spot_img
Homeຂ່າວທ້ອງຖິ່ນເມືອງນາຊາຍທອງ ສ້າງຄອບຄົວຕົວແບບໄດ້ 254 ຄອບຄົວ ລື່ນແຜນການເຖິງ 20 ຄອບຄົວ!

ເມືອງນາຊາຍທອງ ສ້າງຄອບຄົວຕົວແບບໄດ້ 254 ຄອບຄົວ ລື່ນແຜນການເຖິງ 20 ຄອບຄົວ!

Published on

ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ໄດ້​ສຸມ​ການ​ເອົາໃຈໃສ່​ດ້ານ​ກະສິກຳ ປູກຝັງ ລ້ຽງສັດ ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ເປັນ​ການ​ສ້າງ​ພື້ນຖານ​ເສດ​ຖະກິດ​ຄອບຄົວ​ ທີ່​ມີ​ການ​ປະຕິບັດ​ກັນມາ​ແລ້ວ​ຫຼາຍ​ປີ​ ຕາມ​ທິດ​ຊີ້​ນຳ ເຮັດ​ໃຫ້​ເມືອງ​ດັ່ງກ່າວ​ສະເພາະ​ປີນີ້ ​ມີ​ຄອບຄົວ​ຕົວ​ແບບທັງ​ໝົດ 254 ຄອບຄົວ ລື່ນ​ແຜນການ​ປະມານ 20 ຄອບຄົວ ໃນ​ນີ້ມີ​ຈຳນວນ 13 ຄອບຄົວ ໄດ້​ຂຶ້ນ​ບັນຊີຕົວ​ແບບ​ຂອງ​ນະຄອນຫຼວງ.

ກອງ​ປະຊຸມ​ຄອບຄົວ​ຕົວ​ແບບດ້ານ​ການ​ຜະລິດ-ການ​ຄ້າ ແລະ ການ​ບໍລິການ​ຂອງ​ເມືອງ​ນາ​ຊາຍທອງ ຄັ້ງ​ທີ IV ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ມັງກອນ 2016 ທີ່​ສະ​ໂມສອນ​ເມືອງ​ດັ່ງກ່າວ ໂດຍ​ການເປັນ​ປະທານ​ຂອງ​ທ່ານ ວິລະ​ສັກ ນາມ​ມຸນຕີ ເຈົ້າເມືອງ​ນາ​ຊາຍທອງ ທ່ານ ດູລາ ວົງ​ເລີດ​ມະນີ ຫົວໜ້າ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າເມືອງ ພ້ອມດ້ວຍ​ຜູ້ຕາງໜ້າ​ຈາກ​ພະ​ແນກ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ແລະ ຄອບຄົວ​ຕົວ​ແບບ​ທັງ​ໝົດ​ເຂົ້າຮ່ວມ.

