Homeຂ່າວພາຍ​ໃນຜົນສຳຫຼວດພົບວ່າ ນັກຮຽນມັດທະຍົມ 90% ເຄີຍດື່ມເຫົ້ຼາແລະເບຍ

ຜົນສຳຫຼວດພົບວ່າ ນັກຮຽນມັດທະຍົມ 90% ເຄີຍດື່ມເຫົ້ຼາແລະເບຍ

Published on

    ສະ­ພາບ​ຊາວ​ໜຸ່ມ ແລະ​ເຍົາ­ວະ​ຊົນ​ຢູ່ລາວ, ຂອງ​ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວແລະ​ກອງ​ທຶນ​ສຳ­ລັບ​ປະ­ຊາ­ກອນ, ຂອງ​ອົງ­ການ​ສະຫະ​ປະ­ຊາ​ຊາດ​ໃຫ້​ຮູ້​ວ່າ: ເປັນ​ທີ່​ຮັບ​ຮູ້​ວ່າ ສປປ ລາວມີ​ຄວາມ​ແຕກ​ຕ່າງ​ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ບ້ານ,ກ່ຽວ​ກັບ​ການ​ດື່ມ​ເຫຼົ້າ​ເບຍ​ທີ່­ຢູ່​ໃນ​ລະ­ດັບ​ຂ້ອນ​ຂ້າງ​ສູງ,ທັງ​ໃນ​ກຸ່ມ​ເພດ​ຊາຍ ແລະ​ຍິງ​ເຖິງ​ແມ່ນ​ວ່າ​ພຶດ­ຕິ​ກຳ​ໃນ​ການ​ດື່ມ​ເຫຼົ້າ​ເບຍ​ຈະ​ຖື​ວ່າ​ເປັນ​ບັນ­ຫາ​ຂອງ​ເພດ​ຊາຍສ່ວນ​ຫຼາຍໂດຍ​ສະ­ເພາະ​ໃນ​ຊ່ວງ​ເທ​ສະ­ການ​ຕ່າງໆ,ແຕ່​ວ່າ​ເພດ​ຍິງ​ກໍ​ດື່ມ​ເຊັ່ນ​ດຽວ​ກັນ, ການ​ດື່ມ​ເຫຼົ້າ​ແມ່ນ​ຕິດ ພັນ​ກັບ​ໂອ­ກາດ​ການ​ສັງ​ສັນ ແລະ​ບຸນ​ປະ­ເພ­ນີ​ຕ່າງໆ ຊຶ່ງ​ຊາວ​ໜຸ່ມ​ຍິງ​ຈຳ​ຕ້ອງ​ໄດ້​ດື່ມ​ເຫຼົ້າ​ຮ່ວມ​ກັບ​ແຂກ.

    ຈາກ​ຜົນ​ຂອງ​ການ​ປະ​ເມີນ​ຫຼັກ­ສູດ​ທັກ​ສະ​ຊີ­ວິດ, ໄດ້ພົບ​ເຫັນ​ວ່າ 90% ຂອງ​ນັກ­ຮຽນ​ຊັ້ນ​ມັດ­ທະ­ຍົມ​ຕອນ ປາຍ​ປີ​ທີ 5 ເຄີຍ​ດື່ມ​ເຫຼົ້າ, ໃນ​ນັ້ນ ຜູ້​ຊາຍ 53% ແລະ ຜູ້­ຍິງ 16%, ເຄີຍ​ເມົາ​ເຫຼົ້າ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ​ໃນ​ໄລຍະ 6 ເດືອນ, ອາ­ຍຸ​ສະ­ເລ່ຍ ຊຶ່ງ​ຊາວ​ໜຸ່ມ​ເລີ່ມ​ດື່ມ​ເຫຼົ້າແມ່ນ​ກາຍ 13 ປີນອກ­ຈາກ​ນັ້ນ, ການ​ດື່ມ​ເຫຼົ້າ​ເບຍ​ເປັນບັນ­ຫາ​ທີ່​ໄດ້​ກ່າວ​ເຖິງ​ຫຼາຍ​ທີ່​ສຸດ​ໃນ​ການສົນ­ທະ­ນາ ຊຶ່ງ​ເຫັນ​ໄດ້​ວ່າ­ການ​ດື່ມ​ສິ່ງມຶນ­ເມົາ​ແມ່ນ​ຢູ່​ໃນ​ວົງ​ກວ້າງ ແລະ​ອາດເປັນ​ສາ­ເຫດ​ທີ່​ສຳ­ຄັນ​ຂອງ​ການ​ເກີດ​ບັນ ຫາ​ທາງ​ສຸ­ຂະ­ພາບ​ອື່ນໆ​ເຊັ່ນ: ອຸ­ປະ​ຕິເຫດ​ທາງ​ຖະ­ໜົນ, ການ​ຕີ​ກັນ​ລະ­ຫວ່າງ ຊາວ​ໜຸ່ມ ແລະ​ບັນ­ຫາ​ສິ່ງ​ຫຍໍ້­ທໍ້​ອື່ນໆ.

ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ທັດສະ​ນະ​ຄະ­ຕິ​ໃນ​ການ​ດື່ມ​ເຫຼົ້າ​ເບຍ ແລະ ຄວາມ​ເຂົ້າ­ໃຈ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ຈາກ ການ​ດື່ມ​ເຫຼົ້າ, ເຊັ່ນ​ກຸ່ມ​ຄົນ​ໃນ​ຕົວ​ເມືອງ, ບໍ່​ຄ່ອຍ​ຄິດ​ວ່າ­ການ​ດື່ມ​ເຫຼົ້າ​ເປັນ​ບັນ­ຫາ,ເນື່ອງ​ຈາ​ກວ່າ​ບັນ­ຫາ​ທີ່​ພວກ​ເຂົາ​ກັງ­ວົນ ໃຈ​ກວ່າ​ແມ່ນ​ຢາ​ເສບ​ຕິດ.

ນອກ­ຈາກ ນີ້, ອົງ­ການ​ອະ­ນາ­ໄມ​ໂລກ ຍັງ​ໃຫ້​ຮູ້​ວ່າ: ສປປ ລາວ ເປັນ​ປະ­ເທດ ທີ່​ມີ​ການ​ບໍ­ລິ­ໂພກ​ເຫຼົ້າ ຫຼື ດື່ມ​ສິ່ງ​ມຶນ­ເມົາ ສູງ​ກ່ວ​າ​ປະ­ເທດ​ອື່ນ​ໃນ​ອາ​ຊຽນ ແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ໂດຍ​ແຕ່​ລະ​ປີ​ເຄື່ອງດື່ມ​ທີ່​ມີ​ທາດ​ເຫຼົ້າ​ເປັນ​ພາ­ລະ​ທາງ​ດ້ານເສດ­ຖະ­ກິດ​ທີ່​ໜັກ­ໜ່ວງ​ຂອງ​ລາວ, ກວມ ເອົາ 2% ຂອງ GDP ແລະ ຫຼາຍ​ກ່ວ​າ 3 ແສນ​ຄົນ​ເກີດ​ເປັນ​ພະ­ຍາດ​ຕ່າງໆ ແລະ 180 ພັນ​ຄົນ​ຕິດ​ເຫຼົ້າ ແລະ 50% ຂອງ​ອຸ­ປະ­ຕິ­ເຫດ​ຕາມ​ທ້ອງ​ຖະ­ໜົນ​ແມ່ນ​ເກີດ ຈາກ​ການ​ດື່ມ​ສິ່ງ​ມຶນ­ເມົາ.

ຢ່າງ­ໃດ​ກໍ​ຕາມ​ຕໍ່​ຜົນ​ຮ້າຍ​ດັ່ງ­ກ່າວພັກ-ລັດ­ຖະ­ບານ​ໄດ້​ສະ­ແດງ​ຄວາມ​ເປັນ ຫ່ວງ​ຕໍ່​ຊີ­ວິດ ແລະ​ຜົນ​ທາງ​ລົບ​ຕໍ່​ສຸ​ຂະພາບ ຊຶ່ງ​ໄດ້​ສະ­ເໜີ​ໃຫ້​ສະ­ພາ​ແຫ່ງ​ຊາດ ຮັບ­ຮອງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ໂດຍ​ປະ­ກາດ ໃຊ້​ໃນ​ເດືອນ​ມັງ­ກອນ ປີ 2015 ເປັນ­ຕົ້ນ ມາ, ທັງ​ນີ້​ກໍ​ເພື່ອ​ໂຄ­ສະ­ນາ ແລະ​ເພີ່ມຄວາມ​ເຂົ້າ­ໃຈ​ແກ່​ຊາວ​ໜຸ່ມ​ເພື່ອ​ໃຫ້​ເຫັນ ເຖິງ​ໄພ​ອັນ­ຕະ­ລາຍ​ຈາກ​ການ​ດື່ມ​ສິ່ງ​ມຶນ ເມົາ ແລະ​ເອົາ​ຜິດ​ຕໍ່​ຜູ້​ທີ່​ຂາຍ­ເຄື່ອງ​ດື່ມສິ່ງ​ມຶນ­ເມົາ​ໃຫ້​ຜູ້​ທີ່​ມີ​ອາ­ຍຸ​ຕ່ຳ​ກ່ວ​າ 18 ປີ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...