spot_img
Homeຂ່າວພາຍ​ໃນໄຟຟ້າຫົງສາຈະໃຊ້ງົບຮ້ອຍກວ່າຕື້ໃສ່ 10 ໂຄງການພັດທະນາຊຸມຊົນ

ໄຟຟ້າຫົງສາຈະໃຊ້ງົບຮ້ອຍກວ່າຕື້ໃສ່ 10 ໂຄງການພັດທະນາຊຸມຊົນ

Published on

ນັບ​ແຕ່​ໄຟ­ຟ້າ​ຫົງ​ສາ​ໄດ້​ເລີ່ມ​ດຳ­ເນີນ​ກິດ­ຈະ­ການ​ເປັນ­ຕົ້ນ​ມາ​ບັນດາເທ­ສະ​ບານ​ຊຸມ​ຊົນ​ເມືອງ​ເປົ້າ​ໝາຍ​ໃນ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງ​ເປັນ­ຕົ້ນ​ລະ­ບົບ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ, ຫ້ອງ­ການຕ່າງໆ​ໂດຍ​ສະ­ເພາະ​ໂຮງ­ຮຽນ, ໂຮງ­ໝໍ​ມີ​ການ​ສ້າງ​ຂຶ້ນ​ໃໝ່ ຂະ­ນະ​ທີ່​ປີ​ນີ້ໄຟ­ຟ້າ​ຫົງ​ສາ​ຈະ​ໃຊ້​ງົບ​ຮ້ອຍ​ກວ່າ​ຕື້​ກີບ​ເຂົ້າ​ພັດ­ທະ­ນາ​ຊຸມ​ຊົນ​ເປົ້າ​ໝາຍ.

ວັນ​ທີ 29  ມັງ­ກອນ​ຜ່ານ​ມາ ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ໄຊ​ຍະ​ບູ​ລີໄດ້​ຈັດ​ກອງ​ປະ­ຊຸມ​ຫາ­ລື​ກ່ຽວ​ກັບ​ການ​ນຳ​ໃຊ້​ກອງ​ທຶນ​ພັດ­ທະ­ນາ​ຊຸມ​ຊົນໂຄງ­ການ​ໄຟ­ຟ້າ​ພະ­ລັງ​ຄວາມ​ຮ້ອນ​ຫົງ​ສາ​ໃຫ້ 3 ເມືອງເປົ້າ​ໝາຍ ແລະ ເມືອງ​ເທ­ສະ​ບານ​ແຂວງ​ໄຊ​ຍະ​ບູ​ລີ​ຄື: ເມືອງ​ຫົງ​ສາ, ເມືອງ​ເງິນ,  ເມືອງຊຽງ​ຮ່ອນ ແລະ​ເທ­ສະ​ບານ​ແຂວງ​ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ພົງ​ສະ­ຫວັນ ສິດ​ທະ​ວົງ ເຈົ້າ­ແຂວງໆ​ໄຊ​ຍະ​ບູ​ລີ, ມີ​ບັນ­ດາ​ເຈົ້າ­ເມືອງໆເປົ້າ​ໝາຍ, ຫົວ­ໜ້າ​ພະ­ແນກ­ການແລະ​ພາກ­ສ່ວນທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພົງ​ສະ­ຫວັນ ສິດ​ທະ​ວົງ ໄດ້​ກ່າວວ່າ: ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ແລະ​ຊຸມ​ຊົນ​ບັນ­ດາ​ເມືອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໂດຍ​ທາງ​ກົງ ແລະ​ທາງ​ອ້ອມ​ຈາກ​ບັນດາ​ໂຄງ­ການ​ໃດ​ໜຶ່ງ​ແມ່ນ​ມີ​ຄວາມ​ຈຳເປັນ​ເພື່ອ​ສ້າງ​ໃຫ້​ເມືອງ ແລະ​ຊຸມ​ຊົນ​ມີການ​ພັດ­ທະ­ນາ​ດີ​ຂຶ້ນ​ກ່ວ​າ​ເກົ່າ, ແຕ່​ຕ້ອງເຂົ້າ­ໃຈ​ວ່າ­ການ​ພັດ­ທະ­ນາ​ນັ້ນ​ຄວນ​ເລັ່ງໃສ່​ບຸ­ລິ­ມະ­ສິດ​ອັນ​ໃດ​ທີ່​ມີ​ຄວາມ​ສຳ­ຄັນຈຳ­ເປັນ​ທີ່​ຈະ​ເກີດ​ຜົນ​ປະ­ໂຫຍດ ແລະ​ເຫັນຈາກ​ສາຍ­ຕາ​ຂອງ​ສັງ­ຄົມ ເພື່ອ​ສ້າງ​ຄວາມເຊື່ອ​ໝັ້ນ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ.

