spot_img
Homeຂ່າວພາຍ​ໃນທາບທາມປະກອບຄຳເຫັນໃສ່ 3 ຮ່າງດຳລັດວ່າດ້ວຍການຫັນຊັບພະຍາກອນປ່າໄມ້, ນ້ຳ ແລະ ແຮ່ທາດເປັນທຶນ

ທາບທາມປະກອບຄຳເຫັນໃສ່ 3 ຮ່າງດຳລັດວ່າດ້ວຍການຫັນຊັບພະຍາກອນປ່າໄມ້, ນ້ຳ ແລະ ແຮ່ທາດເປັນທຶນ

Published on

ແຂວງໄຊຍະບູລີ ຮ່ວມກັບ ກົມຄຸ້ມຄອງຊັບສິນຂອງລັດ ໄດ້ຈັດກອງປະຊຸມທາບທາມ ປະກອບຄຳເຫັນໃສ່ຮ່າງດຳ ລັດວ່າດ້ວຍການຫັນຊັບພະ ຍາກອນປ່າໄມ້ເປັນທຶນ, ດຳ ລັດວ່າດ້ວຍການຫັນຊັບພະ ຍາກອນນ້ຳເປັນທຶນ ແລະ ດຳ ລັດວ່າດ້ວຍການຫັນຊັບພະ ຍາກອນແຮ່ທາດເປັນທຶນ, ໃນວັນທີ 27 ມີນາ 2014 ນີ້,ຢູ່ ທີ່ຫ້ອງປະຊຸມພະແນກກະສິ ກຳ ແລະ ປ່າໄມ້ ແຂວງໄຊຍະ ບູລີ, ໂດຍການເປັນປະທານ ຂອງ ທ່ານ ຄຳສຸກ ທໍ່, ຮອງເລ ຂາພັກແຂວງ, ປະທານແນວ ລາວສ້າງຊາດແຂວງທັງເປັນ ປະທານຄະນະສາມະຊິກສະ ພາແຫ່ງຊາດແຂວງໄຊຍະບູ ລີ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ພ້ອມດ້ວຍ ຫົວໜ້າ, ຮອງຫົວໜ້າພະ ແນກຈາກບັນດາແຂວງທີ່ກ່ຽວ ຂ້ອງ 8 ແຂວງພາກເໜືອເຂົ້າ ຮ່ວມ 100 ກວ່າຄົນ, ໃນກອງ ປະຊຸມຕ່າງໜ້າພະແນກການ ທີ່ກ່ຽວຂ້ອງ 8 ແຂວງພາກເໜືອໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນໃສ່ບັນດາຮ່າງ ເພື່ອເປັນເອກະພາບກັນ ແລະ ພ້ອມກັນປະຕິບັດໃຫ້ປາກົດ ຜົນເປັນຈິງ, ເປັນຕົນດຳລັດ ວ່າດ້ວຍການຫັນແຮ່ທາດ ເປັນທຶນມີ 8 ໝວດ, 31 ມາດ ຕາ, ດຳລັດດ້ວຍການຫັນຊັບ ພະຍາກອນປ່າໄມ້ເປັນທຶນມີ 10 ໝວດ 31 ມາດຕາ ແລະ ດຳລັດວ່າດ້ວຍການຫັນຊັບ ພະຍາກອນນ້ຳເປັນທຶນມີ 12 ໝວດ 42 ມາດຕາ.
ທ່ານ ຄຳສຸກ ທໍ່, ຮອງເລຂາ ພັກແຂວງໄຊຍະບູລີ ໄດ້ເປີດ ເຜີຍວ່າ: ຊັບພະຍາກອນທຳ ມະຊາດເປັນຊັບສົມບັດອັນ ລ້ຳຄ່າຂອງຊາດ ເຊິ່ງ ເປັນກຳ ມະສິດຂອງວົງຄະນະຍາດ ແຫ່ງຊາດ. ໃນໄລຍະຜ່ານ ມາພວກເຮົາຍັງບໍ່ມີນິຕິກຳທີ່ ຕິດພັນກັບການຫັນຊັບສິນ ຂອງລັດມາເປັນທຶນໂດຍກົງ.  