ມັນທາຕຸລາດ ກວາດແຊ້ມ ດອກປີກໄກ່ດ່ຽວຊາຍຮຸ່ນ 18 ປີ ຊີງຂັນເລຂາ ສດລ

ສະ​ໂມ​ສອນ​ (ສ.ສ) ດອກ​ປີກ​ໄກ່ ມັນ​ທາຕຸ​ລາດ ປະກາດ​ສັກດາກວາດ​ແຊ້ມ​ 3 ລາຍການ ​ໃນ​ການ​ແຂ່ງຂັນກິລາ​ດ​ອກ​ປີກ​ໄກ່ ຮຸ່ນ​ເຍົາວະ​ຊົນ ​ແລະ ຊາວ​ໜຸ່ມ ຊີງ​ຂັນ​ທ່ານ​ເລຂາທິການ ສະຫະພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ (ສດລ) ຂະນະ​ທີ່ ສູນ​ຈຳໜ່າຍ​ກິລາ​ຄົບ​ວົງ​ຈອນ ສະ​ເຕດ້ຽມສະປອດ ​ໃຫ້ການ​ສະໜັບ​ສະ​ຫຼັກ 100 ລ້ານ​ກີບ.

ໃນ​ລະຫວ່າງວັນ​ທີ 22-24 ມັງກອນ ຜ່ານ​ມາ ທີ່​ສະ​ໂມ​ສອນ​ກິລາ​ດອກ​ປີກ​ໄກ່ ມັນ​ທາຕຸ​ລາດ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຈັດການ​ແຂ່ງຂັນ​ກິລາ​ດອກ​ປີກ​ໄກ່ 4 ຮຸ່ນ ​ຊີງ​ຂັນ​ທ່ານ​ເລຂາທິການ ສດລ ເພື່ອ​ສ້າງ​ຂະ​ບວນການຊົມເຊີຍຜົນສຳເລັດກອງປະຊຸໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ອັດລົງຢ່າງສະຫງ່າງາມ ​ແລະ ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 67 ປີ ​ໂດຍ​ພາຍ​ໃຕ້​ການ​ເປັນປະທານ​ຂອງ​ທ່ານ ສົມ​ສະ​ແຫວງ ​ແສງ​ສີ​ລາ​ວົງ ​ຮອງ​ປະທານ ​ແລະ ເລຂາທິການ ສະຫະພັນ​ດອກ​ປີກ​ໄກ່​ແຫ່ງ​ຊາດ​ລາວ ​ແລະ ທ່ານ ວຽງ​ສະຫວັນ ​ແສງ​ຈັນ ​ເຈົ້າຂອງ​ສູນ​ຈຳໜ່າຍ​​ເຄື່ອງ​ກິລາ​ຄົບ​ວົງ​ຈອນ ສະປອດ​ສະ​ເຕດ້ຽມ ພ້ອມ​ດ້ວຍ​ບັນດາ​ຄະນະ, ຄູ​ເຝິກ ​ແລະ ນັກ​ກິລາ ຈາກ​ບັນດາ​ສະ​ໂມ​ສອນ​ອ້ອມ​ຂ້າງ ນະຄອນຫຼວງ​ວຽງ​ຈັນ ​ແລະ ຕ່າງ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.