ທ່ານ ພູ​ວັງ ກອງ​ຊັບ ຫົວ­ໜ້າ​ຫ້ອງການ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ ແລະ​ນຳໃຊ້​ເງິນ​ທຶນ​ພັດ­ທະ­ນາ​ຊຸມ​ຊົນ​ໂຄງ­ການພະ­ລັງ​ຄວາມ​ຮ້ອນ​ຫົງ​ສາ​ກ່າວ​ວ່າ: ໃນປີ 2016 ນີ້​ໂຄງ­ການ​ທີ່​ຈະ​ນຳ​ໃຊ້​ງົບ​ປະມານ​ເງິນ​ທຶນ​ພັດ­ທະ­ນາ​ຊຸມ​ຊົນ​ບັນ­ດາ ເມືອງ​ເປົ້າ​ໝາຍ​ມີ​ທັງ​ໝົດ 10 ໂຄງ­ການ ລວມ​ມູນ​ຄ່າ​ທັງ​ໝົດ 1,88 ຮ້ອຍ​ຕື້​ກວ່າກີບ ໃນ​ນີ້ ໂຄງ­ການ​ປູ­ຢາງ​ອັດ​ສະ​ຟານ​ໃນເທ­ສະ​ບານ​ເມືອງ​ໄຊ​ຍະ​ບູ​ລີ​ມີ 3 ໂຄງ ການ​ມູນ​ຄ່າ 55,47 ຕື້​ກວ່າ​ກີບ, ເມືອງຫົງ​ສາ­ມີ 4 ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ ເທ­ສະ​ບານ​ເມືອງ, ກໍ່­ສ້າງ​ຕ້ານ​ຕາ­ຝັ່ງເຈື່ອນ, ປັບ­ປຸງ​ເດີ່ນ​ກີ­ລາ, ກໍ່­ສ້າງ​ສະ­ໜາມຂີ້​ເຫຍື້ອ ມູນ​ຄ່າ 38,28 ຕື້​ກີບ, ເມືອງ​ເງິນມີ 1 ໂຄງ­ການ​ກໍ່­ສ້າງ​ຫ້ອງ​ວ່າ­ການ​ປົກຄອງ​ເມືອງ​ມູນ​ຄ່າ 1,89 ຕື້​ກີບ, ເມືອງຊຽງ​ຮ່ອນ 2 ໂຄງ­ການ ມູນ​ຄ່າ 14,23 ຕື້​ກວ່າ​ກີບ, ມີ​ການ​ກໍ່­ສ້າງ​ຕັດ​ຜັງ​ບ້ານໂຮມ​ໄຊ ທະ­ລຸ​ເສັ້ນ­ທາງ​ປາກ​ເປັດ​ຫາ​ຄົກເມີຍ ແລະ​ເສັ້ນ­ທາງ​ຮ່ອມ​ບ້ານ​ດອນ​ປຸງຫາ​ຮ່ອມ​ຜັ້ງ​ບ້ານ​ປາກ​ເປັດ.

ບັນ­ດາ​ໂຄງ­ການ​ຂອງ​ເມືອງ​ທີ່​ຂຶ້ນ​ມານັ້ນ​ສັງ​ລວມ​ແລ້ວ​ເຫັນ​ວ່າ​ມູນ​ຄ່າ​ລື່ນຕາມ​ແຜນ​ງົບ­ປະ­ມານ​ທີ່​ທາງ​ໂຄງ­ການໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ­ມີພຽງ​ແຕ່​ປີ​ໜຶ່ງ 10  ຕື້​ກວ່າ​ກີບ ຍ້ອນແນວ​ນັ້ນ ຈິ່ງ​ຮຽກ­ຮ້ອງ​ໃຫ້​ບັນ­ດາ​ເມືອງຈົ່ງ​ໄດ້​ພິ­ຈາ­ລະ­ນາ​ຕຶກ​ຕອງ​ວ່າ​ເມືອງຂອງ​ຕົວ​ເອງ​ຈະ​ສຸມ​ໃສ່​ບຸ­ລິ­ມະ­ສິດ​ອັນ​ໃດ​ທີ່​ສ້າງ​ກ່ອນ ຫຼື ຈະ​ສ້າງ​ຕາມ​ຫຼັງເພາະ​ໂຄງ­ການ​ດັ່ງ­ກ່າວ​ມີ​ອາ­ຍຸ​ສຳ​ປະ​ທານ​ໃນ 25 ປີ ຈະ​ສິ້ນ​ສຸດ.

