spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກລະບຸ ອີກ 20 ປີຕໍ່ໜ້າ ອັດຕາການເກີດມະເຮັງ ຈະເພີ່ມຂຶ້ນ 70% ໃນທົ່ວໂລກ!

ອົງການອະນາໄມໂລກລະບຸ ອີກ 20 ປີຕໍ່ໜ້າ ອັດຕາການເກີດມະເຮັງ ຈະເພີ່ມຂຶ້ນ 70% ໃນທົ່ວໂລກ!

Published on

ວັນທີ 4 ກຸມພາຂອງທຸກໆປີ ແມ່ນວັນມະເຮັງສາກົນ ຊຶ່ງຂໍ້ມູນຫລ້າສຸດທີ່ອົງການອະນາໄມໂລກ ໄດ້ເຜີຍແຜ່ເມື່ອບໍ່ດົນມານີ້ວ່າ ພາຍໃນອີກ 20 ປີຂ້າງໜ້າ ອັດຕາການເກີດພະຍາດມະເຮັງ ຈະເພີ່ມຂຶ້ນອີກເຖິງ 70% ໂດຍພາຍໃນປີ 2032 ຈະມີຄົນເຈັບເປັນພະຍາດມະເຮັງໃນທົ່ວເລກ ເພີ່ມຂຶ້ນຈາກຄົນເຈັບເກົ່າ ປີລະປະມານ 22 ລ້ານຄົນ ຊຶ່ງທຽບກັບປັດຈຸບັນທີ່ມີຜູ້ເປັນພະຍາດ ເພີ່ມຂຶ້ນປະມານປີລະ 14.1 ລ້ານຄົນ.

ໃນປັດຈຸບັນນີ້ ຕາມຕົວເລກທີ່ອົງການອະນາໄມໂລກເປີດເຜີຍ ມີຜູ້ເສຍຊີວິດຈາກມະເຮັງ ປີລະປະມານ 8.2 ລ້ານຄົນ ເທົ່າກັບ 13% ຂອງສາເຫດການເສຍຊີວິດຂອງຄົນໃນທົ່ວໂລກ ໂດຍຊະນິດຂອງມະເຮັງ ທີ່ພົບຫລາຍກ່ວາໝູ່ໄດ້ແກ່ ມະເຮັງປອດ, ມະເຮັງເຕົ້ານົມ, ມະເຮັງຊ່ອງທ້ອງ ແລະ ມະເຮັງຕ່ອມລູກໝາກ ຊຶ່ງກວມ 42% ຂອງມະເຮັງທັງໝົດທີ່ກວດພົບທົ່ວໂລກ.

ພະຍາດມະເຮັງທີ່ພົບໃນເພດຊາຍ ຫລາຍກ່ວາໝູ່ແມ່ນມະເຮັງປອດ ສ່ວນເພດຍິງແມ່ນມະເຮັງເຕົ້ານົມ ໂດຍອົງການອະນາໄມໂລກລະບຸວ່າ ກວ່າ 60% ຂອງຜູ້ເປັນພະຍາດມະເຮັງລາຍໃໝ່ໃນໂລກ ພົບຢູ່ທະວີບອາຟຣິກາ, ອາຊີ, ອາເມຣິກາລາຕິນ ແລະ ອາເມຣິກາໃຕ້ ຊຶ່ງອັດຕາການເສຍຊີວິດຈາກມະເຮັງ ພາຍໃນ 4 ຂົງເຂດທະວີບດັ່ງກ່າວ ລວມກັນກວມເຖິງ 70% ຂອງທົ່ວໂລກ.

ແນວໃດກໍຕາມ ອັດຕາການເສຍຊີວິດຈາກມະເຮັງ ບໍ່ໄດ້ສອດຄ່ອງກັບອັດຕາການເປັນພະຍາດມະເຮັງ ເນື່ອງຈາກໃນປະເທດ ທີ່ມີວິທະຍາການທາງການແພດດີກ່ວາ ເຖິງຈະມີຜູ້ເປັນພະຍາດມະເຮັງຫລາຍ ແຕ່ກໍມີອັດຕາການລອດຊີວິດສູງເຊັ່ນກັນ.  ທັງນີ້ ຈາກການສຶກສາຂໍ້ມູນເປັນລາຍປະເທດພົບວ່າ ປະເທດດານມາກ ເປັນປະເທດທີ່ມີອັດຕາການເປັນພະຍາດມະເຮັງ ໃນໝູ່ປະຊາກອນສູງທີ່ສຸດໃນໂລກ ໂດຍໃນປີ 2012 ມີຜູ້ໄດ້ຮັບການບົ່ງມະຕິວ່າ ເປັນພະຍາດມະເຮັງ 338 ຄົນ ຕໍ່ປະຊາກອນທຸກໆ 100,000 ຄົນ, ຖັດລົງມາແມ່ນ ປະເທດຝຣັ່ງ, ອົດສະຕຣາລີ, ແບນຊິກ, ນອກແວ, ສະຫະລັດອາເມຣິກາ, ອຽກລັງ, ສາທາລະນະລັດເກົາຫລີ, ໂຮນລັງ ແລະ ກາເລດໍນີ.

ຜູ້ຊ່ຽວຊານຈາກສູນວິໄຈມະເຮັງອັງກິດ ໄດ້ເປີດເຜີຍວ່າ ສາເຫດອັນດັບຕົ້ນໆ ທີ່ກະຕຸ້ນເຮັດໃຫ້ເກີດມະເຮັງນັ້ນ ມາຈາກການໃຊ້ຊີວິດປະຈຳວັນ ແລະ ການກິນອາຫານ ໂດຍ 1 ໃນ 3 ຂອງການເສຍຊີວິດຈາກມະເຮັງ ມີສາເຫດມາຈາກການສູບຢາ, ອາຫານການກິນ ແລະ ການມີນ້ຳໜັກເກີນ, ການດື່ມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ການບໍ່ອອກກຳລັງເຄື່ອນໄຫວຮ່າງກາຍ.

ທັງນີ້ ວັນມະເຮັງໂລກ ແມ່ນເລີ່ມຕົ້ນຂຶ້ນໃນວັນທີ 4 ກຸມພາປີ 2000 ເປັນຕົ້ນມາ ໂດຍມີຈຸດປະສົງ ເພື່ອປຸກລະດົມໃຫ້ຄົນທົ່ວໂລກ ມີຄວາມຮັບຮູ້ເຂົ້າໃຈ ແລະ ໄດ້ຮັບຂໍ້ມູນທີ່ຖືກຕ້ອງ ກ່ຽວກັບພະຍາດມະເຮັງ ຊຶ່ງເປັນສາເຫດຂອງການເສຍຊີວິດ ໃນອັນດັບຕົ້ນໆຂອງຄົນໃນທົ່ວໂລກ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...