ທ່ານ ດູລາ ວົງ​ເລີດ​ມະນີ ກ່າວ​ວ່າ: ເມືອງ​ນາ​ຊາຍ​ທອງ ມີທ່າແຮງ​ທາງ​ດ້ານ​ເສດຖະກິດ ກໍ່ຄືດ້ານ​ການ​ຜະລິດ​ກະສິກຳ ເປັນຕົ້ນ ປູກຝັງ ລ້ຽງສັດ​ເປັນສ່ວນ​ໃຫຍ່​ ກວມ​ເອົາ 75% ໄດ້ເອົາໃຈໃສ່​ຊຸກຍູ້​ດ້ານ​ກະສິກຳ ຫັດຖະກຳ ອຸດສາຫະກຳ ​ຕາມ​ທິດຫັນ​ເປັນ​ອຸດສາຫະກຳ ແລະ ທັນສະໄໝ ໂດຍ​ໄດ້​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ ເລີ່ມ​ຈາກ​ຄອບຄົວຂອງ​ປະຊາຊົນ ການ​ຜະລິດ​ສະບຽງ​ອາຫານ​ພຽງພໍ​ກັບ​ຄວາມຕ້ອງການ​ຂອງ​ຜູ້​ບໍລິໂພກ ໃນ​ແຕ່ລະ​ປີ​ສາມາດ​ຜະລິດ​ເຂົ້າ​ໄດ້​ທັງສອງ​ລະດູ​ບັນລຸ 47.761 ໂຕນ​ຕໍ່​ປີ ສະເລ່ຍ​ຕໍ່​ຫົວ​ຄົນ​ໄດ້ 566 ກິ​ໂລ ເຂົ້າເປືອກ​ຕໍ່​ຄົນ​ຕໍ່​ປີສະໜອງ​ໃຫ້ກັບ​ຕະຫຼາດນະຄອນຫຼວງ 23.252 ໂຕນ​ຕໍ່​ປີ ແລະ ໄດ້​ມີການຈັດຕັ້ງ​ກຸ່ມ​ການ​ຜະລິດ​ຕາມນະໂຍບາຍ 1 ເມືອງ 5 ຜະລິດ​ຕະພັນ 1 ບ້ານ 1 ຜະລິດ​ຕະ​ພັນ ປັດຈຸ​ບັນ ເມືອງ​ສຳເລັດ​ແລ້ວ 1 ຜະລິດ​ຕະ​ພັນ​ທີ່​ໄດ້​ຮັບ​ກາ​ໝາຍ ODOP ແລະ ກຳລັງ​ສະເໜີ​ເພີ່ມອີກ 2 ຜະລິດ​ຕະ​ພັນ ຕາມ​ການຈັດຕັ້ງ​ກຸ່ມ​ການຜະລິດ​ມີ​ທັງ​ໝົດ 4 ກຸ່ມ ປະກອບມີ: ກຸ່ມ​ປູກ​ຜັກ​ທີ່​ດີ ກຸ່ມ​ສາລີ​ຫົວອາຫານ​ສັດ ກຸ່ມ​ປູກ​ພືດ​ຜັກ​ອິນ​ຊີ ແລະ ກຸ່ມ​ລ້ຽງ​ໄກ່​ພັນ​ໄຂ່ ນອກຈາກ​ການ​ສ້າງຕັ້ງ​ເປັນ​ກຸ່ມ​ແລ້ວ ຍັງ​ມີ​ຄອບຄົວ​ຕົວ​ແບບ​ທີ່​ເຫັນວ່າ​ມີ​ຄວາມ​ດີເດັ່ນ ​ສ້າງ​ເສດ​ຖະກິດ​ຄອບຄົວ​ໃຫ້​ມີ​ຄວາມ​ເຂັ້ມແຂງ ຈຳນວນ 254 ຄອບຄົວ ດ້ານ​ອຸດສາຫະກຳການ​ຄ້າ ແລະ ການ​ບໍລິການ ມີ​ຫົວໜ່ວຍທຸລະ​ກິດ​ທັງ​ໝົດ 2.502 ຫົວໜ່ວຍ ແລະ ບັນດາ​ໂຮງງານໂຮງ​ຊ່າງ​ຫັດຖະກຳ 200 ກວ່າແຫ່ງ.

ປັດຈຸບັນ ທົ່ວ​ເມືອງ​ນາ​ຊາຍທອງ​ມີ​ບ່ອນຊື້-ຂາຍ ແລກປ່ຽນສິນຄ້າ​ຮູ້ຈັກ​ຄ້າຂາຍ ​ເຮັດ​ໃຫ້​ຮູບແບບ​ການ​ຜະລິດ​ແບບ​ທຳ​ມະຊາດ​ໃນ​ເມື່ອ​ກ່ອນ​ ຫັນ​ໄປ​ສູ່​ການຜະລິດ​ເປັນ​ສິນຄ້າ​ກ້າວ​ເປັນ​ອຸດສາ​ຫະ​ກຳ​ນັບ​ມື້​ຫຼາຍ​ຂຶ້ນ ຄອບຄົວ​ປະຊາຊົນ​ຈຳນວນ​ໜຶ່ງ​ມີ​ລາຍຮັບ​ສູງ ສາມາດ​ປັບປຸງ​ຄຸນະພາບຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ ສາມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກຍາກ ຫຼາຍ​ບ້ານ​ກໍ່​ມີ​ການ​ພັດ​ທະນາ​ປ່ຽນແປງ​ໃໝ່​ໃນ​ທ່າ​ອ່ຽງ​ດີກວ່າ​ເກົ່າ ສາມາດ​ສ້າງ​ເສດ​ຖະກິດ ແລະ ຊີວິດ​ການ​ເປັນ​ຢູ່​ທີ່​ດີຂຶ້ນ​ເປັນ​ກ້າວໆ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...