Homeຂ່າວພາຍ​ໃນພະຍາດຊິກ້າ ຍັງບໍ່ພົບໃນລາວ! ດ້ານກະຊວງສາທາຯ ຖະແຫລງກຽມພ້ອມ ເພີ່ມຄວາມເຂັ້ມແຂງເຝົ້າລະວັງ!

ພະຍາດຊິກ້າ ຍັງບໍ່ພົບໃນລາວ! ດ້ານກະຊວງສາທາຯ ຖະແຫລງກຽມພ້ອມ ເພີ່ມຄວາມເຂັ້ມແຂງເຝົ້າລະວັງ!

Published on

ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການກະຊວງ​ສາທາລະນະ​ສຸກ ແລະ ທ່ານນາງ ຈູດ​ລຽດ ຟລາຍ​ໂຊຄ໌ ຜູ້ຕາງໜ້າ​ອົງການ​ອະນາໄມ​ໂລກ ປະຈຳ​ລາວ ໄດ້​ຖະແຫຼງ​ຂ່າວ​ກ່ຽວກັບ​ພະຍາດ​ໄຂ້​ຍ້ອນ​ເຊື້ອ​ຈຸ​ລະໂລກ​ຊິ​ກ້າ ແລະ ການ​ກຽມພ້ອມຂອງ ​ສປປ ລາວ ຕໍ່​ກັບ​ພະຍາດດັ່ງກ່າວ​ຂຶ້ນ ໃນ​ວັນ​ທີ 4 ກຸມພາ 2016 ທີ່​ກະຊວງ​ສາທາລະນະ​ສຸກ ວ່າ: ​ສປປ ລາວ ມາ​ຮອດ​ປັດ​ຈຸບັນ​ນີ້ ຍັງ​ບໍ່​ພົບ​ການ​ລະບາດ​ຂອງພະຍາດ​ຊິ​ກ້າ ພະຍາດ​ຊິ​ກ້າ (ZIKa) ແມ່ນ​ຕິດເຊື້ອ​ໄດ້​ໂດຍການ​ກັດ​ຂອງ​ຍຸງ​ລາຍ​ທີ່​ຕິດເຊື້ອ ເຊິ່ງ​ກະຊວງ​ສາທາລະນະ​ສຸກ ​ຈະເພີ່ມ​ຄວາມ​ເຂັ້ມແຂງ​ໃນ​ການ​ເຝົ້າລະວັງ​ພະຍາດ​ຊິ​ກ້າ ປັດຈຸບັນ ໄດ້ມີ​ຄວາມ​ສາມາດ​ຢັ້ງຢືນ​ທາງ​ຫ້ອງວິເຄາະ​ໄດ້ (ສະ​ຖາ​ບັນ​​ປັສ​ເຕີລາວ) ດ້ານ​ການ​ປ້ອງ​ກັນ​ພະຍາດ​ຊິ​ກ້າ ​ໄດ້​ມີ​ການ​ກຽມ​ຄວາມພ້ອມ​ເພາະ​ການ​ແຜ່​ເຊື້ອ​ຂອງ​ພະຍາດ​ຊິ​ກ້າ ແມ່ນ​ຄ້າຍຄື​ກັບ​ພະຍາດ​ໄຂ້ຍຸງ​ລາຍ ດັ່ງນັ້ນ ກະຊວງສາທາລະນະ​ສຸກ​ ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ ໃຫ້​ຄວາມ​ສຳຄັນ​ໃນ​ຂະ​ບວນ​ການທຳລາຍ​ແຫຼ່ງ​ເພາະ​ພັນ​ຍຸງ​ລາຍ ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມຊົນ​ໃນ​ການ​ປະຕິບັດ​ຫຼັກການ 5ປ ໃຫ້​ກາຍ​ເປັນຄວາມ​ລຶ້ງ​ເຄີຍ ປະຈຳ​ວັນ ປັດ​ໄຈ​ຮ່ວມ​ທີ່​ພົວພັນເຖິງ​ພະຍາດ​ກັບ​ພະຍາດ​ດັ່ງກ່າວ ລວມ​ມີ​ອາການ​ສະໝອງ​ນ້ອຍ ແລະ ອາການ​ກ້າມຊີ້ນ​ອ່ອນແຫຼວ.

