spot_img
Homeຂ່າວຕ່າງປະເທດທໍລະນີວິບັດ ໄຕ້ຫວັນສະເທືອນ 6.4 ອາຄານຖະຫຼົ່ມ ມີຕາຍແລະບາດເຈັບ

ທໍລະນີວິບັດ ໄຕ້ຫວັນສະເທືອນ 6.4 ອາຄານຖະຫຼົ່ມ ມີຕາຍແລະບາດເຈັບ

Published on

ເຊົ້າມື້ນີ້ ວັນທີ 6 ກຸມພາ 2016 ເວລາ 3:57 ນາທີ ຕາມເວລາທ້ອງຖິ່ນ ເກີດແຜ່ນດິນໄຫວຂະໜາດ 6.4 ແມັກນິຈູດ ບໍລິເວນເມືອງໄຖໜານ ທາງໃຕ້ຂອງໄຕ້ຫວັນ ສົ່ງຜົນໃຫ້ອາຄານຫຼາຍແຫ່ງຖະຫຼົ່ມ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດແລ້ວ 1 ຄົນ ແລະມີຜູ້ບາດເຈັບ 23 ຄົນ ແລະຄາດວ່າຈຳນວນຜູ້ເສຍຊີວິດແລະບາດເຈັບຈະເພິ່ມຂຶ້ນ.

ດ້ານສຳນັກຂ່າວ ບີບີຊີ ລາຍງານວ່າ ພົບຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ໂດຍແຜ່ນດິນໄຫວເກີດຂຶ້ນໃນລະຫວ່າງຜູ້ຄົນສ່ວນຫຼາຍກຳລັງນອນຫຼັບຢູ່ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພໄດ້ຊ່ວຍເຫຼືອຜູ້ຄົນອອກຈາກອາຄານນັບຮ້ອຍຄົນ.

ລາຍງານລະບຸວ່າ ຈຸດສູນກາງຂອງແຜ່ນດິນໄຫວຢູ່ໃນລະດັບຂ້ອນຂ້າງຕື້ນ ເຊິ່ງເຮັດໃຫ້ຜົນກະທົບຂ້ອນຂ້າງສູງ. ແຮງສັ່ນສະເທືອນຮັບຮູ້ໄດ້ເຖິງນະຄອນຫຼວງໄທເປ ເມືອງຫຼວງທີ່ຢູ່ໄກຈາກຈຸດເກີດເຫດໄປ 300 ກິໂລແມັດ ຫຼັງເກີດແຜ່ນດິນໄຫວ ຍັງມີອັຟເຕີຊັອກຕິດຕາມມາອີກຫຼາຍຄັ້ງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...