ສຳ­ລັບ​ໂຄງ­ການ​ໂຮງ​ໄຟ­ຟ້າ​ພະ­ລັງງານ​ຄວາມ​ຮ້ອນ​ຫົງ​ສາ​ກໍ​ໄດ້​ເປີດ​ການ​ດຳເນີນ​ການ​ຜະ­ລິດ​ຢ່າງ​ເປັນ​ທາງ​ການ​ສຳລັບ​ໃນ​ວັນ​ທີ 9 ທັນ­ວາ 2015  ທີ່​ເມືອງຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ໂດຍ​ໂຄງ­ການໂຮງ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຈາກຖ່ານ​ຫີນ​ມີ​ມູນ​ຄ່າ​ການ​ລົງ­ທຶນ​ສູງ​ເຖິງ 3,71 ຕື້​ໂດ​ລາ ປະ­ກອບ​ດ້ວຍ 3 ພາກສ່ວນ​ເປັນ​ຜູ້​ຖື​ຮຸ້ນ​ຄື: ລັດ​ວິ​ສາ​ຫະ​ກິດ​ຖືຮຸ້ນ​ລາວ 20%, ກຸ່ມ​ບໍ­ລິ­ສັດບ້ານ​ປູ 40% ແລະ​ກຸ່ມ​ບໍ­ລິ­ສັດ​ຣາດ​ຊະ​ບູ​ລີ​ໂຮນ​ດິງ 40% ໂດຍ​ມີ​ກຳ­ລັງ​ການ​ຜະ­ລິດ​ລວມ 1.878 ເມ​ກາ​ວັດ ທີ່​ຈະ​ນຳ​ໃຊ້​ຖ່ານ​ຫີນ​ເປັນ​ເຊື້ອ​ເພີງ​ໃນ​ປະ­ລິ­ມານ 14,3 ລ້ານ​ໂຕນ​ຕໍ່​ປີ ເພື່ອ​ຜະ­ລິດ​ໄຟ­ຟ້າ​ຈຳ­ນວນ 13 ຕື້​ກິ​ໂລ​ວັດໂມງ​ຕໍ່​ປີ.

ໂດຍ​ເຄື່ອງ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໜ່ວຍ ທີ​ໜຶ່ງ​ແມ່ນ​ໄດ້​ເລີ່ມ​ທຳ​ການ​ຜະ­ລິດ​ເດືອນມິ­ຖຸ­ນາ, ໜ່ວຍ​ທີ​ສອງ​ໄດ້​ຜະ­ລິດ​ໃນ​ເດືອນ ພະ­ຈິກ 2015 ທີ່​ຜ່ານ​ມາ ສ່ວນ​ໜ່ວຍ​ທີສາມ​ຈະ​ສຳ­ເລັດ ແລະ​ດຳ­ເນີນ​ການ​ຜະລິດ​ໃນ​ເດືອນ​ມີ­ນາ​ປີ​ນີ້ ແຕ່​ລະ​ໜ່ວຍ​ມີ​ກຳລັງ​ການ​ຜະ­ລິດ 626 ເມ​ກາ​ວັດ ຊຶ່ງ​ກຳລັງ​ການ​ຜະ­ລິດ ທັງ​ໝົດ​ຈະ​ໄດ້​ຈຳ­ໜ່າຍໃຫ້​ປະ­ເທດ​ໄທ 1.473 ເມ​ກາ​ວັດ ແລະ​ໃຫ້ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ 100 ເມ​ກາວັດ ໂດຍ​ຕະ­ຫຼອດ​ໄລ­ຍະ​ການ​ສຳ​ປະ­ທານໂຄງ­ການ​ຈະ​ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້ລັດ­ຖະ­ບານ​ປະ­ມານ 2,30 ຕື້​ໂດ​ລາ​ສະຫະ​ລັດ.

ທັງ​ນີ້ ໂຮງ​ໄຟ­ຟ້າ​ຫົງ​ສາ​ນັບ​ເປັນ​ໂຮງໄຟ­ຟ້າ​ທີ່​ມີ​ກຳ­ລັງ​ການ​ຜະ­ລິດ​ສູງ​ທີ່​ໃນ ສປປ ລາວ ນອກ­ຈາກ​ຈະ​ເປັນ​ສ່ວນ​ພັດທະ​ນາ​ຊຸມ​ຊົນ​ໃກ້​ໂຄງ­ການ​ແລ້ວ​ຍັງ​ຈະປະ­ກອບ­ສ່ວນ​ສຳ­ຄັນ​ເຂົ້າ​ໃນ​ການ­ຈັດ­ຕັ້ງຜັນ​ຂະ­ຫຍາຍ​ເປົ້າ​ໝາຍ​ແຜນ​ພັດ­ທະ­ນາປະ­ເທດ​ຂອງ​ລັດ­ຖະ­ບານ ກໍ​ຄື​ການ​ພັດ​ທະນາ ສປປ ລາວ ໃຫ້​ກາຍ­ເປັນ​ໝໍ້​ໄຟ​ຂອງ​ອາຊຽນ​ໃນ​ອະ­ນາ­ຄົດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...