ການ​ແຂ່ງຂັນ​ຄັ້ງ​ນີ້​ ມີ​ທັງ​ໝົດ 7 ລາຍການ ຮຸ່ນ​ເຍົາວະ​ຊົນ ອາຍຸ​ບໍ່​ເກີນ 12 ປີ ດ່ຽວ​ຊາຍ, ອາຍຸ​ບໍ່​ເກີນ 14 ປີ ປະ​ເພດ​ທີມຄູ່ຊາຍ, ຮຸ່ນ​ເຍົາວະ​ຊົນ ອາຍຸ​ບໍ່​ເກີນ 16 ປີ ທີ​ມຄູ່​ຍິງ-ຊາຍ, ຮຸ່ນ​ເຍົາວະ​ຊົນ ອາຍຸ​ບໍ່​ເກີນ 18 ປີ ປະ​ເພດ​ດ່ຽວ​ຊາຍ ​ແລະ ປະ​ເພດ​ທີ​ມຄູ່​ຊາຍ-ຍິງ ຜ່ານ​ການ​ແຂ່ງຂັນ​ຜົນ​ປາກົດ​ວ່າ ຄູ່​ຊີງ​ຊະນະ​ເລີດ​ປະ​ເພດ​ດ່ຽວ​ຊາຍ ຮຸ່ນ​ອາຍຸ​ບໍ່​ເກີນ 18 ປີ ທ້າວ ວິ​ຊຸນ​ນະລາດ ພິຈິດ ຈາກ​ສະ​ໂມ​ສອນ​ ມັນ​ທາຕຸ​ລາດ ​ເຈົ້າພາບ ສາມາດ​ເອົາ​ຊະນະ ທ້າວ ວັນ​ພະ​ສອນ ​ສຸວັນນະ​ແພງ​ສີ ສະ​ໂມ​ສອນຕີ່​ນ່າ ​ໄປ​ແບບ​ຫວຸດ​ຫວິດ 2-1 ​ເຊັດ ຄວ້າ​ແຊ໋ມ​ລາຍການ​ນີ້ ​ເປັນ​ແຊ໋ມລາຍການ​ທີ 3 ​ໃຫ້​ສະ​ໂມ​ສອນ​ໄປ​ຄອງ. ສ່ວນອັນ​ດັບ​ 3 ​​ແຂວງ​ສະຫວັນ​ນະ​ເຂດ. ຂະນະ​ທີ່ ປະ​ເພດທີ​ມ​ຄູ່​ຊາຍ ​ໃນ​ຮຸ່ນ​ດຽວ​ກັນ ຊະນະ​ເລີດ​ ​ແຂວງ​ສະຫວັນ​ນະ​ເຂດ, ທີ 2 ​ແລະ ທີ 3 ສະ​ໂມ​ສອນ​ ມັນ​ທາຕຸ​ລາດ. ຂະນະ​ທີ່ ປະ​ເພດ​ດ່ຽວ​ຍິງ ຊະນະ​ເລີດ ​ແລະ ຮອງ​ຊະນະ​ເລີດ ຕົກ​ເປັນ​ຂອງ​ສະ​ໂມ​ສອນ​ມັນ​ທາຕຸ​ລາດ, ອັນ​ດັບ 3 ​ແຂວງ​ໄຊ​ຍະ​ບູລີ.

ສຳລັບ​ ຮຸ່ນ​ອາຍຸ​ບໍ່​ເກີນ 12 ປີ ປະ​ເພດ​ທີ​ມຄູ່​ຊາຍ ຊະນະ​ເລີດ ​ແລະ ຮອງ​ຊະນະ​ເລີດ ຕົກ​ເປັນ​ຂອງ​ແຂວງ​ໄຊ​ຍະ​ບູລີ ​ແລະ ອັນ​ດັບ​ 3 ​​ສະ​ໂມ​ສອນ​ຕີ່​ນ່າ; ຮຸ່ນ​ເຍົາວະ​ຊົນ ອາຍຸ​ບໍ່​ເກີນ 14 ປີ  ທີ​ມຄູ່​ຊາຍ​ ຊະນະ​ເລີດ ສະ​ໂມ​ສອນ​ຕີ​ນ່າ, ອັນ​ດັບ 2 ​ແຂວງ​ໄຊ​ຍະ​ບູລີ, ອັນ​ດັບ 3 ສະ​ໂມ​ສອນ​ຕີ່​ນ່າ; ​ຮຸ່ນອາຍຸ​ບໍ່​ເກີນ 16 ປີ ຊະນະ​ເລີດທີ​ມຄູ່​ຊາຍ ສະ​ໂມ​ສອນ​ດົງ​ປ່າ​ລານ, ອັນ​ດັບ 2 ​ແລະ ອັນ​ດັບ 3 ສະ​ໂມ​ສອນ​ມັນ​ທາ​ຕຸລາ​ດ.

badmintanq

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