Homeມູມໄອທີລາວຂ່າວລື Xiaomi Mi 5 ທີ່ໃຊ້ລະບົບ Windows 10 Mobile ຈະເປີດໂຕໃນງານ MWC 2016

ຂ່າວລື Xiaomi Mi 5 ທີ່ໃຊ້ລະບົບ Windows 10 Mobile ຈະເປີດໂຕໃນງານ MWC 2016

Published on

image

ໃນໄລຍະທີ່ຜ່ານມາຈະເຫັນໄດ້ວ່າບໍລິສັດ Microsoft ນັ້ນໄດ້ສ້າງຄວາມສຳພັນກັບຜູ້ຜະລິດສະມາດໂຟນຍອດນິຍົມຈາກປະເທດຈີນນັ້ນກໍຄື Xiaomi. ເຊິ່ງກ່ອນໜ້ານີ້ກໍຄືການຮ່ວມມືກັນລະຫວ່າງ Microsoft ແລະ Xiaomi ທີ່ໄດ້ປ່ອຍ Windows 10 Mobile ROM ໃຫ້ກັບສະມາດໂຟນເຮືອທຸງ Mi 4 ໃຫ້ໄດ້ໃຊ້ກັນ ທົ່ວໂລກໄປແລ້ວ. ອີງຕາມຂ່າວກ່ອນໜ້ານີ້  Windows 10 Mobile ສຳລັບ Xiaomi Mi 4 ອອກແລ້ວ

   ເຊິ່ງມື້ນີ້ເອງກໍມີຂ່າວລືວ່າຜູ້ຜະລິດສະມາດໂຟນ Xiaomi ຈະເປີດໂຕສະມາດໂຟນເຮືອທຸງ Xiaomi Mi 5 ທີ່ໃຊ້ລະບົບປະຕິບັດການ Windows 10 Mobile ຢ່າງເປັນທາງການ ໃນ MWC 2016 ທີ່ຈະຈັດຂຶ້ນໃນວັນທີ 24 ເດືອນກຸມພາທີ່ຈະມາຮອດນີ້. ເຊິ່ງລາຍລະອຽດຫຍໍ້ໆຂອງໂຕເຄື່ອງນັ້ນກໍຄື ຈະໃຊ້ຊິບປະມວນຜົນ Snapdragon 820 ໂຕໃໝ່ຫຼ້າສຸດ ແລະມີ RAM 4GB , ພື້ນທີ່ຈັດເກັບພາຍໃນມີຕັ້ງແຕ່ 16, 64 ແລະ 128GB, ຮອງຮັບ NFC ແລະ dual-SIM.

ທີ່ມາ:wmpoweruser

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...