ບັນທຸກໜັກເກີນ ຢຽບຂົວຫັກຄາກົງ

ບັນທຸກໜັກເກີນ  ຢຽບຂົວຫັກຄາກົງ

ຂ່າວ: ບຸນ​ນິກ

ເກີດ​ຂຶ້ນ​ມາ​ໃຫ້​ເຫັນ​ອີກ​ແລ້ວເລື່ອງ​ຂົວ​ຫັກ​ຍ້ອນ​ລົດ​ບັນ­ທຸກ​ໜັກ​ເກີນ​ມາດ­ຖານ ຊຶ່ງ​ໃນ​ເວ­ລາ​ປະ­ມານ 11:10 ໂມງ​ຂອງ​ວັນ​ທີ 2 ເມ­ສາ ຂົວ​ຫ້ວຍ​ງົວ​ທີ່​ຫຼວງ​ນ້ຳ​ທາ ຕ້ອງ​ຍຸບ​ຄາ​ກົງ​ຍ້ອນ​ລົດ​ແກ່​ໄມ້​ດູ່.

ຕາມ​ການ​ສອບ​ຖາມ​ທ່ານ ສຸ​ວັນ­ເພັງ ວົງ​ໄຊ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ແຂວງ​ຫຼວງ​ນ້ຳ​ທາໃຫ້​ຮູ້​ວ່າ:  ໃນ​ວັນ​ທີ 2 ເມ­ສາ 2014 ໃນ​ເວ­ລາ 11:10 ໂມງ ຢູ່​ແຂວງ​ຫຼວງ​ນ້ຳ​ທາ, ເມືອງ​ຫຼວງ​ນ້ຳ​ທາ​ຫາ​ເມືອງ​ນາ​ແລ

ໄດ້​ມີ​ລົດ​ບັນ­ທຸກ​ຂອງ​ບໍ­ລິ­ສັດ​ສິງ​ດົງ​ບັນ ທຸກ​ໄມ້​ດູ່​ສຳ­ເລັດ​ຮູບ​ຈຳ­ນວນ 54 ໂຕນ ບວກ​ກັບ​ນ້ຳ­ໜັກ​ລົດ 15,8 ໂຕນ ລວມທັງ​ໝົດ​ແມ່ນ 69,8 ໂຕນ ແລ່ນ​ເຂົ້າ​ຂົວນ້ຳ​ຫ້ວຍ​ງົວ ຊຶ່ງ​ເປັນ​ຂົວ​ເບ​ເລ​ຍາວ 33,5 ແມັດ ຢູ່​ກິ­ໂລ­ແມັດ 11+500 ໃນ​ເສັ້ນທາງ​ຂອງ​ແຂວງ​ເລກ​ທີ 1501 ທີ່​ສ້າງມາ​ຮັບ​ນ້ຳ­ໜັກ​ໄດ້​ພຽງ 20 ໂຕນ​ຕ້ອງຫັກ​ຄາ​ທີ່.

ຕໍ່​ກັບ​ເຫດ­ການ​ທີ່​ເກີດ​ຂຶ້ນ​ຄັ້ງ​ນີ້​ທ່ານ ສຸ​ວັນ­ເພັງ ວົງ​ໄຊ ກ່າວ​ວ່າ: ໃນ​ຂະ­ນະ​ນີ້​ແມ່ນ​ໄດ້​ເຮັດ​ທາງ​ເວັ້ນ​ຊົ່ວ­ຄາວ ເພື່ອ​ບໍ່​ໃຫ້­ການ​ສັນ­ຈອນ​ຖືກ​ຕັດ­ຂາດ  ແຕ່​ຜົນ​ການ​ເສຍ​ຫາຍ​ທັງ​ໝົດ​ແມ່ນ​ມອບ​ໃຫ້​ບໍ­ລິ­ສັດສິງ​ດົງ (ຜູ້​ກະ­ທຳ​ຜິດ) ຮັບຜິດ​ຊອກ​ທັງ​ໝົດ ໂດຍ​ກຳ­ນົດ​ເວ­ລາ​ໃຫ້ 45 ວັນ ເລີ່ມ​ຈາກ 3 ເມ­ສາ 2014 ຫາ 18 ພຶດ­ສະ­ພາ 2014 ໃຫ້​ສຳ­ເລັດ ແລະ ໄດ້​ນຳ​ໃຊ້​ເປັນ​ປົກ­ກະ­ຕິ.

ຢ່າງ­ໃດ​ກໍ​ດີ ເຫດ­ການ​ໃນ​ຄັ້ງ​ນີ້​ແມ່ນ​ບໍ່​ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ ຫຼື ເສຍ​ຊີ­ວິດ ແຕ່​ຈະ​ສາ­ມາດ​ນຳ​ມາ​ເປັນ​ສະ­ຕິ​ເຕືອນ­ໃຈ​ໃຫ້​ຜູ້​ທີ່​ຊົມ­ໃຊ້​ລົດ​ບັນ­ທຸກ​ທັງ­ຫຼາຍ​ຈົ່ງ​ເພີ່ມ​ຄວາມ​ລະ­ມັດ­ລະ­ວັງ​ຂຶ້ນ​ຕື່ມໃນ​ການຂົນ­ສົ່ງ​ໃຫ້​ຢູ່​ລະ­ດັບ​ທີ່​ພໍ​ເໝາະ ທັງ​ນີ້ ກໍ ເພື່ອ​ເປັນ​ການ​ບໍ່​ໃຫ້​ເສຍ​ຫາຍ​ຂອງ​ຊັບ​ສິນຂອງ​ຕົນ ແລະ ຂອງ​ລວມ​ໝູ່.

 

ທີ່ມາ  http://www.sedthakid.la/khao/18408.spc