Homeຂ່າວທ້ອງຖິ່ນຈຳປາສັກຖືສຳຄັນການ ແກ້ໄຂບັນຫາສີ້ນໄໝຈີນ

ຈຳປາສັກຖືສຳຄັນການ ແກ້ໄຂບັນຫາສີ້ນໄໝຈີນ

Published on

ທ່ານຄຳໝັ້ນ
ທ່ານ ຄຳໝັ້ນ ພັນທະລາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ

ພາຍຫຼັງຜູ້ຜະລິດພາຍໃນໄດ້ນຳສະເໜີເຖິງຜົນກະທົບກ່ຽວກັບບັນຫາ ສີ້ນໄໝຈີນທີ່ລອກແບບລວດລາຍສີ້ນໄໝລາວ ແລ້ວນຳມາຂາຍໃນລາຄາຖືກແຕ່ບໍ່ໄດ້ຄຸນນະພາບ ເຮັດໃຫ້ຜູ້ຜະລິດພາຍໃນໄດ້ຮັບຜົນກະທົບ ຕໍ່ບັນຫາດັ່ງກ່າວພາກລັດແຂວງຈຳປາສັກ ໄດ້ຄົ້ນຄວ້າ ແລະ ວາງນະໂຍບາຍຫຼາຍດ້ານເພື່ອແກ້ໄຂ ພ້ອມເນັ້ນໃຫ້ຜູ້ຜະລິດພາຍໃນຕ້ອງຖືສຳຄັນການພັດທະນາສີມືແຮງງານ.
ທ່ານ ຄຳໝັ້ນ ພັນທະລາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໃຫ້ສຳພາດວ່າ: ຕໍ່ກັບບັນຫາທີ່ຜູ້ດຳເນີນທຸລະກິດ ແລະ ຜະລິດສິ້ນໄໝລາວພາຍໃນເວົ້າລວມ ເວົ້າສະເພາະແຂວງຈຳປາສັກ ໄດ້ອອກມາຮຽກຮ້ອງໃຫ້ພາກລັດ ຊ່ວຍແກ້ໄຂບັນຫາສີ້ນໄໝຈີນເຂົ້າມາລອກແບບເອົາລວດລາຍສິ້ນໄໝລາວ ມາວາງຈຳໜ່າຍໃນລາຄາຖືກກວ່າສິ້ນໄໝລາວຫຼາຍເທົ່າຕົວ ແຕ່ມາເບິ່ງເລື່ອງຄຸນນະພາບ ທຽບໄໝລາວບໍ່ໄດ້ ເຮັດໃຫ້ຜູ້ປະກອບການພາຍໃນຢຸດກິດຈະການໄປ. ສຳລັບພາກລັດ ກໍ່ຄືຂະແໜງອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ພ້ອມທີມງານວິຊາການ ໄດ້ຄົ້ນຄວ້າປຶກສາຫາລື ວາງແຜນເພື່ອສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງເປັນຕົ້ນ:
1. ແມ່ນອະນຸຍາດໃຫ້ນຳເຂົ້າ ແລະ ຈຳໜ່າຍສີ້ນໄໝຈີນໄດ້ ແຕ່ຕ້ອງມີການຄຸ້ມຄອງທີ່ຮັດກຸມ ແລະ ເຂັ້ມງວດ, ຈຳກັດການນຳເຂົ້າທີ່ມີກຳນົດ ຫຼື ໂກຕາຄັກແນ່ ໃຫ້ສະເພາະ ບຸກຄົນ ຫຼື ນິຕິບຸກຄົນ ທີ່ເຄື່ອນໄຫວທຸລະກິດ ຄ້າຂາຍທີ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ. ເພື່ອເພີ່ມອັດຕາການແຈ້ງເສຍພາສີນຳເຂົ້າ ລວມທັງອາກອນກຳໄລ ແລະ ອາກອນທຸລະກິດປະຈຳເດືອນ, ປີ ໃຫ້ສູງ ປະກອບສ່ວນໃນການເກັບລາຍຮັບເຂົ້າງົບປະມານ ທົດແທນການເກັບລາຍຮັບຈາກຜູ້ປະກອບການ ແລະ ປະຊາຊົນຜູ້ເຮັດທຸລະກິດຂະໜາດນ້ອຍ ແລະ ລາຍຮັບຕໍ່າ.