ອົງການ​ອະນາໄມ​ໂລກ ​ໄດ້​ຢືນຢັນ​ວ່າ​ຈະ​ໃຫ້ການ​ສະໜັບສະໜູນ ກະຊວງ​ສາທາລະນະ​ສຸກ​ ໃນ​ການເພີ່ມ​ຄວາມ​ເຂັ້ມແຂງ-ຄວາມ​ສາມາດ​ທາງ​ຫ້ອງ​ວິເຄາະ ໃນ​ການກວດ​ຫາ​ເຊື້ອ​ຈຸ​ລະ​ໂລກ​ຊິ​ກ້າ ແລະ ເພີ່ມ​ຄວາມ​ເຂັ້ມແຂງວຽກ​ງານ​ການ​ສື່ສານ ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ ພ້ອມ​ນັ້ນ ອົງການ​ອະນາໄມ​ໂລກ​ ໄດ້​ເນັ້ນ​ວ່າ ວຽກ​ງານ​ການ​ຄວບ​ຄຸມ​ຍຸງ​ລາຍ ທີ່​ເປັນ​ພາຫະ​ນຳ​ເຊື້ອ​ຄວນ​ກວມເອົາ​ການ​ຂ້າ​ໜອນ​ນ້ຳ ແລະ ທຸກຄົນ​ສາມາດ​ປ້ອງ​ກັນ​ຕົນ​ເອງ​ບໍ່​ໃຫ້ຍຸງ​ກັດ​ ໂດຍ​ການ​ນຳ​ໃຊ້​ຢາ​ທາ​ກັນຍຸງໃສ່​ເຄື່ອງນຸ່ງ​ສີ​ແຈ້ງ ເສື້ອແຂນ​ຍາວ ໂສ້ງ​ຂາ​ຍາວ ​ເພື່ອ​ປົກປິດ​ຮ່າງກາຍໃສ່​ຕາ​ໜ່າງ​ກັນ​ຍຸງ ແລະ ນອນ​ໃນ​ມຸ້ງ ໂດຍ​ສະເພາະໃນ​ເວລາ​ກາງເວັນ ທຸກ​ຄົນ​ຄວນອະນາໄມ​ເຮືອນ ແລະ ບໍລິເວນອ້ອມ​ເຮືອນ​ຢ່າງ​ໜ້ອຍ​ອາທິດ​ລະຄັ້ງ​ ໂດຍ​ການ​ຂວ້ຳ ຫຼື ປົກ​ປິດ​ພາຊະນະ​ໃສ່​ນ້ຳ​ເຊັ່ນ: ຄຸ​ນ້ຳ ໂຖ​ດອກໄມ້ ແລະ ຢາງ​ຕີນລົດ ເພື່ອ​ບໍ່​ໃຫ້ຍຸງສາມາດ​ແຜ່ພັນ​ໄດ້.

ປັດຈຸບັນ ຍັງ​ບໍ່​ທັນ​​ມີ​ຢາປິ່ນປົວ​ສະເພາະ ຫຼື ວັກ​ຊິນ​ປ້ອງກັນ​ພະຍາດ​ຊິ​ກ້າ ການ​ປ້ອງ​ກັນທີ່​ດີ​ທີ່​ສຸດ ກໍ່​ຄືການ​ປົກ​ປ້ອງ​ບໍ່​ໃຫ້ຍຸງ​ລາຍ​ກັດ ແລະ ຄົນ​ສ່ວນ​ຫຼາຍຕິດເຊື້ອ​ພະຍາດຊິ​ກ້າ ແມ່ນ​ບໍ່ມີ​ອາ​ການສະແດງ​ອອກ ຫຼື ຈະ​ມີພຽງ​ອາການ​ໄຂ້​ເບົາບາງ ມີ​ຜື່ນຕາມ​ຜິວໜັງ ແລະ ເຍື່ອ​ເມືອກ​ຕາອັກເສບ ​ອາການ​ເຫຼົ່າ​ນີ້​ຈະ​ຫາຍໄປ​ໃນ​ໄລຍະ 2-7 ວັນ ການ​ປິ່ນປົວ​ຄົນ​ເຈັບ​ເຫຼົ່າ​ນີ້​ແມ່ນ​ໃຊ້​ຢາແກ້​ປວດ ແລະ ແກ້​ໄຂ້ ດື່ມນ້ຳຫຼາຍໆ ແລະ ພັກຜ່ອນ​ໃຫ້​ພຽງພໍ ແລະ ຖ້າ​ຫາກ​ພົບ​ກໍລະນີ​ສົງໄສເປັນ​ພະຍາດ​ໄຂ້​ຍ້ອນ​ເຊື້ອ​ຈຸ​ລະໂລກ​ຊິ​ກ້າ ສາມາດ​ໂທ​ແຈ້ງ​ໄປສາຍ​ດ່ວນ 166 ແລະ ຫຼີກ​ລ້ຽງການ​ເດີນທາງ​ໄປ​ປະເທດ​ທີ່​ມີການ​ລະບາດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...