Homeຂ່າວຕ່າງປະເທດພົບ​ສະຖານ​ທີ່​ສຳຄັນ​ຂອງລັດ​​ຊາງ​ຢາງ ຜູ້​ປະຕິ​ຮູບ​ແຄວ້ນ​ສິນ ​ເມື່ອ 2.000 ປີ​ກ່ອນ

ພົບ​ສະຖານ​ທີ່​ສຳຄັນ​ຂອງລັດ​​ຊາງ​ຢາງ ຜູ້​ປະຕິ​ຮູບ​ແຄວ້ນ​ສິນ ​ເມື່ອ 2.000 ປີ​ກ່ອນ

Published on

ນັກ​ບູຮານ​ຄະດີ​ຈີນ​ໄດ້​ຂຸດ​ພົບ​ຊາກ​​ເປ່​ເພ​ຂອງ​ບູຮານ​ສະຖານ​ທີ່​ມີ​ອາຍຸ​ກວ່າ 2.000 ປີ ຫຼັງ​ຈາກ​ພະຍາຍາມ​ຄົ້ນ​ຫາ​ດົນ​ນານ​ແບບ​ຕໍ່​ເນື່ອງ​ກວ່າ 2 ຮຸ່ນ ​ເມື່ອ​ບໍ່​ດົນ​ມາ​ນີ້.

ນັກ​ບູຮານ​ຄະດີ​ຈີນ​ໄດ້​ຂຸດ​ຄົ້ນ​ພົບ​ເຄື່ອງ​ປັ້ນດິນ​ເຜົາ ຊຶ່ງ​ມີ​ລາຍ​ອັກສອນ​ບູຮານ​ລະບຸ​ວ່າ ​ເຢ່ຢາງ ທີ່​ສະຖານ​ທີ່​ແຫ່ງ​ນີ້ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເມືອງຊີ​ອານ​ມົນທົນ​ສ່າ​ນຊີ.

559000000709502

ການ​ຄົ້ນ​ພົບ​ນີ້​ໄດ້​ຢືນຢັນ​ວ່າ​ສະຖານ​ທີ່​ນີ້​ຄື​ທີ່​ຕັ້ງ​ຂອງ​ເມືອງ​ເຢ່ຢາງ ຊຶ່ງ​ເຄີຍ​ເປັນ​ເມືອງ​ຫຼວງ​ຂອງ​ລັດ​ສິນ ​ໃນ​ຍຸກ​ລັດ​ສົງຄາມ (475-221 ກ່ອນ ຄສ) ອັນ​ເປັນ​ສະຖານ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ຊາງ​ຢາງ ​ແລະ​ການ​ຄົ້ນ​ພົບ​ນີ້​ຖື​ເປັນ​ຫຼັກ​ຖານ​ສຳຄັນ​ການ​ສຶກສາ​ປະຫວັດ​ສາດ​ແລະ​ວັດທະນະທຳ​ຂອງ​ລັດ​ສິນ.

559000000709503

ຜູ້​ລິ​ເລີ່​ມ​ແລະ​ວາງ​ການ​ປະຕິ​ຮູບ​ຊາງ​ຢາງ​ຄື ຊາງ​ຢາງ​ນັກປາດ​ຜູ້​ຊຳນິ​ຊຳນານ​ຊຶ່ງ​ຮັບ​ລາຊະ​ການ​ຢູ່​ໃນ​ແຄວ້ນ​ສິນ ມີ​ຊີວິດ​ຢູ່​ປະມານ 390-338 ປີ​ກ່ອນ ຄສ, ຊາງ​ຢາງ​ເປັນ​ຜູ້​ປະຕິ​ຮູບ​ລະບົບ​ກອງທັບ ລະ​ບົບນິຕິ​ລັດ ປັດ​ຊະ​ຍາ​ນິຕິ​ທຳ​ການ​ບໍລິຫານ​ບ້ານ​ເມືອງ ຕະຫຼອດ​ຮອດ​ລະບົບ​ບໍລິຫານ​ທີ່​ດິນ ​ກະສິ​ກຳ ຕະຫຼອດຮອດ​ພາສີ ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ແຄວ້ນ​ສິນ ຈົນ​ສ້າງ​ສົມ​ອຳ​ນາດ​ຫຼາຍ​ພໍ​ທີ່​ຈະ​ກຽມ​ທາງ​ຂຶ້ນ​ໄປ​ສູ່​ການ​ເປັນ​ແຄວ້ນ​ຜູ້​ມີ​ໄຊຊະນະ ລວມ​ແຄວ້ນ​ທັງ​ປວງ​ເປັນນໜຶ່ງ​ດຽວ​ເປັນ​ແຜ່ນດິນ​ຈີນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...