Homeຂ່າວການພັດທະນາລະເບີດບໍ່ທັນແຕກຕົກຄ້າງ ຍັງເປັນບັນຫາໃຫຍ່ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງລາວ!

ລະເບີດບໍ່ທັນແຕກຕົກຄ້າງ ຍັງເປັນບັນຫາໃຫຍ່ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງລາວ!

Published on

ໃນ​ໄລຍະ​ສົງຄາມ​ຕໍ່ສູ້​ກູ້​ຊາດ ໂດຍ​ສະເພາະ​ລະຫວ່າງປີ 1964-1973 ​ສປປ ລາວ ຖື​ວ່າ​ໄດ້​ກາຍເປັນ​ສະໝໍລະພູມ​ຮົບ​ທາງ​ພາກພື້ນ​ດິນ ແລະ ທາງ​ອາກາດ​ຢ່າງດຸເດືອດ​ໜັກໜ່ວງ​ທີ່​ສຸດ ພວກ​ສັດຕູ້​ຜູ້​ມາ​ຮຸກ​ຮານ ໄດ້​ນຳ​ເອົາ​ເຄື່ອງບິນ​ທີ່​ບັນທຸກ​ລູກ​ລະເບີດມາ​ຖິ້ມໃສ່​ຜືນ​ແຜ່ນດິນ​ລາວ ກວ່າ 580.000 ຖ້ຽວ ຈຳນວນ ລະ ເບີດ​ກວ່າ 3 ລ້ານ​ໂຕນ ໃນ​ນັ້ນ ລະເບີດ​ລູກ​ຫວ່ານ ປະມານ 270 ລ້ານ​ໜ່ວຍ ບົມ​ບີ​ໃຫຍ່ ປະມານ 4 ລ້ານ​ໂຕນ ສະເລ່ຍ​ໃສ່​ພົນ​ລະເມືອງ​ລາວ​ໃນ​ໄລຍະ​ນັ້ນ ຕົກ​ຢູ່ປະມານ 1 ໂຕນ/ຄົນ ຂະນະ​ທີ່​ປັດຈຸ​ບັນ ​ສປປ ລາວ ເຮົາ​ຍັງ​ພົບ​ກັບຜົນ​ກະທົບ​ອັນ​ໃຫຍ່​ຫຼວງ ​ຈາກ​ລູກລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຈຳນວນ 14 ແຂວງ 98 ເມືອງ ກວມເອົາ​ເນື້ອທີ່​ປະມານ 87.000 ກິໂລ​ຕາ​ແມັດ ເຊິ່ງ​ນັ້ນ​ໄດ້​ກາຍເປັນບັນຫາ​ຕໍ່​ການ​ດຳລົງ​ຊີວິດ​ຂອງປະຊາຊົນ​ບັນດາເຜົ່າ ກໍ່​ຄືວຽກງານ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ​ສູງ​ສົມຄວນ.

ກອງ​ປະຊຸມ​ວຽກ​ງານ​ແກ້​ໄຂບັນຫາ​ລູກ​ລະເບີດ​ບໍ່​ທັນ​ແຕກທົ່ວປະເທດ ປະຈຳ​ປີ 2015 ຈັດ​ຂຶ້ນວັນ​ທີ 12 ກຸມພາ 2016 ຢູ່​ທີ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ການເປັນ​ປະທານ​ຂອງ​ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະຈຳຫ້ອງ​ວ່າການ​ລັດຖະບານ ປະທານ ​ຄຊກລ ໃຫ້​ກຽດ​ເຂົ້າ​ຮ່ວມມີ​ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກ​ລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານແກ້​ໄຂ​ບັນຫາ​ລູກ​ລະເບີດ​ບໍ່​ທັນແຕກ​ຢູ່ ​ສປປ ລາວ ພ້ອມ​ດ້ວຍບັນດາ​ລັດຖະມົນຕີ​ຊ່ວຍ ຄະນະກຳມະການ ຫົວໜ້າ​ຫ້ອງການ ​ຄຊກລ ທັງ​ສູນ​ກາງ-ທ້ອງຖິ່ນ ແລະ ຜູ້ຕາງໜ້າ​ອົງ​ການຈັດຕັ້ງສາກົນ​ກ່ຽວຂ້ອງ.

ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ​ຄະນະ​ກຳ​ມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ຕົກຄ້າງ​ຢູ່ ​ສປປ ລາວ (​ຄຊກລ) ໄດ້ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ແກ້​ໄຂ​ບັນຫາ ​ລບຕ 5 ປີ (2011-2015) ສະເໜີ​ແຜນການ​ແກ້​ໄຂ​ບັນຫາ ​ລບຕ ສຳລັບປີ 2016-2020 ແລະ ແຜນ​ວຽກຈຸດ​ສຸມ​ປີ 2016 ເຊິ່ງ​ຕະຫຼອດ 5 ປີຜ່ານມາ ​ຄຊກລ ໄດ້​ເອົາໃຈໃສ່ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ສິດ​ພາລະ​ບົດບາດ​ຂອງຕົນ​ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຜ່ານ​ການ​ປະຕິບັດ​ຍຸດ​ທະ​ສາດ 10 ປີ (2011-2020) ກ່ຽວ​ກັບ​ການແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກຕົກ​ຄ້າງ ມາ​ຮອດ​ປັດຈຸບັນ ສາມາດ​ກວດ​ກູ້​ເນື້ອທີ່​ໄດ້​ທັງ​ໝົດ 29,701 ເຮັກຕາ ໃນ​ນັ້ນ ເນື້ອທີ່ກະສິກຳ 18.541 ເຮັກຕາ ດິນ​ພັດທະ​ນາ 11.160 ເຮັກຕາ ທຳລາຍ ​ລບຕ ໄດ້ 552.968 ໜ່ວຍ ໃນນັ້ນ ລູກ​ບົມ​ບີ​ໃຫຍ່ 1.489 ໜ່ວຍ ລະເບີດ​ລູກ​ຫວ່ານ 259.421 ໜ່ວຍ ມິນ 837 ໜ່ວຍ ແລະ ສຳພາ​ວຸດ​ອື່ນໆ​ອີກ ຈຳນວນ 291.221 ໜ່ວຍ ຄຽງ​ຄູ່​ກັນ​ນັ້ນ ກໍ່​ໄດ້​ລົງ​ເຜີຍແຜ່​ໃຫ້​ຄວາມ​ຮູ້​ແກ່ປະຊາຊົນ​ຜູ້​ທີ່​ມີ​ຄວາມ​ສ່ຽງ ໃຫ້ການ​ຊ່ວຍເຫຼືອ ແລະ ປະກອບອາຊີບ​ແກ່​ຜູ້​ປະສົບ​ເຄາະ​ຮ້າຍຈາກ ​ລບຕ ໄດ້​ກວ່າ 1.000 ຄົນ ເຊິ່ງ​ໃນ​ປີ 2008 ມີ​ຈຳນວນ​ຜູ້ເຄາະ​ຮ້າຍ​ຈາກ ​ລບຕ ຈຳນວນສະເລ່ຍ 300 ຄົນ/ປີ ແລະ ປັດຈຸ​ບັນ ມີ​ຈຳນວນ​ຜູ້​ເຄາະ​ຮ້າຍຈາກ ​ລບຕ ສະເລ່ຍ 50 ຄົນ/ປີ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...