ ເພື່ອຮັບປະກັນ​ເຮັດ ​​ໃຫ້ທຸກ​ພາກສ່ວນເຂົ້າໃຈຢ່າງ​ຈະ​ແຈ້ງວ່າໂຄງການດັ່ງກ່າວນີ້, ໄດ້ດຳເນີນໄປຕາມມາດຕະຖານສາກົນ ແລະ ​ໄດ້​ຮັບການສຶກສາເຖິງຜົນກະທົບຕ່າງໆ ຢ່າງລະອຽດຖີ່ຖ້ວນກ່ອນທີ່ຈະດຳເນີນການກໍ່ສ້າງ.

ໃນວັນທີ 15 ກຸມພານີ້, ທ່ານ ແດນຽວ ຄຣູນ ເອກອັກຄະລັດຖະທູດອາເມລິກາ ປະຈຳສປປ ລາວ ພ້ອມຄະນະໄດ້ລົງໄປຢ້ຽມຢາມ ແລະ ຕິດຕາມການພັດທະນາໂຄງການດັ່ງກ່າວ, ​ເຊິ່ງໃຫ້ກຽດຕ້ອນຮັບໂດຍທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ມີທ່ານ ວິຣະພົນ ວິຣະວົງສ໌ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມພະນັກງານວິຊາການຈຳນວນໜຶ່ງ.

ໂຄງການໄຟຟ້າດອນສະໂຮງ ມີກຳລັງການຕິດຕັ້ງການຜະລິດ 260 ເມກາວັດ ໄດ້ດໍາເນີນໄປຢ່າງຖືກຕ້ອງ ຕາມຂັ້ນຕອນສົນທິສັນຍາແມ່ນ້ຳຂອງສາກົນ 1995 ແລະ ໄດ້ມີການປຶກສາຫາລືຄວາມຄິດເຫັນ ກ່ຽວກັບຜົນກະທົບຕ່າງໆເປັນເວລາ 2-3 ປີ ກ່ອນຈະໄດ້ຮັບອະນຸຍາດໃຫ້ດຳເນີນການກໍ່ສ້າງ ຢ່າງເປັນທາງການໃນຕົ້ນປີ 2016 ນີ້.ລັດຖະບານລາວ ຈະສືບຕໍ່ພັດທະນາໂຄງການດັ່ງກ່າວ, ຢ່າງໂປ່ງໃສ ໂດຍອະນຸຍາດໃຫ້ທົ່ວສັງຄົມລວມທັງພາຍໃນ ແລະ ສາກົນ ລົງຕິດຕາມເບິ່ງການພັດ ທະນາຕົວ ຈິງຢູ່ພາກ ສະໜາມຢ່າງກວ້າງຂວາງ ເພື່ອຢືນຢັນເຖິງຄວາມ​ຕັ້ງ​ໃຈຂອງສປປ ລາວ ທີ່ຈະພັດທະນາໄຟຟ້ານ້ຳຕົກ ໄປຕາມທິດຍືນຍົງໂດຍ ນຳໃຊ້ປະໂຫຍດຈາກຊັບພະຍາກອນ ພະລັງງານໃນປັດຈຸບັນ ໃຫ້ມີປະສິດທິຜົນສູງ, ມີລາຄາເໝາະສົມ ເປັນທຳ ແລະ ບໍ່ທຳລາຍໂອກາດ ໃນການໃຊ້ຊັບພະຍາກອນພະລັງງານ ໃນອະນາຄົດໂດຍໄດ້ມີການຄຳນຶງເຖິງຜົນໄດ້ຮັບ ແລະ ຜົນເສຍຫາຍທາງດ້ານເສດຖະກິດ, ດ້ານສັງຄົມ ແລະ ດ້ານສິ່ງແວດລ້ອມຢ່າງລະອຽດ ເພື່ອນຳເອົາຜົນປະໂຫຍດ ທີ່ໄດ້ຮັບ ໄປປະກອບສ່ວນເຂົ້າ​ ໃນການພັດ ທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ.

ສປປ ລາວ ຈະສືບຕໍ່ນຳໃຊ້ຮູບແບບ ການພັດທະນາທີ່ເປີດກ້ວາງ ແລະ ໂປ່ງໃສຂອງໂຄງການໄຊຍະບູລີ ແລະ ດອນສະໂຮງ ໃນການພັດທະນາໂຄງການໄຟຟ້າພະລັງນ້ຳ ໃນປະເທດຢ່າງເຄັ່ງຄັດ ໂດຍສະເພາະບັນດາໂຄງການ ໄຟຟ້ານ້ຳຂະໜາດ ໃຫຍ່ຕາມສາຂາ ແລະ ແມ່ນ້ຳຂອງ ເພື່ອໃຫ້ບັນດາປະເທດ ສະມາຊິກແມ່ນ້ຳຂອງສາກົນ ບໍ່ມີຄວາມເປັນຫ່ວງ ແລະ ສະບາຍໃຈວ່າ ທຸກໆການພັດທະນາ ຈະບໍ່ມີຜົນກະທົບຂ້າມຜ່ານຊາຍແດນ ແລະ ສ້າງຄວາມເສຍຫາຍ ໃຫ້ແກ່ປະເທດສະ ມາຊິກທີ່ໃຊ້ນ້ຳ ຂອງຮ່ວມກັນຢ່າງເດັດຂາດ ບໍ່ວ່າຈະເປັນໃນດ້ານຄຸນນະພາບຂອງນ້ຳ, ການໄຫລຂອງນ້ຳ, ດິນຕະກອນ, ການຂຶ້ນ-ລົງຂອງປາ, ຄວາມປອດໄພຂອງເຂື່ອນ ແລະ ອື່ນໆ ຕະຫລອດໄລຍະການກໍ່ສ້າງ ແລະ ໄລຍະການຜະລິດຕໍ່ໆໄປ ແລະ ຍັງຈະສືບຕໍ່ການ ປຶກສາຫາລືພ້ອມທັງຮັບຟັງຄວາມຄິດຄວາມເຫັນຂອງບັນດາປະເທດສະມາຊິກ ແລະ ສາກົນເປັນປົກກະຕິ.

ມູນຄ່າການລົງທຶນຂອງໂຄງການໄຟຟ້າພະລັງນ້ຳດອນສະໂຮງ ແມ່ນປະມານ 500 ລ້ານໂດລາສະຫະລັດ ແລະ ຄາດວ່າຈະເລີ່ມດຳເນີນການຜະລິດໃນປີ 2019, ໂດຍສາມາດຜະລິດພະລັງງານໄຟຟ້າສະເລ່ຍປະມານ 2.000 ລ້ານກິໂລວັດ ໂມງຕໍ່ປີ ແລະ ມີອາຍຸສຳປະທານ 25​ ປີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...