ໂດຍອີງໃສ່ນະໂຍບາຍເປີດ ກວ້າງ ແລະ ສົ່ງເສີມການລົງ ທຶນ ແລະ ກົດໝາຍທີ່ກ່ຽວ ຂ້ອງອື່ນໆພວກເຮົາກໍ່ໄດ້ດຳ ເນີນການຈັດຕັ້ງປະຕິບັດການ ຫັນຊັບພະຍາກອນທຳມະ ຊາດຈຳນວນໜຶ່ງເປັນທຶນ ແລະ ເຫັນວ່າມີຫຼາຍໂຄງການມີປະສິດທິຜົນສູງເຊິ່ງກາຍເປັນຕົວແບບໃນການປະຕິບັດມອບພັນທະລາຍຮັບເຂົ້າງົບປະມານ ແລະ ເປັນຕົວແບບໃນການ ປົກປັກຮັກສາສິ່ງແວດລ້ອມ ໃຫ້ເປັນທີ່ຍອມຮັບຈາກພາຍ ໃນ ແລະ ສາກົນ, ເປັນຕົ້ນ ໂຄງການພັດທະນາພະລັງ ງານໄຟຟ້ານ້ຳຕົກນ້ຳເທີນ 2, ໂຄງການພະລັງງານໄຟຟ້າ ນ້ຳຕົກເທີນຫີນບູນ, ໂຄງການ ບໍ່ຄຳ-ທອງແດງເຊໂປນ, ໂຄງ ການບໍ່ທອງແດງພູເບຍມາຍ ນິງ ແລະ ໂຄງການອື່ນໆ.
ສະນັ້ນການສ້າງຮ່າງດຳ  ລັດວ່າດ້ວຍແຮ່ທາດ, ດຳລັດ ວ່າດ້ວຍຊັບພະຍາກອນນ້ຳ  ແລະ ດຳລັດວ່າດ້ວຍປ່າໄມ້, ເປັນວຽກງານທີ່ຈຳເປັນ ແລະ ຮີບດ່ວນເພື່ອຮັບປະກັນໃຫ້ ແກ່ການຄຸ້ມຄອງເກັບລາຍ ຮັບເຂົ້າງົບປະມານອີກທັງ ເຮັດໃຫ້ການຄຸ້ມຄອງນ້ຳໃຊ້ ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິຜົນ ແລະ ຮັບ ປະກັນຄວາມກົມກ່ຽວສົມ ສ່ວນລະຫວ່າງການພັດທະ ນາເສດຖະກິດກັບການພັດ ທະນາວັດທະນະທຳສັງຄົມ ພ້ອມທັງເປັນການປົກປັກຮັກ ສາສິ່ງແວດລ້ອມທຳມະຊາດ ໃຫ້ຍືນຍົງອີກດ້ວຍ. ຈຸດປະ ສົງກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ຮູ້ ແລະ ກຳນົດຈຸດປະສົງ, ຄວາມໝາຍຄວາມສຳຄັນ ຂອງການຫັນຊັບສິນເປັນທຶນ,  ການກຳນົດຮູບແບບການຫັນ ເປັນທຶນຊັບພະຍາກອນທຳ ມະຊາດທີ່ຢູ່ໃນເປົ້າໝາຍ ແລະ ບໍ່ຢູ່ໃນເປົ້າໝາຍ; ວິທີ ການຈັດຕັ້ງປະຕິບັດສິດໜ້າທີ່ ແລະ ການແບ່ງຂັ້ນການຕົກ ລົງການແບ່ງຄວາມຮັບຜິດ ຊອບລະຫວ່າງຂະແນງການ ກ່ຽວຂ້ອງກັບຂະແໜງການ ເງິນ ແລະ ເງື່ອນໄຂຕ່າງໆທີ່ ຕິດພັນກັບການຫັນຊັບພະຍາ ກອນທຳມະຊາດເປັນທຶນ.

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...