HomeມູມໄອທີລາວVAIO ເປີດໂຕສະມາດໂຟນລຸ້ນທຳອິດຂອງບໍລິສັດທີ່ໃຊ້ລະບົບ Windows 10 Mobile

VAIO ເປີດໂຕສະມາດໂຟນລຸ້ນທຳອິດຂອງບໍລິສັດທີ່ໃຊ້ລະບົບ Windows 10 Mobile

Published on

image

Windows 10 Mobile ຕອນນີ້ກຳລັງໄດ້ຮັບຄວາມສົນໃຈຫຼາຍຈາກຜູ້ຜະລິດຮາດແວຣໃນປະເທດຍີ່ປຸ່ນ ເຊິ່ງກ່ອນໜ້ານີ້ກໍເປັນສະມາດໂຟນຈາກບໍລິສັດ NuAns ທີ່ໄດ້ເປີດໂຕສະມາດໂຟນ Neo ໄປກ່ອນແລ້ວເຊິ່ງມີຈຸດເດັ່ນໃນເລື່ອງຂອງການອອກແບບແລະສາມາດປັບປ່ຽນຝາຫຼັງຂອງໂຕເຄື່ອງໄດ້ ແລະກໍເປີດໃຫ້ສັ່ງຈອງໄປແລ້ວ NuAns Neo ສະມາດໂຟນ Windows 10 ຕອນນີ້ເປີດໃຫ້ສັ່ງຈອງແລ້ວຢູ່ຍີ່ປຸ່ນ

image

image

ໃນມື້ນີ້ເອງກໍເຖິງຄິວຂອງບໍລິສັັດ VAIO ກັນແລ້ວທີ່ໄດ້ເປີດໂຕສະມາດໂຟນລຸ້ນໃໝ່ແລະເປັນລຸ້ນທຳອິດຂອງບໍລິສັດທີ່ໃຊ້ລະບົບປະຕິບັດການ Windows 10 Mobile ເຊິ່ງໂທລະສັບລຸ້ນດັ່ງກ່າວມີຊື່ວ່າ Phone Biz. Phone Biz ນີ້ຈະເນັ້ນໄປທີ່ກຸ່ມລູກຄ້າລະດັບທຸລະກິດເປັນສ່ວນໃຫຍ່, ໃນດ້ານຂອງໂຕເຄື່ອງແມ່ນເຮັດດ້ວຍອະລູມິນ້ຽມ, ໜ້າຈໍຂະໜາດ 5.5 ນິ້ວ ໜ້າຈໍຄວາມລະອຽດ Full HD, ໃຊ້ຊິບປະມວນຜົນ Snapdragon 617, RAM 3GB, ໜ່ວຍຄວາມຈຳພາຍໃນ 16GB ແລະສາມາດເພີ່ມ microSD ໄດ້ (ສູງສຸດ 64GB), ກ້ອງ 13MP ແລະແບັດເຕີຣີ 2800mAh

image

Phone Biz ຈະເລີ່ມວາງຂາຍໃນຊ່ວງເດືອນເມສານີ້ໃນລາຄາ ¥50,000 (3.465.000 ກີບ)

ທີ່ມາ:windowscentral

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...