2. ແມ່ນຫ້າມນຳເຂົ້າ ແລະ ຈຳໜ່າຍກ່ຽວກັບຜະລິດຕະພັນສີ້ນໄໝຈີນ ໃນ ສປປ ລາວ ບໍ່ວ່າໃນຮູບການ ຫຼື ກໍລະນີໃດໆກໍ່ຕາມ ເພື່ອຮັກສາຕະຫຼາດຈຳໜ່າຍພາຍໃນໃຫ້ສາມາດຜະລິດ ແລະ ຈຳໜ່າຍໄດ້ ເຊິ່ງນະໂຍບາຍນີ້ຕ້ອງອີງໃສ່ຂັ້ນສູນກາງກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ້ກຳນົດ.
ທ່ານ ຄຳໝັ້ນ ພັນທະລາ ໃຫ້ຮູ້ຕື່ມວ່າ: ແຕ່ແນວໃດກໍ່ຕາມໄລຍະຜ່ານມາພາກລັດກໍ່ໄດ້ໃຫ້ການຊຸກຍູ້ສົ່ງເສີມວຽກຫັດຖະກຳຕໍ່າແຜ່ນແພ, ສີ້ນໄໝລາວ ໂດຍການຫັນເອົານະໂຍບາຍຂອງພັກ-ລັດລົງສູ່ຜູ້ຜະລິດ, ຜູ້ປະກອບການ. ໂດຍສະເພາະສົ່ງເສີມທາງດ້ານຄຸນນະພາບ, ລວດລາຍທີ່ເປັນເອກະລັກຂອງລາວ ຂອງທ້ອງຖິ່ນ ແລະ ຂອງຊົນເຜົ່າ ເພື່ອການຊົມໃຊ້ທີ່ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ, ຈັດຝຶກອົບຮົມດ້ານວິຊາການກ່ຽວກັບທຸລະກິດຫັດຖະກຳຕໍ່າແຜ່ນ, ການຊອກຫາຕະຫຼາດຈຳໜ່າຍພາຍໃນ ແລະ ສົ່ງອອກໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ. ນຳພາໄປທັດສະນະສຶກສາ, ຖອດຖອນບົດຮຽນນຳຫຼາຍຂົງເຂດ, ແຂວງ, ທ້ອງຖິ່ນ ເພື່ອເປັນຂໍ້ມູນໃນການປັບປຸງສີໄມ້ລາຍມື. ພ້ອມທັງປ່ອຍເງິນກູ້ດອກເບ້ຍຕໍ່າ ເພື່ອເປັນທຶນໃຫ້ແກ່ຜູ້ປະກອບການນຳໃຊ້ເຂົ້າໃນການຜະລິດ ແລະ ຈຳໜ່າຍຢ່າງເປັນລະບົບຕໍ່ເນື່ອງ. ແຕ່ພ້ອມດຽວກັນນັ້ນສິ່ງສຳຄັນຜູ້ຜະລິດ ແລະ ຜູ້ປະກອບການຕ້ອງມີການພັດທະນາສີມືແຮງງານ ໃຫ້ເກີດຄວາມສຳນິສຳນານ ມີຄວາມປານີດທາງດ້ານສີລະປະລວດລາຍ ເພື່ອໃຫ້ຜະລິດຕະພັນມີຄວາມໂດດເດັ່ນ ແລະ ມີຄວາມເປັນເອກະລັກສະເພາະຂອງຜ້າໄໝລາວ. ຮັກສາລັກສະນະພື້ນຖານ ຮູບແບບຂອງຜ້າໄໝລາວເດີມ ແລະ ເສີມລັກສະນະທີ່ໂດດເດັ່ນ ໃຫ້ມີຄວາມທັນສະໄໝ ແບບປະຍຸກ ໃຊ້ວັດຖຸດິບທີ່ມີຄວາມເປັນທຳມະຊາດ ເປັນມິດຕໍ່ສິ່ງແວດລ້ອມ ປອດໄພສູງຕໍ່ຜູ້ຊົມໃຊ້ ເພື່ອໂນ້ມນ້າວແຮງດຶງດູດຜູ້ຊົມໃຊ້ ແລະ ນັກລົງທຶນມາພັດທະນາເປັນອຸດສາຫະກຳ ແລະ ທັນສະໄໝ ເພື່ອແຂ່ງຂັນໃນປະຊາຄົມເສດຖະກິດອາຊຽນ ຫຼື AEC .
ຂ່າວ-ພາບ:ຄຳຫຼ້າ ໜັງສືພິມ ຈຳປາໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...